ໂອເປັກ ບວກ ເພີ່ມໂຄຕ້າ ການຜະລິດ ນ້ຳມັນເຊື້ອໄຟ ນັບແຕ່ເດືອນສິງຫາປີນີ້

06/07/2026 15:58
Email Print 119
ຂປລ ອົງ​ການ​ປະ​ເທດ ​ຜູ້​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​​ ຫລື OPEC ອອກ​ຖະ​ແຫລງ​ການ​ວ່າ: 7 ປະ​ເທດ ​ສະ​ມາ​ຊິກ​ຂອງ OPEC+ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ຜ່ານ​ທາງ​ອອນລາຍ ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ ​ສະ​ພາບ​ການ​ ແລະ​ທ່າ​ອຽງ​ຂອງຕະຫລາດ​ທົ່ວ​ໂລກ.

   ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 5 ກໍ​ລະ​ກົດ​ນີ້,  ອົງ​ການ​ປະ​ເທດ ​ຜູ້​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ​​ ຫລື OPEC ອອກ​ຖະ​ແຫລງ​ການ​ວ່າ: 7 ປະ​ເທດ ​ສະ​ມາ​ຊິກ​ຂອງ OPEC+ ໄດ້​ຈັດ​ກອ​ງ​ປະ​ຊຸມ ​ຜ່ານ​ທາງ​ອອນລາຍ ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ກ່ຽວ​ກັບ ​ສະ​ພາບ​ການ​ ແລະ​ທ່າ​ອຽງ​ຂອງຕະຫລາດ​ທົ່ວ​ໂລກ. ບັນ​ດາ​ປະ​ເທດ​ ສະ​ມາ​ຊິກ ​ເຫັນ​ດີ​ວ່າ: ນັບ​ແຕ່​ເດືອນ​ສິງ​ຫາ ​ທີ່​ຈະ​ມາ​ເຖິງ ​ເປັນ​ຕົ້ນ​ໄປ ຈະ​​ເພີ່ມ​ໂຄ​ຕ້າ ການ​ຜະ​ລິດ​ນໍ້​າ​ມັນ​ເຊື້ອ​ໄຟ ​ຂຶ້ນ​ອີກ 188.000 ຖັງ(ບາ​ເຣວ)​ຕໍ່​ມື້, ນອກ​ຈາກ​ນີ້, ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ ເດືອນ​ລະ​ຄັ້ງ ເພື່ອ​ຄົ້ນ​ຄວ້າ​ ພິ​ຈາ​ລະ​ນາ​ສະ​ພາບ​ ຕະຫລາດ, ​ການປະ​ຕິ​ບັດ ​ຕາມ​ກົດ​ໝາຍ ແລະ​ ກົນ​ໄກ ການ​ຊົດ​ເຊີຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top