ສປຈີນ ອະນຸມັດໃຫ້ບໍລິສັດຕ່າງປະເທດ ເຂົ້າດຳເນີນທຸລະກິດ ຈຳນວນ 166 ບໍລິສັດ

13/06/2026 10:06
Email Print 104
ຂປລ ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານຂອງ ຈີນ ຖະແຫລງວ່າ: ຈີນ ພວມຂະຫຍາຍ ການເປີດກ້ວາງ ຂະແໜງ ໂທລະ ຄົມມະນາຄົມ ຢ່າງຕໍ່ເນື່ອງ, ໂດຍມີບໍລິສັດ ທຶນຕ່າງປະເທດ ຈຳນວນ 166 ແຫ່ງ ທີ່ໄດ້ຮັບອະນຸມັດ

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີ ສື່ສານຂອງ ຈີນ ຖະແຫລງວ່າ: ຈີນ ພວມຂະຫຍາຍ ການເປີດກ້ວາງ ຂະແໜງ ໂທລະ ຄົມມະນາຄົມ ຢ່າງຕໍ່ເນື່ອງ, ໂດຍມີບໍລິສັດ ທຶນຕ່າງປະເທດ ຈຳນວນ 166 ແຫ່ງ ທີ່ໄດ້ຮັບອະນຸມັດ ໃຫ້ດຳເນີນ ໂຄງການ ນໍາຮ່ອງ ບໍລິການ ຄົມມະນາຄົມ ໂດຍມີ ມູນຄ່າເພີ່ມ (Value-added telecom services-VAS) ໃນຈີນ, ນັບຕັ້ງແຕ່ ມີການ ອະນຸມັດ ຊຸດທໍາອິດ ເມື່ອເດືອນກຸມພາ 2025 ຜ່ານມາ.

ບໍລິສັດດັ່ງກ່າວນີ້ ສາມາດ ໃຫ້ບໍລິການ ໂທລະ ຄົມມະນາຄົມ, ມູນຄ່າເພີ່ມ ທົ່ວປະເທດ ໄດ້ຢ່າງຖືກຕ້ອງ ຕາມກົດໝາຍ ຄວບຄຸມ ບໍລິການ ສູນຂໍ້ມູນ ອິນເຕີເນັດ, ບໍລິການ ເຂົ້າເຖິງ ອິນເຕີເນັດ ແລະ ບໍລິການສື່ສານ. ໃນຂະນະທີ່ ກະຊວງ ດັ່ງກ່າວ ໄດ້ເລັ່ງປັບ ກົດເກນ ເພື່ອໃຫ້ສອດຄ່ອງ ກັບ ມາດຕະຖານ ເສດຖະກິດ ແລະ ການຄ້າ ລະຫວ່າງປະເທດ ໃນລະດັບສູງ, ໂດຍຕໍ່ຍອດ ຈາກ ນະໂຍບາຍເດີມ, ລວມທັງ ພັນທະ ກໍລະນີ ຂອງຈີນ ພາຍໃຕ້ ອົງການ ການຄ້າໂລກ (WTO) ແລະ   ຂໍ້ບັງຄັບເຂດການຄ້າ ເສລີ ນໍາຮ່ອງ ແລະ ນະໂຍບາຍເປີດເສລີ ພາກບໍລິການ ເພີ່ມຂຶ້ນເຕີມອື່ນໆ./

KPL

ຂ່າວອື່ນໆ

ads
ads

Top