ເສດຖະກິດຂອງຮົງກົງ ເຕີບໂຕໄວທີ່ສຸດໃນຮອບ 5 ປີ ເກືອບ 6%

06/05/2026 16:27
Email Print 719
ຂປລ ໃນໄຕມາດທຳອິດປີ 2026 ລວມຍອດ ຜະລິດຕະພັນພາຍໃນຫລື GDP ຂອງເຂດຮົງກົງ ເຕີບໂຕ ລະດັບ 5,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍນີ້, ເຊິ່ງເປັນຈັງຫວະການເຕີບໂຕໃນໄຕມາດທີ່ສ້າງສະຖິຕິສູງສຸດ ເທື່ອໃໝ່ໃນຮອບ 5 ປີຜ່ານມາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ອົງການສະຖິຕິ ຂອງອົງການປົກຄອງ ເຂດບໍລິຫານພິເສດຮົງກົງຂອງ ສປ ຈີນ ໄດ້ປະກາດຕົວເລກ ການປະເມີນລ່ວງໜ້າວ່າ: ໃນໄຕມາດທຳອິດປີ 2026 ລວມຍອດ ຜະລິດຕະພັນພາຍໃນຫລື GDP ຂອງເຂດຮົງກົງ ເຕີບໂຕ ລະດັບ 5,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍນີ້, ເຊິ່ງເປັນຈັງຫວະການເຕີບໂຕໃນໄຕມາດທີ່ສ້າງສະຖິຕິສູງສຸດ ເທື່ອໃໝ່ໃນຮອບ 5 ປີຜ່ານມາ.ໃນໄຕມາດທຳອິດປີນີ້ ການໃຊ້ຈ່າຍໃນການບໍລິໂພກພາກເອກະຊົນຂອງເຂດຮົງກົງ ເພີ່ມຂຶ້ນ 5%ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ, ມີຈັງຫວະ ການເຕີບໂຕໄວກວ່າເກົ່າເມື່ອທຽບໃສ່ ໄຕມາດທີ 4 ຂອງປີ 2025 ທີີ່ມີຈັງຫວະການເຕີບໂຕ 2,5%; ຍອດມູນຄ່າຊັບສິນຄົງທີ່ທ້ອງຖິ່ນໄດ້ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; .ໃນດ້ານການຄ້າ, ຖ້າຄິດໄລ່ ຕາມນິຍາມບັນຊີເສດຖະກິດແຫ່ງຊາດ, ໃນ 3 ເດືອນຕົ້ນປີນີ້ ຍອດມູນຄ່າການສົ່ງອອກສິນຄ້າ ທີ່ຈັບຕ້ອງໄດ້ ຂອງເຂດຮົງກົງ ໄດ້ເພີ່ມຂຶ້ນ 23,8%, ແລະ ຍອດມູນຄ່າການນຳເຂົ້າສິນຄ້າ ທີ່ຈັບຕ້ອງໄດ້ກໍ່ໄດ້ ເພີ່ມຂຶ້ນ29,9% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top