ສະ​ຫລຸບ​ການ​ສຳ​ຫລວດ​ພົນ​ລະ​ເມືອງ ແລະ ທີ່​ຢູ່​ອາ​ໄສ ຄັ້ງ​ທີ V ປີ 2025

05/05/2026 11:18
Email Print 1854
ຂປລ ຄະນະຊີ້ນໍາລະດັບຊາດ ຄ້ັງທີ V ຂອງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດກອງປະຊຸມສະຫລຸບການສໍາຫລວດດັ່ງກ່າວ ໃນວັນທີ 30 ເມສາ 2026 ຜ່ານມາຢູ່ກະຊວງການເງິນ .

     ຂປລ. ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະຊີ້ນໍາລະດັບຊາດ ສໍາລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ມີບັນດາຮອງລັດຖະມົນຕີ, ຄະນະຊີ້ນໍາລະດັບຊາດສໍາລັບການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ບັນດາປະທານປົກຄອງແຂວງ, ປະທານປົກຄອງນະຄອນຫລວງວຽງຈັນ, ປະທານຄະນະຊີ້ນຳການສຳຫລວດພົນລະເມືອງ ແລະ ທີ່ຢ່ອາໄສຂັ້ນແຂວງ, ນະຄອນຫລວງ ໃນໂອກາດດ່ັງກ່າວ, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວວ່າ:  ຜ່ານການຈັດຕັ້ງປະຕິບັດໃນງວດ I ປີ 2026 ຜ່ານມານ້ີ, ພວກເຮົາສາມາດບັນລຸຜົນສໍາເລັດຈຳນວນໜຶ່ງເປັນຕົ້ນອັດຕາເຕີບໂຕຂອງເສດຖະກິດຄາດວ່າຂະຫຍາຍຕົວ ຢູ່ໃນລະດັບ 5,5%, ອັດຕາເງິນເຟ້ີຢູ່ໃນລະດັບຕົວເລກດຽວ 7,0%.

     ນອກນັ້ນ, ການເກັບລາຍຮັບງົບ ປະມານກໍບັນລຸໄດ້ທັງໝົດ 28% ຂອງແຜນການປີ ( ຫລື 112% ຂອງແຜນໄຕມາດ1), ສຳລັບລາຍຈ່າຍປະຕິບັດ 11% ຂອງແຜນປີ ( 41% ຂອງແຜນໄຕມາດ1). ນອກນັ້ນ, ກໍຍັງມີຫລາຍຄາດໝາຍທ່ີຄາດວ່າສາມາດບັນລຸຕາມແຜນທ່ີວາງໄວ້. ເຖິງຢ່າງໃດກໍຕາມ, ປັດຈຸບັນພວກເຮົາກໍຍັງຜະເຊີນໜ້າກັບຄວາມບໍ່ສະຖຽນລະພາບທາງດ້ານເສດຖະກິດ-ສັງຄົມຂອງໂລກ ແລະ ພາກພື້ນມີການຜັນແປຢ່າງຄາດຄະເນໄດ້ຍາກ ໂດຍສະເພາະສະພາບຄວາມບໍ່ສະຫງົບຢູ່ຕາເວັນອອກກາງ ຊຶ່ງໄດ້ສ້າງຜົນກະທົບຕໍ່ແຫລ່ງການຜະລິດສິນຄ້າ ແລະ ການຂົນສົ່ງນໍ້າມັນເຊື້ອໄຟເຮັດໃຫ້ມີການປັບລາຄານໍ້າມັນຂຶ້ນ, ຄ່າຂົນສົ່ງໂດຍສານ, ໄຟຟ້າເພີ່ມຂຶ້ນຢ່ປະເທດເຮົາ. ສະເພາະເງິນເຟີ້ປະຈໍາເດືອນເມສາ 2026 ນີ້ ກໍຍັງສືບຕ່ໍເພ່ີມຂຶ້ນເຖິງ 10,2%  ຊຶ່ງຮຽກຮ້ອງໃຫ້ພວກເຮົາທຸກພາກສ່ວນສືບຕ່ໍເປັນເຈົ້າການປະຕິບັດມາດຕະການ ໃນການຊຸກຍູ້ການຜະລິດ ແລະ ຄຸ້ມຄອງເສດຖະກິດມະຫາພາກ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເປັນວຽກງານໜຶ່ງທີ່ສໍາຄັນທີ່ສຸດຊຶ່ງຈະສະໜອງຂໍ້ມູນອັນສໍາຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນງົບປະມານແຫ່ງລັດໃນໄລຍະແຕ່ນ້ີ ຮອດປີ 2030.

    ນອກຈາກນິ້, ຜົນຂອງການສໍາຫລວດຄ້ັງນ້ີ, ກໍຈະໄດ້ນໍາໃຊ້ເຂ້ົາໃນການຄາດຄະເນຈໍານວນພົນລະເມືອງຂອງປະເທດເຮົາໃນ 30- 40 ປີຕໍ່ໜ້າຈົນຮອດປີ 2055- 2065. ໃນ 10 ປີຕໍ່ໜ້າ ໃນປິ 2033-2035 ຈະໄດ້ມີການກະກຽມສໍາຫລວດ ຄັ້ງທີ VI ຕື່ມອີກ ເພ່ືອຮັບໃຊ້ໃນການສ້າງ ແລະ  ຕີລາຄາການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີ ຄັ້ງທີ XI ແລະ ຄັ້ງທີ XII. 

     ທ່ານ ສັນຕິພາບ ພົມວິຫານ ຍັງໃຫ້ຮູ້ອີກວ່າ: ລາຍງານຜົນເບື້ອງຕົ້ນຂອງການສຳຫລວດກວມເອົາບາງຕົວເລກຕົ້ນຕໍເທົ່ານັ້ນຄື: ຈໍານວນພົນລະເມືອງລາວທັງໝົດໃນ ປີ 2025. ໃນນັ້ນ, ແຍກໃຫ້ເຫັນຈໍານວນເພດຍິງ-ຊາຍ,ຈໍານວນພົນລະເມືອງແບ່ງຕາມແຂວງ, ແບ່ງຕາມໝວດອາຍຸ, ອັດຕາການຂະຫຍາຍຕົວຂອງພົນລະເມືອງໃນລະດັບຊາດ ແລະ ລະດັບແຂວງ, ຕົວເລກກ່ຽວກັບຈຳນວນທ່ີຢູ່ອາໄສ, ຈຳນວນຄົວເຮືອນ ແລະ ຂະໜາດສະເລ່ຍຂອງຄົວເຮືອນ. ສ່ວນຜົນການສໍາຫລວດກ່ຽວກັບສະພາບ ການຈະເລີນພັນ, ການເສຍຊີວິດ, ການຍົກຍ້າຍຂອງພົນລະເມືອງ, ການສຶກສາ-ການຮູ້ໜັງສື, ພົນລະເມືອງພິການ, ກຳລັງແຮງງານ ແລະ ການມີວຽກເຮັດງານທຳ, ລາຍລະອຽດກ່ຽວກັບຄຸນລັກສະນະທີ່ຢູ່ອາໄສແມ່ນທາງຫ້ອງການສຳຫລວດຂັ້ນສູນກາງ ແລະ ຄະນະຊ່ຽວຊານຍັງຈະສືບຕໍ່ເຮັດໃຫ້ສຳເລັດ.

KPL

ຂ່າວອື່ນໆ

    • ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງບົດ-ສາລະຄະດີ

      ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງ

      7/28/2026 9:34:27 AM

      ງານສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງຈັດຂຶ້ນເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸພາກພ້ືນແມ່ນໍ້າຂອງ, ລວມທັງບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

    • ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນບົດ-ສາລະຄະດີ

      ການຈັດຕັ້ງປະບັດມະຕິວ່າດ້ວຍ ສອຈ ມີຫລາຍດ້ານພົ້ນເດັ່ນ

      7/28/2026 9:25:42 AM

      ຂປລ. ການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະສາດທີ່ສໍາຄັນ ໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມ ຂອງສປປ ລາວ

    • ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນບົດ-ສາລະຄະດີ

      ເຄື່ອນໄກວຢ້ຽມຢາມ ແລະ ໂອ້ລົມຢູ່ຕາແສງກະດັນ

      7/28/2026 9:21:45 AM

      ເມ່ືອບ່ໍດົນມານີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກດຖະມົນຕີ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ເຮັດວຽກ ແລະ ພົບປະໂອ້ລົມກັບຄະນະພັກ, ອົງການປົກຄອງເມືອງໂຂງ, ຄະນະກຳມະການປົກຄອງຕາແສງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ.

    • ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?ບົດ-ສາລະຄະດີ

      ຂັບຂີ່ໃຫ້ປອດໄພ ຕ້ອງປະຕິບັດແນວໃດ?

      7/28/2026 9:20:49 AM

      ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້:

    • ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມບົດ-ສາລະຄະດີ

      ບໍລິສັດ ໂຊກຣີນລາວ ສົ່ງເສີມການລ້ຽງເຜິ້ງ-ຜະລິດນໍ້າເຜີ້ງທໍາມະຊາດອອກສູ່ສັງຄົມ

      7/28/2026 9:19:03 AM

      ຂປລ. ເມື່ອ​ເວົ້າ​ເຖິງ​ນໍ້າເຜີ້ງ​ແລ້ວ​ຫລາຍ​ຄົນ ອາດ​ຈະ​ຄິດ​ວ່າ​ມີ​ແຕ່​ໃນ​ທໍາ​ມະ​ຊາດ​ຢ່າງ​ດຽວ​​ເທົ່າ​ນັ້ນ, ​ແຕ່​ຄວາມ​ຈິງ​ເປັນຈິງ ປັດຈຸບັນຫລາຍຄອບຄົວໄດ້ຫັນມາປະກອບອາຊີບລ້ຽງເຜິ້ງກັນຫລາຍຂຶ້ນ ເນ່ືອງຈາກນ້ຳເຜິ້ງທຳມະຊາດພຽງຢ່າງດຽວບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດໄດ້ພຽງພໍ.

ads
ads

Top