ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳສຳຄັນ ຕໍ່ວຽກງານ ການສຶກສາຂັ້ນພື້ນຖານ

23/07/2026 12:36
ຂປລ ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໂດຍ​ເນັ້ນ​ໜັກ​ວ່າ: ບົນ​ຂະ​ບວນ​ການ​ໃໝ່, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ ​ພື້ນ​ຖານ​ກ່ຽວ​ກັບ ການບຳລຸງສ້າງຄົນ ໃຫ້ມີຄຸນສົມບັດທີ່ດີ, ຍຶດ​ໝັ້ນຝຶກ​ຝົນ​ຫລໍ່ຫລອມ​ ຈິດ​ວິນ​ຍານ ​ແລະ​ ບຳ​ລຸງສ້າງ​​​ຄົນ​ດ້ວຍ​ທິດ​ສະ​ດີ​ ທີ່ປະ​ດິດ​ສ້າງ​ຂອງ​ພັກ ​ຢ່າງ​ບໍ່​ລົດ​ລະ,ບຳ​ລຸ​ງ​ສ້າງ​ຜູ້​ກໍ່​ສ້າງ​ ແລະ ​ຜູ້​ສືບ​ທອດ​ສັງ​ຄົມ​ນິ​ຍົມ ​ທີ່​ມີການພັດທະນາ ຮອບດ້ານ ທັງຄຸນສົມບັດ ປັນຍາ ສິລະປະພະລະ ແລະ ແຮງງານ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງ​ປະ​​ຊຸມ ​ວຽກ​ງານ ​ການ​ສຶກ​ສາ​ ຂັ້ນ​ພື້ນ​ຖານ ​ທົ່ວ​ປະ​ເທດ​ຈີນ ​ໄດ້​ຈັດ​ຂຶ້ນ​ ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ. ກອງ​ປະ​ຊຸມ ​ໄດ້​ເຜີຍ​ແຜ່​ຄຳ​ຊີ້​ນຳ​ສຳ​ຄັນ​ຂອງ ​ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ​ໂດຍ​ເນັ້ນ​ໜັກ​ວ່າ: ບົນ​ຂະ​ບວນ​ການ​ໃໝ່, ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່ ​ພື້ນ​ຖານ​ກ່ຽວ​ກັບ ການບຳລຸງສ້າງຄົນໃຫ້ມີຄຸນສົມບັດທີ່ດີ, ຍຶດ​ໝັ້ນຝຶກ​ຝົນ​ຫລໍ່ຫລອມ​ ຈິດ​ວິນ​ຍານ ​ແລະ​ ບຳ​ລຸງສ້າງ​​​ຄົນ​ດ້ວຍ​ທິດ​ສະ​ດີ​ ທີ່ປະ​ດິດ​ສ້າງ​ຂອງ​ພັກ​ຢ່າງ​ບໍ່​ລົດ​ລະ,ບຳ​ລຸ​ງ​ສ້າງ​ຜູ້​ກໍ່​ສ້າງ​ ແລະ ​ຜູ້​ສືບ​ທອດ​ສັງ​ຄົມ​ນິ​ຍົມ ​ທີ່​ມີການພັດທະນາ ຮອບດ້ານ ທັງຄຸນສົມບັດ ປັນ ຍາ ສິລະປະພະລະ ແລະ ແຮງງານ. ຕ້ອງ​ເຄົາ​ລົບ​ ແລະ​ ປະ​ຕິ​ບັດ​ຕາມ​ກົດ​ເກນ​ການ​ສຶກ​ສາ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ສຶກ​ສາ​ແລະ​ການ​ຮຽນ-ການ​ສອນ. ຕ້ອງ​ຮັກ​ສາ​ເສັ້ນ​ພື້ນ​ຖານ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ ​ດ້ານ​ການ​ສຶກ​ສາ​ ໃຫ້​ໜັກ​ແໜ້ນ. ຕ້ອງ​ເສີມ​ຂະ​ຫຍາຍ​ຈິດ​ໃຈ ​ນັກ​ການ​ສຶກ​ສາ, ເພີ່ມ​ທະ​ວີ​ ການ​ກໍ່​ສ້າງຈັນ​ຍາ​ບັນ ແລະ​ ແບບ​ແຜນ​ຂອງ​ຄູ, ບຳ​ລຸງ ​ສ້າງ​ຖັນ​ແຖວ​ຄູ​ອາ​ຈານ​ແບບ​ມື​ອາ​ຊີບ ​ແລະ ​ມີ​ຄຸນ​ນະ​ພາບ​ສູງ. ຄະ​ນະ​ພັກ ​ແລະ​ ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ ຕ້ອງ​ແບກ​ຫາບ​ໜ້າ​ ທີ່​ຮັບ​ຜິດ​ຊອບ​ທາງ​ການ​ເມືອງ​ ຢ່າງ​ແທ້​ຈິງ ແລະ ສ້​າງ​ສະ​ພາບ​ການ​ໃໝ່​ ແຫ່ງ​ການ​ພັດ​ທະ​ນາ​ ການ​ສຶກ​ສາ​ຂັ້ນ​ພື້ນ​ຖານ​ ທີ່​ມີ​ຄຸນ​ນະ​ພາບ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ສ.ອາເມລິກາ-ອີຣານ ພວມເຮັດໃຫ້ໂລກ ມີຄວາມບໍ່ສະຫງົບຫລາຍຂຶ້ນຂ່າວຕ່າງປະເທດ

      ສ.ອາເມລິກາ-ອີຣານ ພວມເຮັດໃຫ້ໂລກ ມີຄວາມບໍ່ສະຫງົບຫລາຍຂຶ້ນ

      7/23/2026 12:47:44 PM

      ທ່ານ ສະ​ເຕ​ຟານ ດູ​ຈາ​ຣິກ ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ໄດ້​ແຈ້ງ​ໃຫ້​ຮູ້​ ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ປະ​ຈຳ​ວັນ​ວ່າ: ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ເກີດ​ຂຶ້ນ ​ຫລັງ​ຈາກ​ ສ.ອາ​ເມ​ລິກາ ແລະ​ ອີ​ຣານ​ ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້​າ​ໃຈ ໄດ້​ດຳ​ເນີນ​ມາ​ຫລາຍ​ວັນ​ແລ້ວ ການ​ປະ​ທະ​ກັນ​ດັ່ງ​ກ່າວ​ ມີ​ຄວາມ​ສ່ຽງ​ ຈະ​ຂະ​ຫຍາຍກວ້າງ​ ອອກ​ຕື່ມ​ອີກ ແລະ ກຳ​ລັງ​ສົ່ງ​ຜົນ​ກະ​ທົບ​ຕໍ່​ ຄວາມ​ໝັ້ນ​ຄົງ,​ ລາ​ຄາ​ພະ​ລັງ​ງານ ໃນ​ພາກພື້ນ ກໍ​ຄື ເສດ​ຖະ​ກິດ​ ການ​ຄ້າ​ໂລກ.

    • ໄຂກອງປະຊຸມເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝດິຈິຕອນຂ່າວຕ່າງປະເທດ

      ໄຂກອງປະຊຸມເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝດິຈິຕອນ

      7/23/2026 12:35:34 PM

      ກອງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື ​ການ​ພັດ​ທະ​ນາ ​ເສັ້ນ​ທາງ​ສາຍ​ໄໝ ​ດິ​ຈິຕອນ ​ຂອງກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ 2026 ໄດ້​ໄຂ​ຂຶ້ນ ​ຢູ່​ນະ​ຄອນ​ຊີ່​ອ່ານ​ຂອງ ສປ ​ຈີນ, ໂດຍ​ແມ່ນ​ກອງ​ປະ​ຊຸມ ​ອິນ​ເຕີ​ເນັດ​ໂລກ ເປັນ​ເຈົ້າ​ພາບ ແລະ ອົງ​ການ​ປົກ​ຄອງ ​ແຂວ​ງ​ສ້ານ​ຊີ ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຈັດ​ງານ. ແຂກ​​ຜູ້​ມີ​ກຽດ​ປະ​ມານ 800 ຄົນ​ທີ່​ມາ​ຈາກ 52 ປະ​ເທດ ແລະ ເຂດ​ແຄວ້ນ ​ພ້ອມ​ດ້ວຍ 7 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ​​.

    • ສປຊ ກ່າວເຕືອນ ຄວາມຄືບໜ້າ ທີ່ບໍ່ສະໝ່ຳ ສະເໝີກັນ ໃນບັ້ນຕໍ່ສູ້ຕ້ານໄພອຶດຫິວຂ່າວຕ່າງປະເທດ

      ສປຊ ກ່າວເຕືອນ ຄວາມຄືບໜ້າ ທີ່ບໍ່ສະໝ່ຳ ສະເໝີກັນ ໃນບັ້ນຕໍ່ສູ້ຕ້ານໄພອຶດຫິວ

      7/23/2026 12:18:47 PM

      ໂລກ​ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ​ ໃນ​ການ​ຍູ້​ຖອຍ​ໄພ​ອຶດ​ຫິວ​ ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ແຕ່​ໝາກ​ຜົນ​ລະ​ຫວ່າງ ບັນ​ດາ​ພາກ​ພື້ນ​ ແມ່ນ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ.

    • ຈັດວາງປັນຍາປະດິດ ມີໂອກາດຕະຫລາດ ທີ່ມີໜຶ່ງດຽວໃນໂລກຂ່າວຕ່າງປະເທດ

      ຈັດວາງປັນຍາປະດິດ ມີໂອກາດຕະຫລາດ ທີ່ມີໜຶ່ງດຽວໃນໂລກ

      7/23/2026 12:18:30 PM

      ກອງປະຊຸມ ປັນຍາປະດິດໂລກ 2026 ແລະ ກອງປະຊຸມ ຂັ້ນສູງ ວ່າດ້ວຍ ການຄຸ້ມຄອງ ປັນຍາປະດິດ ທົ່ວໂລກ ໄດ້ຈັດ ຂຶ້ນ ຢູ່ນະຄອນຊຽງໄຮ້ ລະຫວ່າງ ວັນທີ 17 ຫາ 20 ກໍລະກົດນີ້. ງານມະຫາກໍາ AI ຂອງໂລກຄັ້ງນີ້, ທັງເປັນ ປ່ອງຢ້ຽມສຳ ຄັນໃຫ້ 1.100 ກວ່າວິສາຫະກິດ ໄດ້ສະແດງເຕັກໂນໂລຊີ ທີ່ນໍາໜ້າ, ທັງເປັນເວທີທີ່ດີເລີດ ໃຫ້ບັນດາ ວິສາຫະກິດ AI ຊັ້ນນຳຂອງໂລກ ໄດ້ເຊື່ອມຕໍ່ກັບຕະຫລາດຈີນ.

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີຕ່າງປະເທດຈີນ-ອາຊຽນ

      7/23/2026 12:17:11 PM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່ ນະ​ຄອນຫລວງ ​ມະ​ນີ​ລາ ​ປະ​ເທດ ​ຟິ​ລິບ​ປິນ. ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານ​ ໂມ​ຮາ​ມັດ ຮາ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ ທີ່​ເປັນ​ປະ​ເທດ​ປະ​ສານ​ງານ​ສາຍ​ພົວ​ພັນ ຈີນ-ອາ​ຊຽນ​​ ໄດ້​ຮ່ວມ​ກັນ ເປັນ​ປະ​ທານ ກອງ​ປະ​ຊຸມ

ads
ads

Top