ຂປລ
ຂປລ. ເມື່ອກ້າວເຂົ້າສູ່ລະດູຝົນ ນອກຈາກຈະນຳຄວາມຊຸ່ມຊື່ນມາສູ່ການດຳລົງຊີວິດແລ້ວ ຍັງເປັນຊ່ວງໄລຍະເວລາທີ່ພະຍາດຫລາຍຊະນິດສາມາດແຜ່ລະບາດໄດ້ງ່າຍ ໂດຍສະເພາະພະຍາດທີ່ເກີດຈາກຍຸງ, ນ້ຳປົນເປື້ອນ ແລະ ສຸຂະອະນາໄມທີ່ບໍ່ດີ. ແນວໃດກໍຕາມ, ການຮູ້ທັນ ແລະ ສາມາດປ້ອງກັນແຕ່ຫົວທີຈະຊ່ວຍຫລຸດຄວາມສ່ຽງຕໍ່ການເຈັບປ່ວຍໄດ້ ຊຶ່ງພະຍາດທີ່ພົບໄດ້ເລື້ອຍໆໃນໄລຍະລະດູຝົນ
ຂປລ. ເມື່ອກ້າວເຂົ້າສູ່ລະດູຝົນ ນອກຈາກຈະນຳຄວາມຊຸ່ມຊື່ນມາສູ່ການດຳລົງຊີວິດແລ້ວ ຍັງເປັນຊ່ວງໄລຍະເວລາທີ່ພະຍາດຫລາຍຊະນິດສາມາດແຜ່ລະບາດໄດ້ງ່າຍ ໂດຍສະເພາະພະຍາດທີ່ເກີດຈາກຍຸງ, ນ້ຳປົນເປື້ອນ ແລະ ສຸຂະອະນາໄມທີ່ບໍ່ດີ. ແນວໃດກໍຕາມ, ການຮູ້ທັນ ແລະ ສາມາດປ້ອງກັນແຕ່ຫົວທີຈະຊ່ວຍຫລຸດຄວາມສ່ຽງຕໍ່ການເຈັບປ່ວຍໄດ້ ຊຶ່ງພະຍາດທີ່ພົບໄດ້ເລື້ອຍໆໃນໄລຍະລະດູຝົນມີດັ່ງນີ້:
🦟1. ພະຍາດໄຂ້ເລືອດອອກ (Dengue Fever)ແມ່ນພະຍາດທີ່ເກຄດຈາກໄວຣັດ ແລະ ມີຍຸງລາຍເປັນພາຫະນະນຳເຊື້ອພົບເຫັນຫລາຍໃນລະດູຝົນ ຊຶ່ງມີອາການໄຂ້ສູງກະທັນຫັນ, ປວດຫົວ, ປວດກະເບົາຕາ, ປວດເມື່ອຍກ້າມຊີ້ນ ແລະ ຂໍ, ມີຜື່ນ ແລະ ບາງຄົນອາດມີຈຸດເລືອດອອກຕາມຜິວໜັງ. ວິທີປ້ອງກັນທີ່ສຳຄັນ ຄື ກຳຈັດນ້ຳຂັງໃນບໍລິເວນເຮືອນ, ປິດຝາພາຊະນະເກັບນ້ຳ, ນອນໃນມຸ້ງ, ໃສ່ເສື້ອແຂນຍາວ ເມື່ອຢູ່ບ່ອນມີຍຸງຫລາຍແລະ ໃຊ້ຢາກັນຍຸງ.
🤧 2. ໄຂ້ຫວັດໃຫຍ່ (Influenza) ແມ່ນພະຍາດຕິດຕໍ່ທາງລະບົບຫາຍໃຈ ແລະ ສາມາດແຜ່ຈາກຄົນສູ່ຄົນໄດ້ຜ່ານການໄອ, ຈາມ ຫລື ສຳຜັດສິ່ງປົນເປື້ອນ ຊຶ່ງມີອາການ ໄຂ້ຂຶ້ນສູງ, ໄອ, ເຈັບຄໍ, ນ້ຳມູກໄຫລ, ປວດຫົວ, ປວດເມື່ອຍຕາມໂຕແລະ ອ່ອນເພຍ. ວິທີປ້ອງກັນ ຄື ລ້າງມືເລື້ອຍໆ, ປິດປາກ-ດັງ ເວລາໄອ ຫລື ຈາມ, ຫລີກເວັ້ນການໃກ້ຊິດຜູ້ປ່ວຍ, ພັກຜ່ອນໃຫ້ພຽງພໍ.
💧 3. ພະຍາດຕິດເຊື້ອຈາກຍ່ຽວໜູ ຫລື ພະຍາດສະໄປໂຣຊິສ (Leptospirosis) ແມ່ນພະຍາດທີ່ເກີດຈາກເຊື້ອແບັກທີເຣຍ ຊຶ່ງສມາດປົນເປື້ອນຢູ່ໃນນ້ຳ ຫລື ດິນຜ່ານຍ່ຽວຂອງສັດ (ພົບຫລາຍໃນໜູ) ຊຶ່ງຈະມີອາການໄຂ້,ປວດຫົວ ແລະ ປວດກ້າມຊີ້ນ, ອ່ອນເພຍ, ຕາແດງ ແລະ ບາງຄົນອາດມີອາການຮຸນແຮງໄດ້. ສະນັ້ນ ຄວນຫລີກລ່ຽງການລຸຍນ້ຳເປື້ອນ, ໃສ່ເກີດໂບກເມື່ອຈຳເປັນ, ລ້າງມື້ ແລະ ອາບນ້ຳຫລັງສຳຜັດສິ່ງເປິເປື້ອນ.
🍲 4. ພະຍາດກະເພາະອັກເສບ ແລະ ລຳໄສ້ ແບບກະທັນຫັນ (Acute Gastroenteritis) ແມ່ນພະຍາດທີ່ເຮັດໃຫ້ມີອາການຖອກທ້ອງ ເກີດຈາກໄວຣັດ, ແບັກທີເຣຍ ຫລື ອາຫານ-ນ້ຳທີ່ປົນເປື້ອນ ຊຶ່ງມີອາການ ຖອກທ້ອງ, ປວດທ້ອງ ຫລື ບີບທ້ອງ, ໄຂ້, ອ່ອນເພຍ, ບາງຄົນອາດຂາດນ້ຳເຊັ່ນ: ປາກແຫ້ງ, ຍ່ຽວໜ້ອຍ, ວິນຫົວ, ອ່ອແຮງ. ວິທີປ້ອງກັນແມ່ນລ້າງມືກ່ອນກິນອາຫານ ແລະ ຫລັງເຂົ້າຫ້ອງນ້ຳ, ດື່ມນ້ຳສະອາດ, ກິນອາຫານປຸງສຸກ ແລະ ຫລີກເວັ້ນອາຫານຄ້າງຄືນ ຫລື ອາຫານບໍ່ສະອາດ.
5. ພະຍາດມືຕີນປາກ (Hand, Foot, and Mouth Disease) ແມ່ນພະຍາດຕິດເຊື້ອໄວຣັດ ທີ່ພົບຫລາຍໃນເດັກນ້ອຍ, ແຕ່ຜູ້ໃຫຍ່ກໍສາມາດເປັນໄດ້ ຊຶ່ງສາເຫດເກີດຈາກໄວຣັດ ທີ່ແຜ່ເຊື້ອຈາກນ້ຳລາຍ, ນ້ຳມູກ ແລະ ການສຳຜັດສິ່ງເປິເປື້ອນ ຈະມີອາການໄຂ້, ເຈັບຄໍ, ເບ່ືອອາຫານ,ມີຕຸ່ມຫລື ແຜໃນປາກ, ມີຕຸ່ມ ຫລື ຜື່ນທີ່ຝາມື ແລະ ຝາຕີນ, ບາງຄັ້ງອາດພົບຕຸ່ມທີ່ກົ້ນ ແລະ ຂາ. ວິທີປ້ອງກັນ ຕ້ອງລ້າງມືດ້ວຍສະບູເປັນປະຈຳ, ບໍ່ໃຊ້ຈານ, ບ່ວງ ຫລື ເຄື່ອງໃຊ້ຮ່ວມກັນ, ທຳຄວາມສະອາດຂອງຫລິ້ນ ແລະ ໃຫ້ເດັກນ້ອຍພັກຜ່ອນຢູ່ເຮືອນເມື່ອມີອາການ ແລະ ຖ້າມີອາການໄຂ້ສູງຫລາຍ, ດື່ມນຳ້ບໍ່ໄດ້, ຊຶມ ຫລື ອ່ອນແຮງຫລາຍ, ຫາຍໃຈລຳບາກ ຫລື ອາການຮຸນແຮງ ຮີບພ້າວພາລູຫລາຍນໄປພົບແພດໝໍໂດຍດ່ວນ.
KPL