ຂປລ
ໂລກບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ ໃນການຍູ້ຖອຍໄພອຶດຫິວ ໃນຊຸມປີມໍ່ໆມານີ້, ແຕ່ໝາກຜົນລະຫວ່າງ ບັນດາພາກພື້ນ ແມ່ນບໍ່ສະໝ່ຳສະເໝີກັນ.

ຂປລ.ວິທະຍຸ ກະຈ່າຍສຽງ ຫວຽດນາມ, ບົດລາຍງານປະຈຳປີຂອງ ສະຫະ ປະຊາຊາດ(ສປຊ) ກ່ຽວກັບ ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ສານອາຫານ ໄດ້ຊີ້ໃຫ້ເຫັນວ່າ: ໂລກບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ ໃນການຍູ້ຖອຍໄພອຶດຫິວ ໃນຊຸມປີມໍ່ໆມານີ້, ແຕ່ໝາກຜົນລະຫວ່າງ ບັນດາພາກພື້ນ ແມ່ນບໍ່ສະໝ່ຳສະເໝີກັນ. ທ່ານ ເດວິດ ລາບຣອດ (David Laborde), ຜູ້ອຳນວຍການ ຄະນະເສດຖະກິດ ກະສິກຳ ແລະ ສະບຽງອາຫານ ຂຶ້ນກັບ ອົງການ ອາຫານ ແລະ ການກະເສດແຫ່ງ ສປຊ (FAO) ໃຫ້ຂໍ້ສັງເກດວ່າ “ຈຸດໃຈກາງຂອງໄພອຶດຫິວ ໄດ້ຫັນປ່ຽນຈາກທະວີບ ອາຊີ ໄປສູ່ ອາຟະລິກາແລ້ວ. ບົດລາຍງານຂອງ FAO ສົມທົບກັບອີກ 4 ອົງການຂອງ ສປຊ ປະຕິບັດ ການຄາດຄະເນ ໄພອຶດຫິວ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນຢູ່ ອາຟຣິກກາ 309 ລ້ານຄົນ ໃນປີ 2025, ເທົ່າກັບ 20% ຈຳນວນປະຊາກອນ ຂອງທະວີບນີ້. ຢືນອັນດັບທີ 2 ແມ່ນ ອາຊີ ດ້ວຍຈຳນວນ 292 ລ້ານຄົນ, ກວມເອົາ 6% ປະຊາກອນໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL