ວຽກງານສື່ມວນຊົນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

25/06/2026 10:24
ຂປລ ຂປລ. ສື່ມວນຊົນ ເປັນກຳລັງແຮງສຳຄັນໃນການໂຄສະນາເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ສ້າງຄວາມຮັກຊາດ, ເຄົາລົບກົດໝາຍ ແລະ ສົ່ງເສີມການພັດທະນາສັງຄົມ. ວຽກງານສື່ມວນຊົນແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫລມຄົມ ໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ

ຂປລ. ສື່ມວນຊົນເປັນກຳລັງແຮງສຳຄັນໃນການໂຄສະນາເຜີຍແຜ່ແນວທາງ ແລະ ນະໂຍບາຍຂອງພັກ-ລັດ, ສ້າງຄວາມຮັກຊາດ, ເຄົາລົບກົດໝາຍ ແລະ ສົ່ງເສີມການພັດທະນາສັງຄົມ. ວຽກງານສື່ມວນຊົນແມ່ນວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ມີບົດບາດເປັນເຄື່ອງມືທີ່ເປັນກະບອກສຽງອັນແຫລມຄົມໃນການເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ-ລັດ, ເຮັດໜ້າທີ່ໂຄສະນາສຶກສາອົບຮົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ລະບອບປະຊາທິປະໄຕແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອະນຸລັກຮັກສາແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄືການພັດທະນາເສດຖະກິດ-ສັງຄົມ ໃຫ້ມີບາດກ້າວຂະຫຍາຍຕົວ. ມາຮອດປັດຈຸບັນຂະແໜງການສື່ມວນຊົນ ໄດ້ມີການພັດທະນາຕົນເອງ ທາງດ້ານປະລິມານແລະ ຄຸນນະພາບ, ບັນດາພາຫະນະສື່ມວນຊົນ ໄດ້ນໍາໃຊ້ ວິທະຍາສາດທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນ-ຂ່າວສານທັນສະໄໝ, ສາມາດສົ່ງຂໍ້ມູນ-ຂ່າວສານ ແລະເຜີຍແຜ່ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະກວ້າງຂວາງກວ່າເກົ່າ ເຮັດໃຫ້ມາດຕະຖານ ແລະ ຄຸນນະພາບຂອງວຽກງານສື່ມວນຊົນ ໄດ້ຮັບການພັດທະນາຍົກລະດັບຂຶ້ນເປັນກ້າວໆ.

ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນຳປະເທດຊາດ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ: “ວຽກງານຖະແຫລງຂ່າວ, ໂຄສະນາ, ວັດທະນະທຳ ກໍມີບາດກ້າວຂະຫຍາຍຕົວໃໝ່. ພວກ ເຮົາໄດ້ເອົາໃຈໃສ່ການຂະຫຍາຍ
ໜັງສືພິມປະຕິວັດ
, ດັດແປງວຽກງານກະຈາຍສຽງ, ເຊີດຊູລັກສະນະສຶກສາອົບຮົມ, ຊີ້ນຳມະຫາຊົນ ຂອງໜັງສືພິມ ແລະ ວິທະຍຸກະຈາຍສຽງໃຫ້ສູງຂຶ້ນເທື່ອລະກ້າວ, ເຮັດໃຫ້ວຽກງານເຫລົ່ານີ້ ເຂົ້າສູ່ເປົ້າໝາຍຕ່າງໆ ແລະ ໄດ້ເລິກເຊິ່ງກວ່າເກົ່າ.ປະທານໄກສອນ ພົມວິຫານ ໄດ້ເອົາໃຈໃສ່ຕໍ່ການປັບປຸງວຽກງານໂຄສະນາຂ່າວສານ ໃຫ້ທະລຸໂລ່ງແຕ່ສູນກາງ ຮອດທ້ອງຖິ່ນ, ເພີ່ນກ່າວວ່າ: “ ຂະແໜງການຖະແຫລງຂ່າວ, ວັດທະນະທຳ ແຕ່ ສູນກາງລົງເຖິງແຂວງ, ເມືອງ ຕ້ອງກຳແໜ້ນ ແລະ ນຳໃຊ້ບັນດາພາຫະນະທີ່ເຮັດວຽກງານຖະແຫລງຂ່າວ, ວັດທະນະທຳໃຫ້ດີກວ່າເກົ່າ ເຊັ່ນ: ວິທະຍຸກະຈາຍສຽງ, ວິທະຍຸ-ໂທລະພາບ, ໜັງສືພິມ, ໃບຂ່າວ, ກຳນພິມຈຳໜ່າຍ, ກອງສິລະປະວັນນະຄະດີ, ຮູບເງົາ ແລະ ອື່ນໆ ເຮັດໃຫ້ພາຫະນະຕ່າງໆ ເຫລົ່ານັ້ນ ສາມາດຮັບໃຊ້ປະຊາຊົນ ໄດ້ເປັນຢ່າງດີ ແລະ ທົ່ວເຖິງ ເປັນຕົ້ນແມ່ນຮັບໃຊ້ການອອກແຮງງານຜະລິດ, ການສູ້ຮົບ ແລະ ເຂດຊົນຊາດ.   

ສະນັ້ນ, ພັກເຮົາບໍ່ວ່າເວລາໃດຂອງການປະຕິວັດ ກໍເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານຖະແຫລງຂ່າວ-ສື່ມວນຊົນ ໂດຍຖືເອົາວຽກງານດັ່ງກ່າວ ເປັນເວທີໂຄສະນາ, ສຶກສາອົບຮົມ, ຂົນຂວາຍ ແລະ ຈັດຕັ້ງປະຊາຊົນ ເປັນວິທີຍຸດທະສາດອັນໜຶ່ງ ແລະ ຖືເປັນສະໜາມຮົບແນວຄິດ-ວັດທະນະທໍາ ໃນຍຸກສັງຄົມຂໍ້ມູນຂ່າວສານ. ໃນມະຕິສະບັບເລກທີ 36/ ກມສພ, ກໍໄດ້ເວົ້າແຈ້ງ ກ່ຽວກັບທັດສະນະຂອງພັກວ່າ:ສື່ມວນຊົນ ຂອງພວກເຮົາໃນຖານະເປັນໜັງສືພິມປະຕິວັດ ທີ່ໄດ້ກໍາເນີດໃນຂະບວນການຕໍ່ສູ້ຂອງປະຊາຊົນ ແລະ ເຕີບໃຫຍ່ຕາມການເຕີບໂຕ ແລະ ໄຊຊະນະຂອງການປະຕິວັດນັ້ນ ໄດ້ກາຍເປັນສື່ອັນສໍາຄັນທີ່ສຸດ ລະຫວ່າງ ພັກກັບປະຊາຊົນ ທີ່ທັງເປັນຜູ້ນໍາເອົາແນວຄິດ, ທິດສະດີປະຕິວັດ, ແນວທາງນະໂຍບາຍຂອງພັກໄປສູ່ປະຊາຊົນ, ທັງເປັນຜູ້ນໍາພາເອົາຄວາມຄິດຄວາມເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນມາສ່ອງແສງໃຫ້ພັກໄດ້ຮັບຊາບ”. ຍ້ອນເຫັນຄວາມສໍາຄັນຕໍ່ວຽກງານສື່ມວນຊົນ ດັ່ງນັ້ນ, ໃນມະຕິກອງປະຊຸມໃຫຍ່ຂອງພັກ ແຕ່ລະສະໄໝ ຈຶ່ງໄດ້ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານດັ່ງກ່າວພ້ອມ ທັງກໍານົດທິດທາງແຜນການເພື່ອພັດທະນາວຽກງານຖະແຫລງ ຂ່າວ-ສື່ມວນຊົນ ໃຫ້ຖືກຕ້ອງສອດຄ່ອງກັບຈຸດພິເສດຂອງແຕ່ລະຍຸກແຕ່ລະສະໄໝ ເປັນ ຕົ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກໄດ້ລະບຸວ່າ:ສົ່ງເສີມບົດບາດວຽກງານຖະແຫລງຂ່າວໂຄສະນາ ແລະ ສື່ມວນຊົນ ໃນການເຮັດໃຫ້ທົ່ວສັງຄົມມີມານະຈິດ ແລະ ອຸດົມຄະຕິລວມອັນດຽວກັນ ໃນການສ້າງສາພັດທະນາປະເທດຊາດ. ຂະແໜງຖະແຫລງຂ່າວ ແລະ ສື່ມວນຊົນຕ້ອງຍຶດໝັ້ນໃນທັດສະນະຂອງພັກ, ຍຶດໝັ້ນໃນຄວາມເປັນຈິງ ແລະ ເປັນເຄື່ອງມືອັນຄົມ ແຫລມທາງດ້ານການເມືອງ- ແນວຄິດ; ເປັນທັງນັກໂຄສະນາ, ນັກຂົນຂວາຍມະຫາຊົນ, ເປັນນັກຈັດຕັ້ງລວມໝູ່  ແລະ ເປັນເວທີແຫ່ງການເສີມຂະຫຍາຍປະຊາທິປະໄຕຂອງມະຫາຊົນ”. 

ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ໄດ້ວາງທິດທາງໃນຕໍ່ໜ້າສໍາລັບສື່ວ່າ:ພັດທະນາວຽກງານ ຖະແຫລງຂ່າວ ແລະ ວັດທະນະທໍາ ຕາມທິດຫັນໄປສູ່ຄຸນນະພາບ ແລະ ທັນສະໄໝເທື່ອລະກ້າວ, ເປັນກະບອກສຽງອັນແຫລມຄົມຂອງພັກ- ລັດ, ເປັນເວທີສະແດງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ”.ບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ລະບຸວ່າ: “ສ້າງລະບົບສື່ທີ່ຢູ່ພາຍ ໃຕ້ການຄຸ້ມຄອງຂອງລັດໃຫ້ເຂັ້ມແຂງ ແລະ ສາມາດປະຕິບັດບົດບາດອັນຕັ້ງໜ້າໃນການເປັນສື່ກາງ ເພື່ອສະໜງບັນດາຂໍ້ມູນອັນຈໍາເປັນໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມສະແດງຄວາມຄິດເຫັນອັນສ້າງສັນຈາກສັງຄົມ ຕ່ໍການເຄ່ືອນໄຫວວຽກງານຂອງອໍານາດລັດ ຢ່າງເປັນລະບົບວ່ອງໄວຊັດເຈນ.

         ເຖິງແນວໃດກໍດີ, ວຽກງານຖະແຫລງຂ່າວ-ສື່ມວນຊົນ  ເປັນພາຫະນະທີ່ສຳຄັນໃນການເຂົ້າເຖິງ ແລະ ຫັນປ່ຽນສະພາບແນວຄິດດັ້ງເດີມຂອງປະຊາຊົນ ແລະ ຕ້ານກົນອຸບາຍອັນເລິກແລບຂອງອິດທິກຳລັງປໍລະປັກ; ພ້ອມນັ້ນ ຍັງມີບົດບາດໃນການເຕົ້າໂຮມຄວາມສາມັກຄີປອງດອງ, ເສີມຂະຫຍາຍປະຊາທິປະໄຕ, ສ້າງທັດສະນະຫລັກໝັ້ນ ແລະ ຄວາມເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳພາຂອງພັກ, ໂຄສະນາປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມການປະຕິວັດຊາດປະຊາທິປະໄຕ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ, ຫັນປ່ຽນເສດຖະກິດທຳມະຊາດເປັນເສດຖະກິດສິນຄ້າ, ປຸກລະ ດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຶງດູດເອົາການຮ່ວມມື, ການຊ່ວຍເຫລືອ ແລະ ລົງທຶນຈາກຕ່າງປະເທດ. ແນວໃດກໍຕາມ, ໃນຍຸກດີຈິຕອນສື່ມວນຊົນຍິ່ງມີບົດບາດໃນການສ້າງຄວາມສາມັກຄີ, ຕ້ານຂ່າວບິດເບືອນ,​ ສົ່ງເສີມປະຊາທິປະໄຕ ແລະ ປຸກລະດົມປະຊາຊົນເຂົ້າຮ່ວມການສ້າງສາພັດທະນາປະເທດຊາດ.​ດັ່ງນັ້ນ ການພັດທະນາວຽກງານສື່ມວນຊົນໃຫ້ທັນສະໄໝ ແລະ ມີຄຸນນະພາບ ຈຶ່ງເປັນປັດໄຈສຳຄັນໃນການສ້າງສາ ແລະ ພັດທະນາປະເທດຊາດໃຫ້ກ້າວໜ້າຢ່າງຍືນຍົງ.
KPL

ຂ່າວອື່ນໆ

ads
ads

Top