ຂປລ
ກອງປະຊຸມ ເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝ ດິຈິຕອນ ຂອງກອງປະຊຸມ ອິນເຕີເນັດໂລກ 2026 ໄດ້ໄຂຂຶ້ນ ຢູ່ນະຄອນຊີ່ອ່ານຂອງ ສປ ຈີນ, ໂດຍແມ່ນກອງປະຊຸມ ອິນເຕີເນັດໂລກ ເປັນເຈົ້າພາບ ແລະ ອົງການປົກຄອງ ແຂວງສ້ານຊີ ເປັນຜູ້ຮັບຜິດຊອບຈັດງານ. ແຂກຜູ້ມີກຽດປະມານ 800 ຄົນທີ່ມາຈາກ 52 ປະເທດ ແລະ ເຂດແຄວ້ນ ພ້ອມດ້ວຍ 7 ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ກໍລະກົດ 2026, ກອງປະຊຸມ ເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝ ດິຈິຕອນ ຂອງກອງປະຊຸມ ອິນເຕີເນັດໂລກ 2026 ໄດ້ໄຂຂຶ້ນ ຢູ່ນະຄອນຊີ່ອ່ານຂອງ ສປ ຈີນ, ໂດຍແມ່ນກອງປະຊຸມ ອິນເຕີເນັດໂລກ ເປັນເຈົ້າພາບ ແລະ ອົງການປົກຄອງ ແຂວງສ້ານຊີ ເປັນຜູ້ຮັບຜິດຊອບຈັດງານ. ແຂກຜູ້ມີກຽດປະມານ 800 ຄົນທີ່ມາຈາກ 52 ປະເທດ ແລະ ເຂດແຄວ້ນ ພ້ອມດ້ວຍ 7 ອົງການຈັດຕັ້ງສາກົນໄດ້ເຂົ້າຮ່ວມ. ນີ້ແມ່ນປີທີ 3 ຕິດຕໍ່ກັນ ທີ່ກອງປະຊຸມ ອິນເຕີເນັດໂລກ ໄດ້ຈັດເວທີປຶກສາຫາລື ການພັດທະນາ ເສັ້ນທາງສາຍໄໝ ດິຈິຕອນ. ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ຫົວຂໍ້ “ສະຕິປັນຍາເຕົ້າໂຮມ ສູ່ເສັ້ນທາງສາຍໄໝ, ດິຈິຕອນ ເປີດຂະບວນໃໝ່-ຮ່ວມກັນສ້າງ ປະຊາຄົມ ຮ່ວມຊາຕາກຳ ທາງອິນເຕີເນັດ” , ໄດ້ມີບັນດາແຂກຜູ້ມີກຽດ ຈາກວົງການການເມືອງ, ອຸດສາຫະກຳ, ວິຊາການ ແລະ ສະຖາບັນຄົ້ນຄວ້າ ຈາກທົ່ວໂລກເຂົ້າຮ່ວມ ແລະ ໄດ້ຈັດເວທີປຶກສາຫາລື ສະເພາະໂດຍສຸມໃສ່ຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມື ແລະ ການພັດທະນາການຄ້າ ເອເລັກໂຕຣນິກ ຕາມເສັ້ນທາງສາຍໄໝ, ການພັດທະນາ ທີ່ມີການປະດິດສ້າງ ປະສານສົມທົບລະບົບ ອັດສະລິຍະ, ການອະນຸລັກ ແລະ ສືບທອດ ມໍລະດົກວັດທະນະທຳ ໃນຍຸກດິຈິຕອນ-ອັດສະລິຍະ, ສຸຂະພາບດິຈິຕອນ-ອັດສະລິຍະ ແລະ ອື່ນໆ. ເພື່ອຮ່ວມກັນ ປຶກສາຫາລືວາງແຜນການພັດທະນາ ເຕັກໂນໂລຊີ ດິຈິຕອນ-ອັດສະລິຍະ ທີ່ມີການປະດິດສ້າງ, ຮ່ວມກັນປຶກສາຫາລື ວິທີເຊື່ອມໂຍງເຊື່ອມຈອດດ້ານພື້ນຖານໂຄງລ່າງ ດິຈິຕອນ, ຮ່ວມກັນສ້າງເສັ້ນທາງແລກປ່ຽນ ແລະ ຖອດຖອນບົດຮຽນອະລິຍະທຳດິຈິຕອນ, ຊຸກຍູ້ໃຫ້ບັນດາປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບ ແລະ ຮ່ວມມືກັນ, ເພື່ອກຳໂອກາດໃໝ່ ແຫ່ງການພັດທະນາ ຫັນເປັນ ດິຈິຕອນ-ອັດສະລິຍະ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL