ກຸ່ມບໍລິສັດເຄມີ ຫວຽດນາມ ເຂົ້າຮ່ວມງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026

17/07/2026 14:01
ຂປລ ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຸ່ມບໍລິສັດຊັ້ນນໍາຂອງຫວຽດນາມ ທີ່ໄດ້ນໍາເອົາຜະລິດ ຕະພັນຕ່າງໆຂອງກຸ່ມບໍລິສັດມາວາງສະແດງ ແລະ ຈໍາໜ່າຍໃນງານວາງສະແດງສິນຄ້າລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ

ຂປລ. ກຸ່ມບໍລິສັດເຄມີ ຫວຽດນາມ (Vinachem) ເປັນກຸ່ມ ບໍລິສັດຊັ້ນນໍາ ຂອງຫວຽດນາມ ທີ່ໄດ້ນໍາເອົາ ຜະລິດຕະພັນຕ່າງໆ ຂອງກຸ່ມບໍລິສັດ ມາວາງສະແດງ ແລະ ຈໍາໜ່າຍ ໃນງານ ວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026 (VIETLAO EXPO 2026) ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 16-20 ກໍລະກົດ 2026 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫລວງວຽງຈັນ ເພື່ອມຸ່ງໝັ້ນຂະຫຍາຍ ຕະຫລາດ ແລະ ຮັດແໜ້ນຄວາມຮ່ວມມື ເສດຖະກິດໃນ ສປປ ລາວ. ກຸ່ມບໍລິສັດເຄມີ ຫວຽດນາມ ເປັນລັດວິສາຫະກິດ ຊັ້ນນຳຂອງ ຫວຽດນາມ ທີ່ໄດ້ຮັບການຈັດອັນດັບທີ 148 ໃນຈຳນວນ 500 ບໍລິສັດຊັ້ນນຳ ຂອງອາຊີ ຕາເວັນອອກສຽງໃຕ້ ໄດ້ເຂົ້າຮ່ວມວາງສະແດງ ຜະລິດຕະພັນຢ່າງຍິ່ງໃຫຍ່ ເພື່ອສະ ແດງເຖິງ ຄວາມພ້ອມໃນການ ຂະຫຍາຍຕະຫລາດ ແລະ ຊຸກຍູ້ການຄ້າ ຊາຍແດນ ລະຫວ່າງສອງປະເທດ.

     ທ່ານ ຫງວຽນ ຮືວ ຕູ໋ (Nguyen Huu Tu) ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດເຄມີຫວຽດນາມ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ກຸ່ມບໍລິສັດເຄມີ ພັນຫວຽດນາມ ຖືເປັນລັດ ວິສາຫະກິດ ຊັ້ນນຳຂອງ ຫວຽດນາມ ທີ່ດຳເນີນທຸລະກິດ ໃນຂະແໜງເຄມີພັນ ແລະ ອຸດສາຫະກຳ ຫວຽດນາມ, ການເຂົ້າຮ່ວມ ງານວາງສະແດງສິນຄ້າ ລາວ-ຫວຽດນາມ ປະຈໍາປີ 2026 ເປັນການສ້າງ ໂອກາດທີ່ດີໃຫ້ແກ່ ທາງແລກ ປ່ຽນການຄ້າລາວ-ຫວຽດນາມ, ທັງເປັນການຊຸກຍູ້ ວຽກງານເສດຖະ ກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ.

ພ້ອມນີ້, ກໍເປັນການແນະນຳ ບັນດາຜະລິດຕະພັນ ທີ່ມີຄຸນນະພາບສູງຂອງ ບໍລິ ສັດ ໃຫ້ປະຊາຊົນລາວ ໄດ້ຮູ້ຈັກຫລາຍຂຶ້ນ. ສໍາລັບສິນຄ້າ ທີ່ນໍາມາວາງສະແດງ ຄັ້ງນີ້ປະກອບມີ: ກຸ່ມຜະລິດ ຕະພັນເຄື່ອງໃຊ້ ຄົວເຮືອນ, ປຸ໋ຍເຄມີ, ປຸ໋ຍຊີວະພາບ ປະກອບສ່ວນເພີ່ມ ຜົນຜະລິດໃຫ້ຊາວກະສິກອນ, ຜະລິດ ຕະພັນປະເພດ ແຟັບຊັກເຄື່ອງ, ນໍ້າຢາຖູພື້ນ ແລະ ກຸ່ມຜະລິດຕະພັນ ປະເພດຖ່ານໄຟສາຍ, ໝໍ້ໄຟ ແລະ ອື່ນໆ. ຜະລິດ ຕະພັນຂອງບໍລິສັດ ໄດ້ສົ່ງອອກໄປ 80 ປະເທດໃນທົ່ວໂລກ, ຍ້ອນຜົນສຳເລັດດັ່ງກ່າວ, ກຸ່ມບໍລິ ສັດເຄມີ ພັນຫວຽດນາມ ຈຶ່ງບັນລຸໄດ້ການຮ່ວມມື ກັບບໍລິສັດຂອງລາວ ນໍາເອົາສິນຄ້າຂອງ ຫວຽດນາມ ມາວາງຈໍາໜ່າຍ ໂດຍສະເພາະ ແມ່ນພາຍໃນງານ ໄດ້ມີການເຊັນ ສັນຍາຮ່ວມມື ກັບກຸ່ມບໍລິສັດ ພົງສະຫວັນຂອງລາວ ຊຶ່ງສອງຝ່າຍ ພ້ອມຂະຫຍາຍການຮ່ວມມື, ທັງເປັນການປະກອບສ່ວນ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ພິເສດ ປີ 2027 ທີ່ຈະມາເຖິງ ສອງຊາດກຳລັງ ຈະພ້ອມກັນສະເຫລີມສະຫລອງ ວັນເຊັນສົນທິສັນຍາ ມິດຕະພາບ ຫວຽດນາມ-ລາວ ຄົບຮອບ 50 ປີ.

ໂອກາດນີ້, ທ່ານ ເລ ຫວຽດ ເຟືອງ ຜູ້ອໍານວຍການໃຫຍ່ບໍລິສັດ ຫຸ້ນສ່ວນຜະລິດຕະພັນ ຄົວເຮືອນ ຮ່າໂນ້ຍ (ບໍລິສັດຍ່ອຍຂອງ Vinachem) ກໍໄດ້ໃຫ້ຮູ້ວ່າ: ນີ້ແມ່ນປີທໍາອິດ ທີ່ພວກເຮົາ ໄດ້ເຂົ້າຮ່ວມງານ, ເຫັນວ່າຕະຫລາດ ສິນຄ້າຄົວເຮືອນ ຢູ່ ສປປ ລາວ ແລະ ສສ ຫວຽດນາມ ມີທ່າແຮງບົ່ມຊ້ອນ ທີ່ຄ້າຍຄືກັນ. ຫວັງວ່າພາຍຫລັງ ສໍາເລັດງານນີ້, ຈະສາມາດ ຮ່ວມມື ກັບບໍລິສັດຂອງ ສປປ ລາວ ເພື່ອຊອກຫາຕົວແທນ ຈໍາໜ່າຍ ແລະ ຄູ່ຮ່ວມທຸລະກິດ ເພື່ອເຮັດໃຫ້ຜະລິດຕະພັນ ເປັນທີ່ຮູ້ຈັກ ຂອງປະຊາຊົນລາວ ຫລາຍຂຶ້ນ. ຕະຫລອດໄລຍະ ເວລາເກືອບ 20 ປີຜ່ານມາ, ງານວາງສະ ແດງສິນຄ້າລາວ-ຫວຽດນາມ ໄດ້ເຮັດໜ້າທີ່ເປັນຂົວຕໍ່ ການຄ້າທີ່ສໍາຄັນ ໂດຍມີສ່ວນຊຸກຍູ້ ໃຫ້ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ 4 ຕື້ໂດລາສະຫະລັດ ໃນປີ 2026 ນີ້ ແລະ ໄດ້ຕັ້ງເປົ້າໝາຍໃຫ້ບັນລຸ 10 ຕື້ໂດລາສະຫະລັດ ໃນປີ 2030. ການເຂົ້າຮ່ວມງານ ຂອງກຸ່ມບໍລິສັດເຄມີ ຫວຽດນາມ ໃນຄັ້ງນີ້, ບໍ່ພຽງແຕ່ເປັນ ບາດກ້າວທຳອິດ ໃນການສ້າງເຄືອຂ່າຍ ຈໍາໜ່າຍສິນຄ້າ ແລະ ເຂົ້າເຖິງຕະຫລາດລາວ ລວມເຖິງພາກ ຕາເວັນອອກສຽງ ເໜືອຂອງໄທເທົ່ານັ້ນ, ແຕ່ຍັງເປັນ ການຢືນຢັນ ເຖິງບົດບາດ ຂອງລັດວິສາຫະກິດ ຊັ້ນນໍາ ໃນການຮັດແໜ້ນສາຍພົວພັນ ຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງສອງຊາດ ລາວ-ຫວຽດນາມ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ເຊື່ອມໂຍງ ພາກພື້ນ ຢ່າງໝັ້ນຄົງ.

ງານວາງສະແດງ ສິນຄ້າລາວ-ຫວຽດນາມ ໃນປີນີ້, ມີຫ້ອງວາງສະແດງທັງໝົດ 250 ຫ້ອງ ໂດຍມີບໍລິສັດ ແລະ ຫ້າງຮ້ານຈາກຫວຽດນາມເຂົ້າຮ່ວມ 80 ແຫ່ງມາວາງສະແດງຈໍານວນ 120 ຫ້ອງ. ສໍາລັບກຸ່ມບໍລິສັດເຄມີ ຫວຽດນາມ ໄດ້ຈັດຕັ້ງຫ້ອງວາງສະແດງ ຂະໜາດໃຫຍ່ທີ່ມີເນື້ອທີ່ລວມ 108 ຕາແມັດ (ທຽບເທົ່າ 12 ຫ້ອງວາງສະແດງ ມາດຕະຖານ) ຕັ້ງຢູ່ຈຸດສູນກາງ ຫັນໜ້າໃສ່ຫ້ອງວາງສະແດງ ມູນເຊື້ອສາຍພົວພັນ ມິດຕະພາບ ລາວ-ຫວຽດນາມ. ພາຍໃນຫ້ອງວາງ ສະແດງດັ່ງກ່າວ, ມີບໍລິສັດທີ່ເປັນ ສະມາຊິກ ເຂົ້າຮ່ວມ 9 ແຫ່ງ (ຈາກທັງໝົດຫລາຍກວ່າ 30 ແຫ່ງໃນເຄືອຂ່າຍ) ທີ່ດໍາເນີນກິດຈະການ ໃນຂົງເຂດເຊັ່ນ: ປຸ໋ຍເຄມີບິ່ງດຽນ, ແຟັບຊັກເຄື່ອງ, ຖ່ານໄຟສາຍ ແລະ ໝໍ້ໄຟພາກໃຕ້ ປີນາໂກ, ຢາງລົດໃຫຍ່ພາກໃຕ້ ຊີເອສເອັມ ແລະ ບໍລິສັດຫຸ້ນສ່ວນ ຜະລິດຕະພັນຄົວເຮືອນ ຮ່າໂນ້ຍ. ບັນດາສະມາຊິກຂອງກຸ່ມ ບໍລິສັດເຄມີຫວຽດນາມ ໄດ້ນໍາເອົາຜະລິດ ຕະພັນທີ່ ມີຊື່ສຽງ ຂອງຕົນນໍາມາວາງສະ ແດງໃນຄັ້ງນີ້ໄດ້ແບ່ງອອກເປັນ 4 ກຸ່ມຄື: ກຸ່ມປຸ໋ຍເຄມີ ແລະ ປຸ໋ຍຊີວະພາບ: ປຸ໋ຍຍຢູເຣຍ, DAP, NPK, ສູເປີຟົດສະຟັດ, ປຸ໋ຍຟົດສະຟັດ ຫລອມລະລາຍ, ປຸ໋ຍສະເພາະດ້ານ ແລະ ປຸ໋ຍອິນຊີ; ກຸ່ມຜະລິດຕະພັນເຄື່ອງໃຊ້ ຄົວເຮືອນ: ແຟັບຊັກເຄື່ອງ, ນໍ້າຢາຊັກເຄື່ອງ, ນໍ້າຢາລ້າງຖ້ວຍ, ນໍ້າຢາຖູພື້ນ; ກຸ່ມຢາງລົດ: ຢາງໃນລົດ ແລະ ຢາງລົດສຳລັບລົດຖີບ, ລົດຈັກ, ລົດເກງ, ລົດບັນທຸກ ແລະ ລົດອຸດສາຫະກໍາ; ກຸ່ມຖ່ານ ແລະ ໝໍ້ໄຟ: ຖ່ານໄຟສາຍ, ໝໍ້ໄຟລົດຈັກ, ລົດໃຫຍ້ ແລະ ໝໍ້ໄຟອຸດສາຫະກໍາ./.

KPL

ຂ່າວອື່ນໆ

ads
ads

Top