ຂປລ
ຂປລ. ເມື່ອບໍ່ດົນມານີ້, ພະແນກສາທາລະນະສຸກ ແຂວງສາລະວັນ ຮ່ວມກັບຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງເມືອງສາລະວັນ ໄດ້ເປີດຂະບວນການທໍາລາຍແຫລ່ງແພ່ພັນ ໜອນນໍ້າຍຸງລາຍ ໃນ 5 ບ້ານ

ຂປລ. ເມື່ອບໍ່ດົນມານີ້, ພະແນກສາທາລະນະສຸກ ແຂວງສາລະວັນ ຮ່ວມກັບຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງເມືອງສາລະວັນ ໄດ້ເປີດຂະບວນການທໍາລາຍແຫລ່ງແພ່ພັນ ໜອນນໍ້າຍຸງລາຍ ໃນ 5 ບ້ານ ເທສະບານແຂວງ ຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນໍາຂົງເຂດວັດທະນະທຳ - ສັງ ຄົມ; ມີ ທ່ານ ຂາວ ໂພໄຊ ຮອງປະທານຄະນະກຳມະການປົກຄອງເມືອງສາລະວັນ ແລະ ທ່ານ ດຣ ສຸກສະຫວັດ ພິມບຸນຍໍ ຮອງຫົວໜ້າພະແນກສາທາລະນະສຸກແຂວງ; ມີບັນດາທ່ານຄະນະນໍາພະແນກສາທາລະນະສຸກແຂວງ; ຫ້ອງການສາທາເມືອງສາລະວັນ; ຄະນະອໍານວຍການໂຮງຮຽນ-ໂຮງໝໍ, ອົງການປົກຄອງ ບ້ານ 5 ບ້ານ ເທດສະບານ ແລະ ນັກຮຽນນັກສຶກສາສາທາລະສຸກ ເຂົ້າຮ່ວມ.

ທ່ານ ດຣ ສຸກສະຫວັດ ພິມບຸນຍໍ ໄດ້ກ່າວວ່າ: ເພື່ອປະຕິບັດຕາມແຈ້ງການຂອງກົມປິ່ນປົວ ກະຊວງສາທາ ລະນະສຸກ ແລະ ເພື່ອເປັນການຮອງຮັບການປ່ຽນແປງດິນຟ້າອາກາດ ຊຶ່ງເປັນສິ່ງເອື້ອອໍານວຍຄວາມສະດວກໃນການຂະ ຫຍາຍຕົວຂອງພາຫະນະນໍາເຊື້ອ (ຍຸງລາຍ) ແລະ ອົງການອານາໄມໂລກ ໄດ້ແຈ້ງເຕືອນວ່າ: ໃນປີ 2026 ນີ້ ອາດຈະມີການລະບາດໃຫຍ່ ແລະ ມີທ່າອ່ຽງ ຈະມີ 70 ກໍລະນີ ຄວາມຮຸນແຮງຫລາຍຂຶ້ນ ແລະ ຂໍ້ມູນການຕິດເຊື້ອ ໃນ 6 ເດືອນຕົ້ນປີ 2026 ມາຮອດປັດຈຸບັນນີ້ທົ່ວປະເທດ ມີ 1.838 ກໍລະນີ ໃນນັ້ນ ແຂວງເຊກອງ ຕິດເຊື້ອຫລາຍກວ່າໝູ່ມີ 375 ກໍລະນີ, ມີຊາຍແດນຕິດຈອດກັບແຂວງສາລະວັນ; ເຮັດໃຫ້ເກີດມີຄວາມສ່ຽງໃນການຕິດເຊື້ອ; ສໍາລັບແຂວງສາລະວັນ ຕົວເລກຜູ້ຕິດເຊື້ອໄຂ້ຍຸງມາຮອດປັດຈຸບັນມີ 16 ກໍລະນີ.
ໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ແມ່ນພະຍາດຕິດຕໍ່ ທີ່ເກີດຈາກເຊື້ອໄວລັດ Dengue ທີ່ ມີຍຸງລາຍ ເປັນພາຫະນະນໍາເຊື້ອ, ປັດຈຸບັນນີ້ ຍັງບໍ່ມີຢາປິ່ນປົວໂດຍກົງ ແລະ ບໍ່ມີວັກຊິນ ປ້ອງກັນພະຍາດໄດ້. ເຖິງຢ່າງໃດກໍຕາມ, ວິທີການປ້ອງກັນທີ່ມີປະສິດທິພາບທີ່ສຸດແມ່ນການຕັດວົງຈອນການຂະຫຍາຍຕົວຂອງຍຸງລາຍ ໂດຍການທຳລາຍໜອນນ້ຳ ທີ່ອາໄສຢູ່ຕາມແຫລ່ງນ້ຳຂັງຕ່າງໆ ພາຍໃນບໍລິເວນທີ່ຢູ່ອາໄສ, ເຮືອນຊານ, ສຳນັກງານ-ອົງການ, ຕະຫຼາດ, ຄິວລົດ ແລະ ຮ້ານສ້ອມແປງລົດ ຊຶ່ງງເປັນຈຸດທີ່ມີຄວາມສ່ຽງສູງ. ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຕ້ອງໄດ້ມີສ່ວນຮ່ວມໂດຍສະເພາະທຳລາຍແຫລ່ງເພາະພັນໜອນນ້ຳຍຸງລາຍໃນທຸກໆອາທິດ ເປັນຕົ້ນແມ່ນການປິດພາຊະນະເກັບນ້ຳ, ການທຳລາຍກະໂປະ, ກະປອງ ແລະ ຢາງຕີນລົດເກົ່າ ເພື່ອປົກປ້ອງຊີວິດຂອງຕົນເອງ ແລະ ຄອບຄົວໃຫ້ປອດໄພຈາກພະຍາດໄຂ້ເລືອດອອກ.

ສຳລັບການເຄື່ອນໄຫວໃນຂະບວນການຄັ້ງນີ້, ແມ່ນຈະໄດ້ສຸມໃສ່ການທຳລາຍແຫລງແພ່ພັນໜອນນ້ຳຍຸງລາຍ ຢູ່ໃນ 5 ບ້ານເທດສະບານ ເມືອງສາລະວັນ ປະກອບມີ: ບ້ານວັດກາງ, ບ້ານໂພນແກ້ວ, ບ້ານນາເຫຼັກ, ບ້ານນາກົກໂພ ແລະ ບ້ານຫລັກສອງ. ໃນການຈັດຕັ້ງປະຕິບັດ, ພະແນກສາທາລະນະສຸກແຂວງ ໄດ້ສົມທົບກັບຂັ້ນເມືອງ ຈັດຕັ້ງກຳລັງພະນັກງານວິຊາການລົງເຄື່ອນໄຫວປະຈຳການຢູ່ແຕ່ລະບ້ານ ບ້ານລະ 30 ທ່ານ ເພື່ອແບ່ງຄວາມຮັບຜິດຊອບໃນການລົງກວດກາ, ແນະນຳ ແລະ ສາທິດວິທີການທຳລາຍແຫລ່ງແພ່ພັນໜອນນ້ຳຍຸງລາຍໃຫ້ຖືກຕ້ອງຕາມຫລັກວິຊາການ ໃຫ້ແກ່ປະຊາຊົນໃນແຕ່ລະຄົວເຮືອນ. ພ້ອມກັນນັ້ນ, ຍັງໄດ້ມີຂະບວນລົດໂຄສະນາເຄື່ອນທີ່ ໄປຕາມເສັ້ນທາງຕ່າງໆພາຍໃນ 5 ບ້ານ ເພື່ອປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ປະຊາຊົນ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ “5 ປໍ” ຢ່າງເຂັ້ມງວດ ຊຶ່ງປະກອບມີ: ປິດພາຊະນະ, ປ່ຽນນ້ຳ, ປ່ອຍປາຫາງນົກຍູງ, ປັບປຸງສິ່ງແວດລ້ອມ ແລະ ປະຕິບັດເປັນປະຈຳທຸກໆອາທິດ ເພື່ອແນໃສ່ເຮັດໃຫ້ຂະບວນການດັ່ງກ່າວ ໄດ້ຮັບຜົນສຳເລັດ.
ໂດຍ: ສ.ພະຈັນ
KPL