ໂຄງການ ມື້ລະຖົງ ສ້າງຄວາມສະອາດຕໍ່ສັງຄົມ

18/05/2026 09:42
ຂປລ ຂປລ.ໂຄງການມື້ລະຖົງ ເປັນໂຄງການໜຶ່ງ ປະກອບສ່ວນ ເຮັດໃຫ້ຊາວໜຸ່ມມີຄວາມຮັກຄວາມສະອາດ, ຮັກສິ່ງ ແວດລ້ອມ. ດັ່ງຊາວໜຸ່ມແຂວງສາລະວັນ ໄດ້ຮ່ວມແຮງ ຮ່ວມໃຈເລີ່ມຕົ້ນກິດຈະກຳເກັບຂີ້ເຫຍື້ອ ເພື່ອໃຫ້ ສັງຄົມໜ້າຢູ່ ໂດຍບໍ່ຫວັງສິ່ງຕອບແທນ ເຊີ່ງບໍ່ພຽງ ແຕ່ເປັນການເກັບຂີ້ເຫຍື້ອເທົ່ານັ້ນ

ຂປລ.ໂຄງການມື້ລະຖົງ ເປັນໂຄງການໜຶ່ງ ປະກອບສ່ວນ ເຮັດໃຫ້ຊາວໜຸ່ມມີຄວາມຮັກຄວາມສະອາດ, ຮັກສິ່ງ ແວດລ້ອມ. ດັ່ງຊາວໜຸ່ມແຂວງສາລະວັນ ໄດ້ຮ່ວມແຮງ ຮ່ວມໃຈເລີ່ມຕົ້ນກິດຈະກຳເກັບຂີ້ເຫຍື້ອ ເພື່ອໃຫ້ ສັງຄົມໜ້າຢູ່ ໂດຍບໍ່ຫວັງສິ່ງຕອບແທນ ເຊີ່ງບໍ່ພຽງ ແຕ່ເປັນການເກັບຂີ້ເຫຍື້ອເທົ່ານັ້ນ, ຍັງເປັນປູກຈິດ ສຳນຶກໃຫ້ໄວໜຸ່ມ, ຊາວໜຸ່ມ ຫັນມາໃສ່ໃຈໃນການ ຮັກສາສິ່ງແວດລ້ອມຊ່ວຍກັນດ້ວຍການລົງມືເຮັດຕົວຈິງ ແລະ ການສົ່ງຕໍ່ຄວາມຮັບຜິດຊອບໃຫ້ສັງຄົມທີ່ບໍ່ຄວນເບິ່ງຂ້າມຕໍ່ບັນຫາການຖິ້ມຂີ້ເຫຍື້ອຊະຊາຍ.
ນ້ອງແຈັກ ຫລື ສົດໃສ ວິໄລຄໍາ, ຢູ່ບ້ານໂພນໄຜ່ ເມືອງສາລະວັນໃຫ້ຮູ້ວ່າ: ຍ້ອນໄດ້ຮັບແຮງບັນດານ ໃຈຈາກ “ອ້າຍປັນ” ໂຄງການມື້ລະຖົງ One bag a Day, ຢູ່ທີ່ນະຄອນປາກເຊຈຶ່ງໄດ້ຕົວຈິງ, ໄວໜຸ່ມແຂວງອື່ນ ສາມາດ ເຮັດໄດ້, ໃນນາມເຮົາເປັນໄວໜຸ່ມແຂວງສາລະວັນ ກໍສາມາດເຮັດໄດ້ເຊັ່ນກັນ ເຊິ່ງເລີ່ມຕົ້ນຈາກຕົວ ເຮົາເອງ ໂດຍບໍ່ຕ້ອງລໍຖ້າໃຜບອກ.
       

ນ້ອງໄດ້ເລີ່ມລົງມືເກັບຂີ້ເຫຍື້ອມາແລ້ວ 4 ວັນ, ແຕ່ວັນທີ 10 ພຶດສະພາ 2026. ໂດຍກໍານົດເອົາຈຸດ ອະນຸສາວະລີ ອົງແກ້ວ ເປັນຈຸດເລີ່ມຕົ້ນ ເພື່ອເຮັດ ໃຫ້ສະຖານທີ່ດັ່ງກ່າວ ມີຄວາມສະອາດ, ສວຍງາມ; ໃນມື້ທໍາອິດ ມີພຽງ 2 ຄົນເທົ່ານັ້ນ ແລະ ຕໍ່ມາກໍ ເລີ່ມມີນ້ອງໆ, ໝູ່ຄູ່ໃຫ້ຄວາມສົນໃຈ ເຂົ້າຮ່ວມເປັນ ຈິດອາສາ, ເກັບຂີ້ເຫຍື້ຶອໃນທຸກໆມື້ ນັບແຕ່ເວລາ 16:30 ໂມງ - 17:30 ໂມງແລງ, ເພື່ອສ້າງສະຖານທີ່ ດັ່ງກ່າວ ກາຍເປັນແບບຢ່າງທີ່ມີຄວາມສະອາດ,ສວຍງາມ.
       ໂຄງການ “ມື້ລະຖົງ” One Bag A Day ເປັນກິດ ຈະກໍາໜຶ່ງ ທີ່ໄດ້ຮັບຄວາມນິຍົມ, ໄວໜຸ່ມຫລາຍ ແຂວງ ໄດ້ລົງມືເຮັດຢ່າງຈິງຈັງ ແລະ ຢູ່ແຂວງສາ ລະວັນ ກໍເລີ່ມເປັນຮູບປະທຳແລ້ວ, ຍ້ອນນ້ອງໆໄວ ໜຸ່ມ ມີຈິດໃຈຮັກຄວາມສະອາດ, ຮັກສິ່ງແວດລ້ອມ ແລະ ໃຊ້ເວລາຫວ່າງເປັນປະໂຫຍດ ເພື່ອສັງຄົມ, ກ້າລົງມືເຮັດໃນສິ່ງທີ່ດີໆ ແລະ ໜ້າຊົມເຊີຍ, ເປັນການປູກຈິດສຳນຶກໃຫ້ທຸກຄົນໃນສັງຄົມ ຫັນມາໃສ່ ໃຈຕໍ່ການຮັກສາສິ່ງແວດລ້ອມ, ຮັກສາຄວາມສະອາດໂດຍເລີ່ມຕົ້ນຈາກສິ່ງເລັກໆນ້ອຍໆທີ່ເຮົາບໍ່ຄວນເບີ່ງຂ້າມ.
ໂດຍ: ວິໄລວອນ ສິດທິໄຊ

KPL

ຂ່າວອື່ນໆ

    • ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2ບົດ-ສາລະຄະດີ

      ລະນຶກວິລະກຳການຜ່າວົງປິດລ້ອມຂອງກອງພັນທີ 2

      5/18/2026 10:20:38 AM

      * ມື້ນີ້ 18 ພຶດສະພາ ແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດຂອງຊາດລາວ ກໍຄື ຂອງກອງທັບປະຊາຊົນລາວ ເພາະເປັນວັນທີ່ກອງພັນທີ 2 ວິລະ ຊົນຜ່າວົງປິດລ້ອມຂອງສັດຕູ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຊຶ່ງປີນີ້ກໍຄົບຮອບ 67 ປີ (18/5/1959-18/5/2026 ) ຜົນງານດັ່ງກ່າວເປັນການຢັ້ງຢືນເຖິງນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄື ກອງທັບປະຊາ ຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມື

    • ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງບົດ-ສາລະຄະດີ

      ຖ້ຳຈັງ ອີກໜຶ່ງສະຖານທີ່ທ່ອງທ່ຽວຍອດນິຍົມຂອງເມືອງວັງວຽງ

      5/18/2026 9:59:25 AM

      ຂປລ. ເມືອງວັງວຽງ ແຂວງວຽງຈັນ ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງ ໂດດເດັ່ນດ້ວຍພູມສັນຖານພູຫີນປູນ, ແມ່ນ້ຳ ແລະ ຖ້ຳທຳມະຊາດທີ່ສວຍງາມຈົນໄດ້ຮັບສາຍານາມວ່າ: “ກຸ້ຍຫລິນເມືອງລາວ”. ເມືອງວັງວຽງມີມູນເຊື້ອປະຫວັດສາດ ວັດທະນະທຳອັນເກົ່າແກ່ທີ່ໜ້າສົນໃຈ, ພູມີປະເທດສ່ວນໃຫຍ່ເຕັມໄປດ້ວຍປ່າໄມ້ ແລະ ພູຂຽວອຸ່ນທຸ່ມ

    •  ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ ບົດ-ສາລະຄະດີ

      ເຕັກນິກການປູກເຂົ້າປຽກສະຫລັບແຫ້ງ ສ້າງອາຊີບໝັ້ນຄົງໃຫ້ກະສິກອນ

      5/18/2026 9:53:30 AM

      ຂລປ. ປັດຈຸບັນ ທາງບໍລິສັດເບຍລາວ ຈຳກັດ ໄດ້ມີໂຄງການສົ່ງເສີມການປູກເຂົ້າແບບຍືນຍົງ ເພື່ອສົ່ງເສີມຊາວກະສິກອນຜູ້ມີຄວາມສົນໃຈໃສ່ຢາກເຂົ້າຮ່ວມໂຄງການ ພາຍໃນສາມເມືອງອ້ອມຂ້າງນະຄອນ ຫລວງວຽງຈັນ

    • ຂໍ້ຫ້າມບົດ-ສາລະຄະດີ

      ຂໍ້ຫ້າມ

      5/18/2026 9:49:54 AM

      ຂປລ.ປັດຈຸບັນນີ້, ໄດ້ກ້າວສູ່ລະດູຝົນແລ້ວ ເຊິ່ງເປັນໄລຍະທີ່ນ້ຳສັດ ໂດຍສະເພາະແມ່ນປາໄດ້ຂຶ້ນມາວາງໄຂ່ຢູ່ໃນແມ່ນ້ຳສາຍຕ່າງໆ, ຫ້ວຍຮ່ອງ, ໜອງ, ບຶງອື່ນໆ. ດັ່ງນັ້ນ, ຢູ່ໃນໄລຍະດັ່ງກ່າວ ພວກເຮົາ ຕ້ອງເປັນເຈົ້າການໃນການປົກປັກຮັກສາ ໂດຍຫ້າມນຳໃຊ້ວັດຖຸໃນການຫາປາແບບດັບສູນເຊັ່ນວ່າ

    • ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດບົດ-ສາລະຄະດີ

      ການຜ່າວົງປິດລ້ອມຂອງກອງພັນທີ 2 ວະລິຊົນອແມ່ນໄຊຊະນະອັນໃຫຍ່ຫລວງຂອງກໍາລັງປະກອບອາວຸດ

      5/18/2026 9:47:07 AM

      ຂປລ.ໃນບົດກ່ອນ, ໄດ້ນຳສະເໜີໄປແລ້ວ ກ່ຽວກັບມູນເຊື້ອອັນພິລະອາດຫານ ຂອງກອງພັນທີ 2 ໃນການ ຜ່າວົງປິດ ຂອງສັດຕູ, ມາຕໍ່ໃນບົດນີ້ ຂໍນຳສະເໜີຄວາມໝາຍສຳຄັນທາງດ້ານປະຫວັດສາດ ຂອງເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ເຊິ່ງບໍ່ພຽງແຕ່ເປັນການທັບມ້າງ ເລ່ລ່ຽມກົນອຸບາຍ ແລະ ການກະທຳ ຝືນປະ ຕິວັດ ຂອງພວກຈັກ ກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມື ເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່.

ads
ads

Top