ຂປລ
ຜູ້ຊ່ຽວຊານ ດ້ານວັດທະນະທຳ ຈາກທົ່ວໂລກ-ນັກວິຊາການ ໄດ້ເຂົ້າຮ່ວມ ກອງປະຊຸມເວທີປາໄສ ຢູ່ນະ ຄອນຫຼວງ ປັກກິ່ງ ໃນວັນທີ 12 ກໍລະກົດ 2026 ເພື່ອສົ່ງເສີມ ອາລິຍະທຳ ພ້ອມກັນນັ້ນ ໄດ້ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມື ລະຫວ່າງປະເທດ
ຂປລ. ຜູ້ຊ່ຽວຊານ ດ້ານວັດທະນະທຳ ຈາກທົ່ວໂລກ-ນັກວິຊາການ ໄດ້ເຂົ້າຮ່ວມ ກອງປະຊຸມເວທີປາໄສ ຢູ່ນະຄອນຫຼວງ ປັກກິ່ງ ໃນວັນທີ 12 ກໍລະກົດ 2026 ເພື່ອສົ່ງເສີມ ອາລິຍະທຳ ພ້ອມກັນນັ້ນ ໄດ້ຮຽກຮ້ອງ ໃຫ້ເພີ່ມທະວີ ການຮ່ວມມື ລະຫວ່າງປະເທດ ເພື່ອໃຫ້ເຂົ້າໃຈເຊິ່ງກັນ ແລະ ກັນ ທ່າມກາງ ຄວາມເຄັ່ງຕຶງຂອງໂລກ ທີ່ນັບມື້ນັບເພີ່ມຂຶ້ນ.
ເວທີປາໄສດັ່ງກ່າວ ໄດ້ຈັດຂຶ້ນພາຍໃຕ້ ຂອບການລິເລີ່ມ ອາລິຍະທຳໂລກ (Global Civilization Initiative) ແລະ ໄດ້ຖືກບັນທຶກ ເປັນສະ ບັບພິເສດ ຂອງ ລາຍການ "The Power of Ideas" ຜ່ານທາງຊ່ອງໂທລະພາບ ຊີຈີທີເອັນ CGTN, ເພື່ອນຳເອົານັກຊີໂນໂລຢີ (Sinology)ແລະ ນັກຄົ້ນຄວ້າຊັ້ນນຳ ຈາກຣັດເຊຍ, ຕວັກກີ, ອິນເດຍ, ການາດາ ແລະ ຫຼາຍປະເທດໃນທະວີບ ອາຟຣິກາ ໃຫ້ເຂົ້າມາຮ່ວມກັນ ເພື່ອຄົ້ນຄວ້າວ່າ ການ ແລກປ່ຽນ ທາງວັດທະນະທຳ ສາມາດຊ່ວຍແກ້ໄຂສິ່ງທ້າທາຍຕ່າງໆຂອງໂລກ ໄດ້ແນວໃດ.
ທ່ານ ສາສະດາຈານ ຊູ ບາວເຟິງ (Xu Baofeng), ຜູ້ອຳນວຍການສູນຊີໂນໂລຢີໂລກ (World Center for Sinology) ມະຫາວິ ທະຍາໄລ ພາສາ ແລະ ວັດທະນະທຳປັກກິ່ງ ກ່າວວ່າ: ການສົນທະນາ ລະຫວ່າງ ອາລິຍະທຳ ໄດ້ສະເໜີທາງອອກ ທີ່ມີປະສິດທິຜົນ ຕໍ່ການແບ່ງແຍກ ທາງ ພູມສາດ ການເມືອງທີ່ກຳລັງ ເພີ່ມຂຶ້ນ. "ອາລິຍະທຳທັງໝົດ ລ້ວນແຕ່ມີຄວາມ ສະເໝີພາບກັນ," ສາສະດາຈານ ຊູ ກ່າວ, ພ້ອມທັງຮຽກຮ້ອງໃຫ້ ບັນດາປະເທດ ກ້າວຂ້າມຜ່ານ ການເລົ່າເລື່ອງແບບຜູກຂາດ ແລະ ຫັນມາຮັບເອົາຫຼັກການໃນການຊອກຫາ ຈຸດຮ່ວມ ໃນຂະນະທີ່ ຍັງເຄົາລົບ ຄວາມ ແຕກຕ່າງ ເພື່ອສ້າງລະບຽບການສາກົນທີ່ລວມສູນກວ່າເກົ່າ.

ທ່ານ ສາສະດາຈານ ດານຽວ ເອລານ ຟາຍ (Daniel Alan Fried) ຈາກ ມະຫາວິທະຍາໄລ ອໍເບີຕາ (Alberta) ໄດ້ອະທິບາຍວ່າ: “ອາລິຍະທຳ ເປັນສິ່ງທີ່ມີ ການເຄື່ອນໄຫວ ແລະ ພັດທະນາ ຢູ່ຕະຫຼອດເວລາ ບໍ່ແມ່ນສິ່ງທີ່ຢຸດຈຶ້ງ.ອາລະຍະທຳ ກໍຄືກັບປ່າໄມ້ ເຊິ່ງເປັນ ລະບົບທີ່ສັບຊ້ອນ ທີ່ກຳນົດ ໂດຍມີຄວາມ ຫຼາກຫຼາຍ, ການແຂ່ງຂັນ ແລະ ທີ່ຢູ່ອາໄສຮ່ວມກັນ; ຄວາມເຂົ້າໃຈຂ້າມ ວັດທະນະທຳທີ່ແທ້ຈິງ ຕ້ອງການການ ມີສ່ວນຮ່ວມ ທີ່ເລິກເຊິ່ງ ກ່ຽວກັບ ປະຫວັດສາດ ແລະ ຄວາມຫຼາກຫຼາຍ ຂອງສັງຄົມຕ່າງໆ”. ເວທີປາໄສດັ່ງກ່າວ ຍັງໄດ້ເນັ້ນໜັກເຖິງ ບົດບາດຂອງການ ແລກປ່ຽນ ທາງວັດ ທະນະທຳ ໃນການເສີມສ້າງມິດຕະພາບ ລະຫວ່າງປະເທດ. ທ່ານ ອັບບັດ ຈາວັດ ໄດມີ (Abbas Jawad Kdaimy) ນັກແປ ແລະ ນັກຊີໂນໂລຢີ ຂອງ ອີຣັກ ກ່າວວ່າ: “ອາລິຍະທຳ ຈະເຕີບໃຫຍ່ເຂັ້ມແຂງຂຶ້ນ ຜ່ານການແບ່ງປັນຄວາມຮູ້ ບໍ່ແມ່ນຜ່ານ ການແຂ່ງຂັນ”.
ໃນຂະນະດຽວກັນ, ທ່ານ ໂຈເຊບ ໂອລີເວີ ເມນດູໂອ (Joseph Oliver Mendo'o) ຫົວໜ້າຄະນະຜູ້ແທນ ຊາວໜຸ່ມອາຟຣິກາ ປະຈຳ ປະເທດ ຈີນ, ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງການແລກປ່ຽນ ລະຫວ່າງຊາວໜຸ່ມ ໃນການສົ່ງເສີມ ຄວາມສາມັກຄີຂອງໂລກ. ທ່ານກ່າວວ່າ: “ແນວຄິດ ເລື່ອງຄວາມ ກົມກຽວກັນຂອງຈີນ ແລະ ປັດຊະຍາອູບັນຕູ (Ubuntu) ຂອງ ອາຟຣິກາ ລ້ວນແຕ່ສົ່ງເສີມ ການຮ່ວມມື ແລະ ການເຄົາລົບເຊິ່ງກັນ ແລະ ກັນ”.

"ອາລິຍະທຳ ບໍ່ແມ່ນກຳແພງ ທີ່ແຍກພວກເຮົາ ອອກຈາກກັນ, ແຕ່ເປັນຂົວ ເຊື່ອມຕໍ່ພວກເຮົາ ໃຫ້ເຂົ້າມາຫາກັນ," ທ່ານ ເມນດູໂອ ກ່າວປິດ ທ້າຍ ດ້ວຍສຸພາສິດ ອາຟຣິກາວ່າ: "ຖ້າເຈົ້າຢາກໄປໄວ, ໃຫ້ໄປຄົນດຽວ. ແຕ່ຖ້າເຈົ້າຢາກໄປໄກ, ໃຫ້ໄປນຳກັນ." ເວທີປາໄສດັ່ງກ່າວ ໄດ້ປິດລົງດ້ວຍ ການ ສົນທະນາ ແບບມີສ່ວນຮ່ວມ ກ່ຽວກັບ ການເສີມສ້າງ ການຮ່ວມມືສາກົນ ຜ່ານການສົນທະນາ, ໂດຍຜູ້ເຂົ້າຮ່ວມ ໄດ້ຢືນຢັນຄືນໃໝ່ ວ່າການ ເຄົາ ລົບເຊິ່ງກັນ ແລະ ກັນ, ການແລກປ່ຽນ ທາງດ້ານວັດທະນະທຳ ແລະ ການພັດທະນາຮ່ວມກັນ ຍັງຄົງເປັນສິ່ງຈຳເປັນ ໃນການແກ້ໄຂ ສິ່ງທ້າ ທາຍ ຮ່ວມກັນ ຂອງໂລກ./
ຂ່າວ-ພາບ: ວິນນາລີ ນາມຄະລັກ
KPL