ທົ່ວປະເທດຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ຂະນະທີ່ສາທາລະນະສຸກ ຮຽກຮ້ອງບໍ່ໃຫ້ປະຊາຊົນຖືເບົາ

24/04/2020 15:53
Email Print 656
ຂປລ ຂປລ. ສປປ ລາວ ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ​ເຊິ່ງວັນທີ 23 ເມສາ 2020 ຜ່ານມາໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນຈໍານວນ 83 ຄົນ ທີ່ມາກວດນັ້ນ ມີນະຄອນຫລວງວຽງຈັນ 9 ຄົນ ແລະ ຕ່າງແຂວງ 74 ຄົນ, ​ໃນ​ນັ້ນ ແຂວງຈຳປາສັກ 46 ຄົນ, ສະຫວັນນະເຂດ 19 ຕົນ, ຄຳມ່ວນ 4 ຕົນ, ສາລະວັນ 3 ຄົນ, ຫລວງນ້ຳທາ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ.

ຂປລ. ສປປ ລາວ ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ເພີ່ມ, ​ເຊິ່ງວັນທີ 23 ເມສາ 2020 ຜ່ານມາໄດ້ເກັບຕົວຢ່າງມາກວດທັງໝົດ 83 ຄົນ, ໃນຈໍານວນ 83 ຄົນ ທີ່ມາກວດນັ້ນ ມີນະຄອນຫລວງວຽງຈັນ 9 ຄົນ ແລະ ຕ່າງແຂວງ 74 ຄົນ, ​ໃນ​ນັ້ນ ແຂວງຈຳປາສັກ 46 ຄົນ, ສະຫວັນນະເຂດ 19 ຕົນ, ຄຳມ່ວນ 4 ຕົນ, ສາລະວັນ 3 ຄົນ, ຫລວງນ້ຳທາ 1 ຄົນ ແລະ ບໍລິຄຳໄຊ 1 ຄົນ. ຈາກຜົນກວດຕົວຢ່າງ​ທັງ​ໝົດ​ແມ່ນເປັນລົບ ໝາຍ​ຄວາມ​ວ່າ ບໍ່ພົບຜູ້ຕິດເຊື້ອ, ແຕ່ຢ່າງໃດກໍຕາມ ກະຊວງສາທາລະນະສຸກ ​ໄດ້ຮຽກຮ້ອງມາຍັງປະຊາຊົນຢາຖືເບົາ ໃຫ້ທຸກຄົນສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ 06/ນຍ ຢ່າງເຂັ້ມງວດ.

       ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຜູ້ປະຈໍາການຄະນະສະເພາະກິດ ​ໄດ້​ໃຫ້​ຮູ້​ໃນ​ໂອກາດ​ຖະ​ແຫລ​ງຂ່າວ​ ຕໍ່​ສື່​ມວນ​ຊົນ ວັນທີ 24 ເມສາ 2020 ນີ້ວ່າ: ນັບແຕ່ ເດືອນມັງກອນ ຮອດວັນທີ 24 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1.611 ຄົນ, ກວດພົບເຊື້ອທັງໝົດ 19 ຄົນ (12 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ). ສ່ວນຈໍານວນຜູ້ສໍາຜັດໃກ້ຊິດ ກັບຜູ້ຕິດ ເຊື້ອທັງໝົດ ທີ່ໄດ້ຕິດຕາມແຕ່ວັນທີ 09 ມີນາ-23 ເມສາ 2020 ມີ ທັງໝົດ 313 ຄົນ, ໝົດກໍານົດຕິດຕາມ 311 ຄົນ, ຍັງສືບຕໍ່ຕິດຕາມທັງໝົດ 2 ຄົນ ເຊິ່ງຕິດຕາມຢູ່ນະຄອນຫລວງວຽງຈັນ, ທັງໝົດແມ່ນ ຕິດຕາມຢູ່ໂຮງໝໍ 103 ໂດຍສະເລ່ຍ ຍັງອີກ 1 ມື້ ຈຶ່ງຄົບກຳນົດຕິດຕາມ 14 ວັນ, ຖືວ່າຜູ້ສໍາພັດໃກ້ຊິດກັບຄົນເຈັບ ທັງໝົດແມ່ນຢູ່ນະຄອນຫລວງວຽງຈັນ.

ທ່ານ ຮສ.ດຣ ພູທອນ ເມືອງປາກກ່າວຕື່ມວ່າ: ແນວໃດກໍຕາມ ເພື່ອສືບຕໍ່ໃຫ້ສະພາບການ ລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງໄປເລື້ອຍໆ ເຮັດໃຫ້ພວກເຮົາສາມາດ ກັບມາດຳລົງຊີວິດ ຕາມປົກກະຕິໄດ້ນັ້ນ, ໃນຕໍ່ໜ້ານີ້ ຈຶ່ງຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ ຈົ່ງສືບຕໍ່ເອົາໃຈໃສ່ ເປັນເຈົ້າການ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 06/ນຍ ແລະ ບັນດາຂໍ້ແນະນຳ ຕ່າງໆຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການຈໍາກັດຕົນເອງຢູ່ເຮືອນ, ການປະຕິບັດໄລຍະຫ່າງ, ຫລີກເວັ້ນການຊຸມແຊວ, ໝັ່ນລ້າງມືຫລັງເວລາ ຈັບບາຍສິ່ງຂອງ ແລະ ໃສ່ຜ້າອັດປາກ-ດັງ ເວລາຈຳເປັນ ທີ່ຕ້ອງອອກໄປຂ້າງນອກ.

ຂ່າວ-ພາບ ສຸກສະຫວັດ

KPL

ຂ່າວອື່ນໆ

ads
ads

Top