ກົດໝາຍວ່າດ້ວຍສື່ມວນຊົນ

25/06/2026 11:16
ຂປລ ຂປລ. ອີງກົດໝາຍວ່າດ້ວຍສ່ືມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ , ນະຄອນຫລວງວຽງຈັນ, ວັນທີ 4 ພະຈິກ 2016 ໃນກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມຄອງ, ການກວດກາສື່ມວນຊົນ

ຂປລ. ອີງກົດໝາຍວ່າດ້ວຍສ່ືມວນຊົນ (ສະບັບປັບປຸງ) ເລກທີ 01/ສພຊ , ນະຄອນຫລວງວຽງຈັນ, ວັນທີ 4 ພະຈິກ 2016 ໃນກົດໝາຍສະບັບນີ້ ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການພັດທະນາ, ການຄຸ້ມຄອງ, ການກວດກາສື່ມວນຊົນ ເພື່ອເສີມຂະຫຍາຍບົດບາດ, ຍົກສູງຄຸນນະພາບ ຂອງສື່ມວນຊົນໃຫ້ກ້າວໜ້າ ແລະ ທັນສະໄໝ, ເສີມຂະຫຍາຍປະຊາທິປະໄຕ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າແນໃສ່ຮັບປະກັນການປະຕິບັດເສລີພາບດ້ານສື່ມວນຊົນຂອງພົນລະເມືອງລາວ, ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ສື່ມວນຊົນ ແມ່ນ ເວທີຖະແຫລງຂ່າວທີ່ປະກອບດ້ວຍ ສື່ສິ່ງພິມ, ສື່ ອເລັກໂຕຣນິກ ແລະ ຜະລິດຕະພັນສື່ມວນຊົນ, ມີພາລະບົດບາດເປັນກະບອກສຽງຂອງອົງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໃນການໂຄສະນາ, ສຶກສາອົບຮົມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ປຸກລະດົມນໍ້າໃຈຮັກຊາດ, ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວິທະຍາສາດ, ເຕັກໂນໂລຊີ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ທໍ້ໃນສັງຄົມ ແລະ ຖ້ອຍ ທຳນອງທີ່ບິດເບືອນຄວາມຈິງ.

ນະໂຍບາຍຂອງລັດກ່ຽວກັບວຽກງານສື່ມວນຊົນ: ລັດສົ່ງເສີມ ແລະ ພັດທະນາວຽກງານສື່ມວນຊົນຂອງລັດໃຫ້ມີການຂະຫຍາຍຕົວຢ່າງກວ້າງຂວາງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບດ້ວຍການປະກອບບຸກຄະລາກອນ, ສະໜອງງົບປະມານ, ພາຫະນະ, ອຸປະກອນເຕັກນິກ, ເຕັກໂນໂລຊີ ທີ່ທັນສະໄໝ. ສົ່ງເສີມຊຸກຍູ້ໃຫ້ອົງການສື່ມວນຊົນທຸກພາກສ່ວນເປັນເຈົ້າການສ້າງຄວາມເຂັ້ມແຂງດ້ານວິຊາການ, ກຸ້ມຕົນເອງດ້ານການເງິນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ການກະຈາຍ ແລະ ການຈຳໜ່າຍຜະລິດຕະພັນສື່ມວນຊົນທີ່ຖືກຕ້ອງຕາມກົດໝາຍ. ຊຸກຍູ້ ແລະ ເປີດກວ້າງໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດມີສ່ວນຮ່ວມ ແລະ ລົງທຶນເຂົ້າໃນການພັດທະນາວຽກງານສື່ມວນຊົນ ຕາມກົດໝາຍ ແລະ ລະບຽບການ.

ການເຄື່ອນໄຫວວຽກງານສື່ມວນຊົນ ໃຫ້ປະຕິບັດຕາມຫລັກການດັ່ງນີ້:

1. ຮັບປະກັນການເປັນກະບອກສຽງຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໂດຍສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ. 2. ຮັບປະກັນລັກສະນະຂອງສື່ມວນຊົນ ແລະ 3. ຮັບປະກັນໃຫ້ພົນລະເມືອງລາວ ໄດ້ປະຕິບັດສິດເສລີພາບ ແລະ ພັນທະຂອງຕົນດ້ານສື່ມວນຊົນ, ປົກປ້ອງຜູ້ສະໜອງຂໍ້ມູນຂ່າວສານ, ປະກອບຄຳເຫັນ, ສະແດງທັດສະນະຕຳນິຕິຊົມ ທີ່ບໍ່ຂັດກັບກົດໝາຍ ແລະ ລະບຽບການ.

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລວມທັງບຸກຄະລາກອນສື່ມວນຊົນ, ຜູ້ລາຍງານ, ຜູ້ໃຫ້ຂໍ້ມູນ, ຜູ້ຊ່ຽວຊານ ແລະ ຜູ້ເຂົ້າຮ່ວມອື່ນທີ່ ເຄື່ອນໄຫວກ່ຽວກັບວຽກງານສື່ມວນຊົນ ໄດ້ຮັບການປົກປ້ອງຕາມກົດ
ໝາຍ ຈາກການແກ້ແຄ້ນ
, ຂົ່ມຂູ່ຕໍ່ຊີວິດ, ສຸຂະພາບ, ອິດສະລະພາບ, ກຽດສັກສີ, ຊື່ສຽງ, ຊັບສິນ ຂອງຕົນ.

ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວວຽກງານສື່ມວນຊົນຢູ່ດິນແດນຂອງ ສປປ ລາວ.

ການຮ່ວມມືສາກົນ, ລັດສົ່ງເສີມການພົວພັນຮ່ວມມືດ້ານສື່ມວນຊົນກັບຕ່າງປະເທດ, ພາກພື້ນ ແລະ ສາກົນດ້ວຍການຊຸກຍູ້ການເຄື່ອນໄຫວດ້ານວິຊາການ, ການແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ວິທະຍາສາດ, ເຕັກໂນໂລຊີ, ການຝຶກອົບຮົມ, ສ ຳມະນາ, ການຍົກລະດັບຄວາມຮູ້ດ້ານວິຊາການ ເພື່ອເຮັດໃຫ້ວຽກງານສື່ມວນຊົນມີຄຸນນະພາບ ແລະ ທັນສະໄໝ ບົນພື້ນຖານການເຄົາລົບ ເອກະລາດ, ອຳນາດອະທິປະໄຕ ຊຶ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ, ປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.

KPL

ຂ່າວອື່ນໆ

ads
ads

Top