ຂປລ
ໃນວັນທີ 11 ພຶດສະພາ 2026 ຜ່ານມາ, ທ່ານ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ຕ້ອນຮັບການເຂົ້າຢ້ຽມພົບປະຂອງຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ດຳລົງຊີວິດຢູ່ຕ່າງປະເທດ ພ້ອມດ້ວຍຄະນະ ຢູ່ທີ່ສູນກາງແນວລາວສ້າງຊາດ.
ຂປລ. ໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII, ຄະນະກຳມະການສູນກາງແນວລາວສ້າງຊາດ ຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ນຳໂດຍ ທ່ານ ຈູມຄຳ ຫລວງວັນ ກຳມະການສູນກາງແນວລາວສ້າງຊາດ ປະທານສຳພັນຄົນລາວຢູ່ປະເທດຝຣັ່ງ ແລະ ໄດ້ລາຍງານສະພາບການເຄື່ອນໄຫວຂອງວຽກງານສຳພັນຄົນລາວຢູ່ຕ່າງປະເທດໂດຍຫຍໍ້ ໃຫ້ທ່ານປະທານສູນກາງແນວລາວສ້າງຊາດໄດ້ຮັບຊາບ.
ໂອກາດນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໂດຍໄດ້ເນັ້ນໃຫ້ທຸກທ່ານ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເສີມຂະຫຍາຍຄວາມສາມັກຄີເປັນ ປຶກແຜ່ນ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອກາຍເປັນກໍາລັງແຮງໃນການເຕົ້າໂຮມຄວາມສາມັກຄີ ຕາມພາລະບົດບາດຂອງແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດຕາມຄໍາຂວັນກອງປະຊຸມໃຫຍ່ວາງໄວ້. ພ້ອມກັນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ຍັງໄດ້ເນັ້ນໃຫ້ບັນດາທ່ານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ເປັນຕົວແທນຄົນລາວຢູ່ຕ່າງປະເທດ ສືບຕໍ່ເຮັດໜ້າທີ່ປຸກລະດົມຂົນຂວາຍພີ່ນ້ອງຄົນລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດປະຕິບັດນະໂຍບາຍການຕ່າງປະເທດຂອງພັກ ຊຶ່ງຖືວ່າຄົນລາວຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ແຍກອອກບໍ່ໄດ້ຂອງວົງຄະນະຍາດແຫ່ງຊາດລາວ, ເຕົ້າໂຮມກຳລັງແຮງທັງໝົດ ໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນໃຫ້ຫລາຍ ຂຶ້ນກວ່າເກົ່າ.
ພ້ອມກັນນີ້, ທ່ານປະທານສູນກາງແນວລາວສ້າງຊາດ ໄດ້ມອບໃບຍ້ອງຍໍສັນລະເສີນ ໃຫ້ແກ່ກຳມະການສູນກາງແນວລາວສ້າງຊາດ ຢູ່ຕ່າງປະເທດ ສະໄໝທີ XI ຈຳ ນວນ 10 ທ່ານ ທີ່ມີຜົນງານໃນການເຄື່ອນໄຫວປະກອບສ່ວນເຂົ້າໃນວຽກງານຂອງແນວລາວສ້າງຊາດ ໃນຕະຫລອດໄລຍະ 5 ປີຜ່ານມາຕື່ມອີກ.
ຂ່າວ-ພາບ: ດວງມະນີ
KPL