ການນຳຂັ້ນສູງຫວຽດນາມ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ກ່ຽວກັບ ກຳປັ່ນທ່ອງທ່ຽວ ເກີດອຸບັດ ຕິເຫດຢູ່ອານຢາງ

13/07/2026 22:09
Email Print 108
ຂປລ ໃນສານ, ການນຳຂັ້ນສູງ ຫວຽດນາມ ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສົ່ງຄຳຢື້ຢາມ ຖາມຂ່າວ ຢ່າງສຸດໃຈ ແລະ ສະແດງ ຄວາມເສົ້າສະຫລົດໃຈ ໄປຍັງລັດ ແລະ ປະຊາຊົນອິນເດຍ, ພິເສດແມ່ນຄອບຄົວ ຂອງບັນດາຜູ້ປະສົບເຄາະຮ້າຍ ຫລັງຈາກ ໄດ້ຮັບຂ່າວກຳປັ່ນທ່ອງທ່ຽວ ເກີດອຸບັດຕິ ເຫດ ຍ້ອນອາກາດ ຮ້າຍແຮງ ຢູ່ແຂວງ ອານຢາງ ໃນວັນທີ 11 ກໍລະກົດ 2026 ເຮັດໃຫ້ນັກທ່ອງ ທ່ຽວອິນເດຍ ເສຍຊີວິດ 15 ຄົນ ແລະ ບາດເຈັບ 18ຄົນ
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ໃນສານ, ການນຳຂັ້ນສູງ ຫວຽດນາມ ຕາງໜ້າພັກ, ລັດ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ສົ່ງຄຳຢື້ຢາມ ຖາມຂ່າວ ຢ່າງສຸດໃຈ ແລະ ສະແດງ ຄວາມເສົ້າສະຫລົດໃຈ ໄປຍັງລັດ ແລະ ປະຊາຊົນອິນເດຍ, ພິເສດແມ່ນຄອບຄົວ ຂອງບັນດາຜູ້ປະສົບເຄາະຮ້າຍ ຫລັງຈາກ ໄດ້ຮັບຂ່າວກຳປັ່ນທ່ອງທ່ຽວ ເກີດອຸບັດຕິ ເຫດ ຍ້ອນອາກາດ ຮ້າຍແຮງ ຢູ່ແຂວງ ອານຢາງ ໃນວັນທີ 11 ກໍລະກົດ 2026 ເຮັດໃຫ້ນັກທ່ອງ ທ່ຽວອິນເດຍ ເສຍຊີວິດ 15 ຄົນ ແລະ ບາດເຈັບ 18ຄົນ ຫລັງຈາກ ກຳປັ່ນ ທ່ອງທ່ຽວ ໄດ້ບັນທຸກນັກທ່ອງທ່ຽວ ອິນເດຍ 32 ຄົນ, ລູກເຮືອ 3 ຄົນ ແລະ ພະນັກງານ 1 ຄົນ. ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ແລະ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ໄດ້ສົ່ງສານສະແດງ ຄວາມເສົ້າສະຫລົດໃຈໄປຍັງທ່ານ ເມີມູ(Murmu)ປະທານາທິບໍດີ ອິນເດຍ ແລະ ທ່ານ ນາເຣັນທຣາ ໂທດີ (Narendra Modi), ນາຍົກລັດຖະມົນຕີ ອິນເດຍ. ນອກນີ້ ຍັງປະສານ ສົມ ທົບ ຢ່າງແໜ້ນແຟ້ນກັບ ຝ່າຍອິນເດຍ ເພື່ອແກ້ໄຂ ຜົນຕາມມາ ຈາກ ເຫດການ; ພ້ອມທັງ ດຳເນີນການສືບສວນ ສອບສວນ ຫາສາເຫດ ທີ່ເກີດ ຂຶ້ນ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top