ຂປລ
ກອງປະຊຸມ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ມະນີລາ ປະເທດ ຟິລິບປິນ. ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ໂມຮາມັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ທີ່ເປັນປະເທດປະສານງານສາຍພົວພັນ ຈີນ-ອາຊຽນ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 22 ກໍລະກົດນີ້, ກອງປະຊຸມ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ ນະຄອນຫລວງ ມະນີລາ ປະເທດ ຟິລິບປິນ. ທ່ານ ຫວາງຢີ້ ກຳມະການກົມການເມືອງສູນກາງພັກ ກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະ ທ່ານ ໂມຮາມັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ ທີ່ເປັນປະເທດປະສານງານສາຍພົວພັນ ຈີນ-ອາຊຽນ ໄດ້ຮ່ວມກັນ ເປັນປະທານ ກອງປະຊຸມ, ລັດຖະມົນຕີຕ່າງປະເທດ ຂອງປະເທດສະມາຊິກ ອາຊຽນ ແລະ ເລຂາທິການໃຫຍ່ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ໃນໂອກາດນີ້ ທ່ານ ຫວາງຢີ້ ກ່າວວ່າ: ຂະບວນການພັດທະນາ ສາຍພົວພັນຈີນ-ອາຊຽນ ສະແດງໃຫ້ເຫັນວ່າ, ການເຄົາລົບ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ແມ່ນພື້ນຖານສຳລັບ ບ້ານໃກ້ເຮືອນຄຽງ ທີ່ປອງດອງກັນ, ການປະຕິບັດຕໍ່ກັນຢ່າງຈິງໃຈ ແມ່ນຫລັກການ ຂອງການຢູ່ຮ່ວມກັນ, ການຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ແມ່ນພື້ນຖານ ໃນການສ້າງພາລະກິດໃຫ້ສຳເລັດ, ການເປີດປະຕູ ສູ່ພາຍນອກ ແລະ ກວມລວມ ແມ່ນຂໍກຸນແຈສູ່ຄວາມຈະເລີນຮຸ່ງເຮືອງ. ທ່ານ ຫວາງຢີ້ ໄດ້ສະເໜີ ຂໍ້ສະເໜີ 4 ຂໍ້ ຄື: ໜຶ່ງ, ຮັກສາສະພາບແວດລ້ອມ ດ້ານສັນຕິພາບ ແລະ ການພັດທະນາຂອງພາກພື້ນ. ສອງ, ເພີ່ມທະວີຄວາມໝັ້ນໜຽວ ດ້ານການພັດທະນາ ຂອງພາກພື້ນ. ສາມ, ຊຸກຍູ້ການພັດທະນາ ທີ່ມີການປະດິດສ້າງ ແລະ ສີຂຽວ. ສີ່, ຍຶດໝັ້ນຖືຄົນເປັນກົກ.ນອກນີ້ ຍັງໄດ້ບັນລະຍາຍ ກ່ຽວກັບຫລັກການ ແລະ ຫລັກໝັ້ນຂອງ ສປ ຈີນ ໃນບັນຫາທະເລຈີນໃຕ້.ຈາກນັ້ນ ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາ “ຖະແຫລງການຮ່ວມ ຂອງລັດຖະມົນຕີຕ່າງປະເທດຈີນ ແລະ ອາຊຽນ ກ່ຽວກັບການຮັບມື ກັບຜົນກະທົບຕໍ່ພາກພື້ນ ຈາກການຜັນແປ ຂອງສະຖານະການຢູ່ຕາເວັນອອກກາງ ແລະ ເພີ່ມທະວີການຮ່ວມມື ດ້ານພະລັງງານໃນພາກພື້ນ”. ໃນໄລຍະດຳເນີນກອງປະຊຸມ, ທ່ານ ຫວາງຢີ້ ຍັງໄດ້ພົບປະກັບລັດຖະມົນຕີຕ່າງປະເທດ ຂອງປະເທດທີ່ກ່ຽວຂ້ອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL