ຂປລ
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍໄດ້ສົນທະນາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຜ່ານທາງໂທລະສັບ ຕາມການນັດໝາຍ. ນີ້ແມ່ນການສົນທະນາທາງໂທລະສັບຄັ້ງທີ 4 ລະຫວ່າງ ປະມຸກລັດ ສອງ ປະເທດ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍໄດ້ສົນທະນາກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ຜ່ານທາງໂທລະສັບ ຕາມການນັດໝາຍ. ນີ້ແມ່ນການສົນທະນາ ທາງໂທລະສັບຄັ້ງທີ 4 ລະຫວ່າງ ປະມຸກລັດ ສອງປະເທດ ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ. ການສົນທະນາຄັ້ງນີ້ໃຊ້ເວລາປະມານ 1 ຊົ່ວໂມງ 25 ນາທີ. ສອງຝ່າຍ ໄດ້ປຶກ ສາຫາລື ກ່ຽວກັບ ບັນຫາ ອູແກຣນ. ທ່ານທຣຳໄດ້ຢ້ຳຄືນອີກຄັ້ງ ວ່າ ອາເມຣິກາຍິນດີຊຸກຍູ້ໃຫ້ຍຸດຕິການເຄື່ອນໄຫວທາງການທະຫານໂດຍໄວເທົ່າທີ່ຈະໄວໄດ້ ແລະ ສະແຫວງຫາການແກ້ໄຂວິກິດ ການ ດ້ວຍສັນຕິວິທີ. ທ່ານປູຕິນໄດ້ ຢ້ຳຄືນອີກຄັ້ງວ່າ: ຣັດເຊຍ ຍອມແກ້ໄຂບັນຫາ ອູແກຣນ ດ້ວຍວິທີທາງການເມືອງ, ແກ້ໄຂການປະທະກັນ ດ້ວຍວີທີທາງການທູດ. ແຕ່ຕ້ອງພິຈາລະນາ ຢ່າງເຕັມສ່ວນຕໍ່ຫລັກໝັ້ນພື້ນຖານຂອງຣັດເຊຍ. ເມື່ອກ່າວເຖິງ ສະຖານະການອີຣານ, ທ່ານ ວາລາດີເມຍ ປູຕິນ ສະແດງຄວາມຫວັງ ທີ່ຈະສະແຫວງຫາ ວິທີແກ້ໄຂໄລຍະຍາວ ທີ່ທັງສອງຝ່າຍ ຍອມຮັບໄດ້ ໂດຍຖືເອົາບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສ.ອາເມລິກາ-ອີຣານ ເປັນພື້ນຖານ. ຣັດເຊຍ ພ້ອມທີ່ຈະໃຫ້ຄວາມຊ່ວຍ ເຫລືອແທ້ຈິງ ເພື່ອຊຸກຍູ້ ໃຫ້ສະຖານະການເຄັ່ງຕຶງ ຜ່ອນຄາຍລົງ ແລະ ບັນລຸສະຖຽນລະພາບ ໃນພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL