ຂປລ
*ວັນທີ 9 ພຶດສະພາ 1945 ແມ່ນວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກ ໄດ້ສາມັກຄີກັນ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ
(ເນ່ືອງໃນໂອກາດວັນໄຊຊະນະສົງຄາມປົກປ້ອງປິຕຸພູມຂອງອະດີດສະຫະພາບໂຊວຽດ ຄົບຮອບ 81 ປີ 9/5/1945-9/5/2026)
*ວັນທີ 9 ພຶດສະພາ 1945 ແມ່ນວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄາມໂລກຄັ້ງທີ II ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດໂຊວຽດ, ປະຊາຊົນໂຊວຽດ ກໍຄື ປະເທດພັນທະມິດ ແລະ ປະຊາຊາດທົ່ວໂລກ ໄດ້ສາມັກຄີກັນ, ອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນເສຍ ສະຫລະຊີວິດ, ເລືອດເນື້ອ ແລະ ຊັບສິນຕໍ່ສູ້ຕ້ານ ການຮຸກຮານຂອງຟາດຊິດ ຢ່າງດຸເດືອດ, ພິລະອາດຫານ ແລະ ເດັດ ຂາດບໍ່ຍອມຈໍານົນ. ໄຊຊະນະຟາດຊິດ ບໍ່ພຽງແຕ່ສ້າງບາດລ້ຽວປະຫວັດສາດ ຕັດສິນໂຊກຊາຕາກຳຂອງປະຊາຊົນໂຊວຽດເທົ່ານັ້ນ ຍັງປົດປ່ອຍບັນດາປະຊາຊາດອອກຈາກການປົກຄອງຂອງຟາດຊິດ ມັນຍັງເປັນການຕັດສິນໂຊກຊາຕາກຳຂອງປະຊາຊົນຫລາຍປະເທດອີກດ້ວຍ ພາຍຫລັງສົງຄາມ ມັນໄດ້ສ້າງໃຫ້ມີບັນດາປະເທດສັງຄົມນິຍົມ ຊຶ່ງເປັນລະບົບເກີດຂຶ້ນໃນໂລກ. ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນດີໃຫ້ແກ່ການປະຕິວັດໂລກ ທັງຢູ່ເອີຣົບ ແລະ ອາຊີ, ມັນໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ແກ່ຂະບວນການປົດປ່ອຍຊາດ ຢູ່ບັນດາປະເທດຫົວເມືອງຂຶ້ນ ລຸກຂຶ້ນຕໍ່ສູ້ຍາດເອົາຄວາມເປັນເອກະລາດມາໃຫ້ຊາດຕົນ. ສຳລັບຢູ່ອິນດູຈີນ, ໄຊຊະນະຟາດສິດ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການປະຕິວັດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນຝຣັ່ງ.
ເມ່ືອຫວນຄືນເຫດການພາໃຫ້ເກີດສົງຄາມໂລກຄັ້ງທີ II ໄລຍະທ້າຍສະຕະວັດທີ XIX ຫາຕົ້ນສະຕະວັດທີ XX ລັດທິທຶນນິຍົມໄດ້ຂະຫຍາຍຕົວນັ້ນບໍ່ມີຄວາມດຸ່ນດ່ຽງກັນ (ບໍ່ເທົ່າທຽມກັນ) ຈຶ່ງເກີດມີຂໍ້ຂັດແຍ່ງທາງດ້ານສິດຜົນປະໂຫຍດ ລະຫວ່າງຈັກກະພັດດ້ວຍກັນ, ໂດຍສະເພາະການຍາດຊີງລະບົບຫົວເມືອງຂຶ້ນ ເພື່ອຂຸດຄົ້ນເອົາວັດຖຸດິບ, ຕະຫລາດຈໍາໜ່າຍສິນຄ້າ ແລະ ອື່ນໆ. ການຊ່ວງຊີງ ແລະ ແຂ່ງຂັນກັນທາງດ້ານອາວຸດ ຊຶ່ງຂໍ້ຂັດແຍ່ງດັ່ງກ່າວບໍ່ສາມາດແກ້ໄຂກັນໄດ້ຢ່າງສັນຕິວິທີ ຈຶ່ງກ້າວໄປເຖິງການໃຊ້ກໍາລັງເປັນເຄື່ອງມືໃນການແກ້ໄຂບັນຫາດ້ວຍການສ້າງຕັ້ງ 2 ກຸ່ມທາງທະຫານເຊັ່ນ: ກຸ່ມສໍາພັນທະມິດໄດ້ສ້າງຕັ້ງຂຶ້ນໃນປີ 1882, ປະກອບມີປະເທດເຢຍລະມັນ, ໂອຕຣິດ, ຮົງກາຣີ ແລະ ອີຕາລີ. (ໃນປີ 1915 ອີຕາລີຍ້າຍໄປຢູ່ກຸ່ມສົນທິ ສັນຍາ) ຊຶ່ງກຸ່ມສົນທິສັນຍາໄດ້ສ້າງຕັ້ງຂຶ້ນໃນປີ 1907ປະກອບມີ ອັງກິດ, ຝຣັ່ງ ແລະ ຣັດເຊຍ(ສະຫະພາບໂຊວຽດ). ພາຍຫລັງສ້າງຕັ້ງສໍາເລັດ, ທັງສອງກຸ່ມໄດ້ດໍາເນີນການຕໍ່ສູ້ກັນຢ່າງດຸເດືອດທີ່ສຸດເພື່ອແບ່ງໂລກຄືນໃໝ່, ຊ່ວງຊີງ ແລະແຂ່ງຂັນກັນທາງດ້ານອາວຸດ.
ໃນວັນທີ 28 ກໍລະກົດ ປີ 1914 ໂອຕຣິດ, ຮົງກາຣີ ໄດ້ບຸກໂຈມຕີແຊກບີ ວັນທີ 1 ສິງຫາ ເຢຍລະມັນ ປະກາດສົງຄາມກັບຣັດເຊຍ. ວັນທີ 3 ປະກາດສົງຄາມກັບຝຣັ່ງ ແລະ ວັນທີ 4 ອັງກິດ ປະກາດສົງຄາມກັບເຢຍລະມັນ. ໃນເບື້ອງຕົ້ນມີພຽງແຕ່ປະເທດມະຫາອໍານາດເທົ່ານັ້ນເຂົ້າຮ່ວມສົງຄາມ ຕໍ່ມາມີຫລາຍປະເທດ ແລະ ເມືອງຂຶ້ນຕ່າງໆຂອງບັນດາປະເທດຈັກກະພັດເຂົ້າຮ່ວມນໍາ. ສົງຄາມໂລກ ຄັ້ງທີ I ຂະຫຍາຍອອກໄປຫລາຍທະວີບໃນໂລກແຕ່ສະໜາມຮົບຕົ້ນຕໍ ແລະ ດຸເດືອດທີ່ສຸດແມ່ນເກີດຢູ່ເອີຣົບ, ສົງຄາມຄັ້ງນີ້ເປັນສົງຄາມຈັກກະພັດຜູ້ຮຸກຮານ ຫລື ສົງຄາມປຸ້ນສະດົມ ເປັນສົງຄາມອະທໍາສໍາລັບຜູ້ທີ່ເຂົ້າຮ່ວມສົງຄາມ, ໃນບັນດາປະເທດຈັກກະພັດທີ່ເຂົ້າຮ່ວມສົງຄາມໂລກຄັ້ງນີ້, ຫົວໜ້າໃນການກໍ່ສົງຄາມໄດ້ແກ່ອັງກິດ ແລະ ເຢຍລະມັນ.
ປີ 1941 ຟາດຊິດເຢຍລະມັນ ໄດ້ເລີ່ມຕົ້ນສົງຄາມກັບ ສະຫະພາບໂຊວຽດ ໂດຍບໍ່ໄດ້ປະກາດ ຕັ້ງແຕ່ແຄມທະເລບານຕິກ ຮອດທະເລດຳ ເປົ້າໝາຍແມ່ນຮຸກຮານ, ຢືດຄອງ, ທຳລາຍລ້າງຜານນະຄອນຫລວງມົດສະກູ ແລະ ທັງມ້າງສະຫະພາບໂຊວຽດ ຕາມແຜນການຍຸດທະສາດທາງການທະຫານຂອງຟາດຊິດທີ່ມີຊື່ວ່າ: ແຜນບາຣບາໂຣຊາ. ພວກເຂົາໄດ້ວາງແຜນເປີດບັ້ນຮົບ (ສາຍຟ້າແມບ) ຕ້ອງທຳລາຍກອງທັບໂຊວຽດໃຫ້ໄດ້ ແລະ ບັງຄັບໃຫ້ ມົດສະກູ ຕ້ອງຍອມຈຳນົນ. ຕໍ່ໜ້າການບຸກໂຈມຕີລ້າງຜານຢ່າງໂຫດຮ້າຍປ່າເຖື່ອນຂອງຟາດຊິດ, ສະຫະພາບໂຊວຽດ-ລັດສັງຄົມນິຍົມທີ່ອ່ອນນ້ອຍ, ໃຕ້ການນຳພາອັນປີຊາສາມາດ ຂອງພັກກອມມູນິດ ໄດ້ປຸກລະດົມທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລຸກຂຶ້ນກຳປືນຕ້ານຟາດຊິດ, ຍອມເສຍສະລະຊີວິດ ແລະ ວັດຖຸຊັບສິນທຸກຢ່າງ ເພື່ອກອບກູ້ເອົາປະເທດຊາດ, ປົກປັກຮັກສາລັດສັງຄົມນິຍົມ ແລະ ກອບກູ້ເອົາມວນມະນຸດອອກຈາກໄພພິບັດແຫ່ງການລົ້ມຕາຍຈາກນ້ຳມືຂອງຟາດຊິດ, ຢັບຢັ້ງການບຸກລຸກຂອງກອງທະຫານຟາດຊິດດ້ວຍຫລາຍວິທີ, ຫລາຍກຳລັງຂອງສົງຄາມປະຊາຊົນ.
ການປະລາໄຊຄັ້ງໃຫຍ່ເທື່ອທຳອິດຂອງຟາດຊິດໃນສົງຄາມໂລກຄັ້ງທີ II ແມ່ນຢູ່ຊານເມືອງມົດສະກູ ໃນທ້າຍປີ 1941-ຕົ້ນປີ1942. ພວກຟາດຊິດ ໄດ້ວາງແຜນປິດລ້ອມນະຄອນຫລວງມົດສະກູ ບໍ່ໃຫ້ຜູ້ໃດສາມາດລອດອອກໄປໄດ້ ເພື່ອທຳລາຍເຮືອນທຸກຫລັງ ແລ້ວປ່ອຍນ້ຳເຂົ້າໃຫ້ຖ້ວມອຸມົງລົດໄຟໃຕ້ດິນ ແຕ່ພວກເຂົາກໍ່ບໍ່ສາມາດເຮັດສຳເລັດໄດ້. ກອງທັບແດງໂຊວຽດໄດ້ຕ່າວໂຈມຕີຢ່າງກ້າຫານ ແລະ ເດັດດ່ຽວ, ຂັບໄລ່ພວກຟາດຊິດອອກຈາກນະຄອນຫລວງມົດສະກູ. ພາຍຫລັງທີ່ປ້ອງກັນນະຄອນມົດສະກູໄດ້ແລ້ວ, ກອງທັບແດງໂຊວຽດ ໄດ້ເປີດສາກບຸກໂຈມຕີພວກຟາດຊິດ ຢູ່ທົ່ວທຸກແຫ່ງຫົນຂອງດິນແດນໂຊວຽດ. ເມື່ອສົງຄາມໂລກຄັ້ງທີສອງສິ້ນສຸດລົງ, ຟາດສິດຮິດເລີ ຖືກດັບສູນ, 13 ປະເທດຢູ່ເອີຣົບ ທີ່ມີພົນລະເມືອງ 113 ລ້ານຄົນໄດ້ຮັບການປົດປ່ອຍ.ໄຊຊະນະອັນໃຫຍ່ຫລວງຂອງ ສະຫະພາບໂຊວຽດໄດ້ສ້າງກາລະໂອກາດພາວະວິໄສ ໃຫ້ແກ່ບັນດາປະເທດຢູ່ເອີຣົບ ແລະ ອາຊີຈຳນວນໜຶ່ງໄດ້ຮັບການປົດປ່ອຍ ແລະ ກ້າວຂຶ້ນສູ່ສັງຄົມນິຍົມ.
ສຳລັບຢູ່ອິນດູຈີນ, ໄຊຊະນະຟາດຊິດ ໄດ້ສົ່ງຜົນສະທ້ອນອັນໃຫຍ່ຫລວງໃຫ້ແກ່ການປະຕິວັດຢູ່ອິນດູຈີນ ມັນໄດ້ເຮັດໃຫ້ການປະຕິວັດມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວຂຶ້ນຕີເອົາຊະນະກັບພວກລ່າເມືອງຂຶ້ນຕ່າງດ້າວ. ໄຊຊະນະຟາດຊິດ ຍັງສະແດງໃຫ້ເຫັນເຖິງນ້ຳໃຈສາກົນກຳມະຊີບອັນຜ່ອງໃສຂອງກອງທັບ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບໃນໂລກລ້ວນແຕ່ຮັບຮູ້ຊາບຊຶ້ງ ເຖິງວິລະກຳອັນລ້ຳເລີດ, ຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄືພັນທະຕໍ່ສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ, ມວນມະນຸດຜູ້ກ້າວໜ້າ ແລະ ຮັກຫອມສັນຕິພາບ ໃນໂລກ ລ້ວນແຕ່ຮັບຮູ້-ຊາບຊຶ້ງ ເຖິງວິລະກໍາອັນລໍ້າເລີດ, ຄວາມອົງອາດກ້າຫານ, ຄວາມສາມັກຄີອັນແໜ້ນແຟ້ນ ແລະ ຄວາມຈົງຮັກພັກດີຕໍ່ຊາດ ກໍຄື ພັນທະຕໍ່ສາກົນຂອງກອງທັບແດງ ແລະ ປະຊາຊົນໂຊວຽດ ທີ່ສາມາດຜາບແພ້ຟາດຊິດໄດ້ຢ່າງສິ້ນເຊິງ.
ສຳລັບການສະໜັບສະໜູນຊ່ວຍເຫລືອ ຂອງອະດີດສະຫະພາບໂຊວຽດຕໍ່ ສປປ ລາວ ເຊິ່ງພາຍຫລັງປະເທດຊາດ ໄດ້ຮັບການປົດປ່ອຍ ຢ່າງສົມບູນ ສະຖາປະນາເປັນ ສປປ ລາວ ໃນ ປີ 1975, ຄະນະຜູ້ແທນຂັ້ນສູງ ພັກ-ລັດ ຂອງ ສປປ ລາວ ຊຶ່ງນໍາໂດຍ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໄດ້ເດີນທາງໄປຢ້ຽມຢາມ ສະຫະພາບໂຊ ວຽດ. ໃນພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງລາວ ກໍຄື ໃນກອງປະຊຸມໃຫຍ່ ຄັ້ງທີ XXVI ຂອງພັກກອມມູນິດໂຊ ວຽດ, ທ່ານ ເລໂອນິດ ເບຣຊະແນັບ ເລຂາທິການໃຫຍ່ ພັກກອມມູນິດໂຊວຽດ, ຄະນະປະທານສະພາ ໂຊວຽດສູງສຸດ ໄດ້ປະກາດຮັບຮູ້ວ່າ: ສປປ ລາວ ແມ່ນໜຶ່ງໃນບັນດາປະເທດ ວົງຄະນາຍາດສັງຄົມນິຍົມ ອ້າຍນ້ອງ. ຕັ້ງແຕ່ນັ້ນມາ ສ
ໂຊວຽດ ກໍໄດ້ເພີ່ມທະວີການສະໜັບສະໜູນຊ່ວຍເຫລືອພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ສປປ ລາວ ໃນທຸກດ້ານ ເຊັ່ນ: ດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບ, ການກໍ່ສ້າງພະນັກງານໃນຂະແຫນງການຕ່າງໆ ແລະ ໃນເວທີສາກົນ. ບັນດາກິດ ຈະການທີ່ສະແດງ ໃຫ້ເຫັນເຖິງສັນຍະລັກແຫ່ງການກໍ່ສ້າງ, ການຊ່ວຍເຫລືອ ຂອງ ສໂຊວຽດ ຕໍ່ ສປປ ລາວ ຊຶ່ງພັກ-ລັດ ແລະ ປະຊາຊົນລາວ ບໍ່ສາມາດລືມໄດ້ນັ້ນຄື: ໂຮງຮຽນທິດສະດີ ຊັ້ນສູງຂອງພັກ (ທ່າງ່ອນ), ໂຮງໝໍມິດຕະພາບ ລາວ-ໂຊວຽດ 150 ຕຽງ, ໂຮງສະ ແດງກາຍະສິນສູນກາງ, ສະຖານີດາວທຽມສະປຸດນິກ ຫລັກ 52, ເສັ້ນທາງເລກ 9, ຂົວປາກກະດິງ, ຕະຫລອດເຖິງອຸປະ ກອນພາຫະນະປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.
KPL