ຂປລ
ຂປລ. ກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຂອງແຂວງສາລະວັນ ໄດ້ຈັດເມື່ອມໍ່ໆມານີ້ ທີ່ສະໂມສອນແຂວງ.
ຂປລ. ກອງປະຊຸມສະຫລຸບຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະ 2 ປີ (2024-2025) ຂອງແຂວງສາລະວັນ ໄດ້ຈັດເມື່ອມໍ່ໆມານີ້ ທີ່ສະໂມສອນແຂວງ. ໃນໂອກາດນີ້, ທ່ານ ພົນຈັດຕະວາ ສີເສີດ ສອນດາລາ ຄະນະປະຈຳພັກແຂວງ ແລະ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ໄດ້ກ່າວວ່າ: ແຂວງສາລະວັນ ເປັນແຂວງໜຶ່ງໃນພາກໃຕ້ຂອງ ສປປ ລາວ ທີ່ມີຊາຍແດນຕິດກັບ 2 ປະເທດ ຄື ສສ ຫວຽດນາມ ແລະ ລາຊະອານາຈັກໄທ ເຮັດໃຫ້ເປັນໜຶ່ງໃນພື້ນທີ່ສ່ຽງຕໍ່ການເຄື່ອນໄຫວຂອງຂະບວນການຢາເສບຕິດ. ໃນໄລຍະ 2 ປີຜ່ານ ມາພາກສ່ວນທີ່ກ່ຽວຂ້ອງໄດ້ຮ່ວມກັນເກັບກຳຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍທີ່ພົວພັນກັບຢາເສບຕິດທັງໝົດ 7.375 ຄົນ, ໃນນັ້ນມີຜູ້ເສບຢາເສບຕິດ 6.064 ຄົນ ແລະ ຜູ້ຄ້າ-ຂາຍຢາເສບຕິດ 1.192 ຄົນ.
ເມື່ອທຽບໃສ່ໄລຍະທີ 1 (2021-2023) ພົບວ່າ ຈຳນວນຜູ້ພົວພັນກັບຢາເສບຕິດຫລຸດລົງ 4.137 ຄົນ ຫລື ປະມານ 35,93%. ນອກຈາກນັ້ນ, ຍັງໄດ້ກຳນົດພື້ນທີ່ຫລໍ່ແຫລມ 18 ຈຸດ ແລະ ສາມາດແກ້ໄຂໄດ້ແລ້ວ 8 ຈຸດ ຍັງຄົງເຫລືອ 10 ຈຸດທີ່ຕ້ອງຕິດຕາມແກ້ໄຂຕໍ່ໄປ. ໃນດ້ານການປາບປາມ, ໄລຍະ 2 ປີຜ່ານມາ ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 285 ເລື່ອງ, ດຳເນີນຄະດີຕໍ່ຜູ້ຕ້ອງຫາ 413 ຄົນ, ຍິງ 18 ຄົນ. ໃນນັ້ນ ມີຄະດີຮ້າຍແຮງທີ່ສານຕັດສິນໂທດປະຫານຊີວິດ 6 ຄະດີ ຈຳນວນ 6 ຄົນ ແລະ ຕັດສິນໂທດຈຳຄຸກຕະຫລອດຊີວິດ 9 ຄົນ. ພ້ອມກັນນີ້, ເຈົ້າໜ້າທີ່ຍັງສາມາດຢຶດຂອງກາງຈຳນວນຫລາຍ ປະກອບມີ ຢາບ້າ 694.863 ເມັດ, ຢາໄອສ໌ 203 ກິໂລກຣາມ, ຢາເຄ 99 ກິໂລກຣາມ, ຄໍລະເຈັນ 179 ຊ່ອງ, ຢາສູບໄຟຟ້າ 191 ອັນ, ນ້ຳຢາດີຫວັດປະສົມນ້ຳກະທ້ອມ 263 ແກ້ວ, ເຮໂຣອິນ 101 ຫໍ່, ໃບກະທ້ອມ 40 ກິໂລກຣາມ ພ້ອມທັງອາວຸດ, ຍານພາຫະນະ, ໂທລະສັບມືຖື ແລະ ເງິນສົດຫລາຍປະເພດທີ່ກ່ຽວພັນກັບການກະທຳຜິດ.
ຜົນສຳເລັດດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມເຂັ້ມງວດໃນການປ້ອງກັນ ແລະ ປາບປາມຢາເສບຕິດຂອງແຂວງສາລະວັນ ໂດຍມີເປົ້າໝາຍຫລຸດຜ່ອນບັນຫາຢາເສບຕິດ ແລະ ສ້າງຄວາມສະຫງົບປອດໄພໃຫ້ແກ່ສັງຄົມ.
ໂດຍ: ສ. ພະຈັນ
KPL