ຂປລ
ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມຣລິກາ ກ່າວວ່າ: ສ.ອາເມລິກາ ຈະສາມາດ ບັນລຸສັນຍາກັບ ອີຣານ ພາຍໃນໜຶ່ງອາທິດຕໍ່ໜ້າ, ເພື່ອແກ່ຍາວ ເວລາຢຸດຍິງ ແລະ ເປີດຊ່ອງແຄບຮໍມຸສ ຄືນໃໝ່.
ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 1 ມິຖຸນານີ້, ໃນເວລາ ໃຫ້ສຳພາດຕໍ່ ບໍລິສັດ ກະຈາຍສຽງ ອາເມລິກາ ຫລື ABC, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມຣລິກາ ກ່າວວ່າ: ສ.ອາເມລິກາ ຈະສາມາດ ບັນລຸສັນຍາກັບ ອີຣານ ພາຍໃນໜຶ່ງອາທິດຕໍ່ໜ້າ, ເພື່ອແກ່ຍາວ ເວລາຢຸດຍິງ ແລະ ເປີດຊ່ອງແຄບຮໍມຸສ ຄືນໃໝ່.ເມື່ອນັກຂ່າວຖາມວ່າ ມື້ໃດຈຶ່ງຈະສາມາດຕົກລົງແລະເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການເປີດຊ່ອງແຄບຮໍມຸສຄືນໃໝ່, ທ່ານ ໂດນັນ ທຣຳ ກ່າວວ່າ: “ອາດຈະບັນລຸໄດ້ ພາຍໃນໜຶ່ງອາທິດຕໍ່ໜ້າ”, ປັດຈຸບັນ, “ຍັງມີລາຍລະອຽດສຳຄັນ ບາງຢ່າງ ທີ່ຕ້ອງຕົກລົງ ໃຫ້ຮຽບຮ້ອຍ.”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL