ສິງກະໂປ-ນູແວນເຊລັງ ຈະບໍ່ໃຫ້ການຈໍລະຈອນວັດສະດຸສຳຄັນຢຸດສະງັກໃນເວລາເກີດວິກິດ

05/05/2026 16:16
Email Print 443
ຂປລ ສິງ​ກະ​ໂປ ແລະ ນູ​ແວນ​ເຊ​ລັງ​ ໄດ້​ເຊັນ​ສັນ​ຍາ​ ການ​ຄ້າ​ວັດ​ສະ​ດຸ​ພື້ນ​ຖານ​ ຢ່າງ​ເປັນ​ທາງ​ການ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ໃນ​ອະ​ນາ​ຄົດ, ຖ້າຫາກ​ເກີດ​ວິ​ກິດ​ການ, ການ​ສົ່ງ​ອອກວັດ​ສະ​ດຸ​ທີ່ຈຳ​ເປັນ​ຕ່າງໆ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 4 ພຶດ​ສະ​ພາ​ນີ້​ ສິງ​ກະ​ໂປ ແລະ ນູ​ແວນ​ເຊ​ລັງ​ ໄດ້​ເຊັນ​ສັນ​ຍາ​ ການ​ຄ້າ​ວັດ​ສະ​ດຸ​ພື້ນ​ຖານ​ ຢ່າງ​ເປັນ​ທາງ​ການ ໂດຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ໃນ​ອະ​ນາ​ຄົດ, ຖ້າຫາກ​ເກີດ​ວິ​ກິດ​ການ, ການ​ສົ່ງ​ອອກວັດ​ສະ​ດຸ​ທີ່ຈຳ​ເປັນ​ຕ່າງໆ ເຊັ່ນ: ທັນ​ຍ​າ​ຫານ, ພະ​ລັງ​ງານ, ຢາປົວພະຍາດ, ຜະ​ລິດ​ຕະ​ພັນ​ເຄ​ມີ ແລະ ຜະ​ລິດ​ຕະ​ພັນ​ກໍ່​ສ້າງ​ ເປັນ​ຕົ້ນ ລະ​ຫວ່າງ​ ສອງ​ປະ​ເທດ ຈ​ະ​ບໍ່​ຖືກ​ຈຳ​ກັດ ​ທີ່​ບໍ່​ຈຳ​ເປັນ ແລະ ສາ​ມາດ ​ຈໍ​ລະ​ຈອນ​ກັນ​ ຢ່າງ​ຕໍ່​ເນື່ອງ.ໃນໂອກາດນີ້ ທ່ານ​ ລໍເຣັນສ ວອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ ​ກ່າວ​ວ່າ: ສັນ​ຍາ​ສະ​ບັບ​ນີ້​ ເປັນ​ສັນ​ຍາ​ບຸກ​ທະ​ລຸ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ: ເຖິງວ່າ​ຜະ​ເຊີນ​ໜ້າ​ກັບ​ ຄວາມ​ກົດ​ດັນ, ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ຍັງ​ຈະ​ຍຶດ​ໝັ້ນ​ຄຳ​ໝັ້ນ​ສັນ​ຍາ ​ທີ່ມີຕໍ່​ກັນ, ຮັບ​ປະ​ກັນ​ການເປີດ​ຕະຫລາດ ແລະ ການ​ຈໍ​ລະ​ຈອນ ​ວັດ​ສະ​ດຸ​ພື້ນ​ຖານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top