ສູນຝຶກອົບຮົມກອງພົນທີ 3 ສະຫລຸບວຽກງານຮອບດ້ານ

28/08/2025 13:09
Email Print 143
ຂປລ ສູນຝຶກອົບຮົມກອງພົນທີ 3 ພະແນກເສນາ-ອົບຮົມ ສະຫລຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໃນວັນທີ 27 ສິງຫາ 2025 .

    ຂປລ. ສູນຝຶກອົບຮົມກອງພົນທີ 3 ພະແນກເສນາ-ອົບຮົມ ສະຫລຸບຖອດຖອນບົດຮຽນ ວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025 ໃນວັນທີ 27 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ພັນເອກ ຄໍາສອນ ໄຊສົງຄາມ ຫົວໜ້າການທະຫານ ສູນຝຶກອົບຮົມ ກອງພົນທີ 3, ມີທ່ານ ພັນໂທ ທະວີແສງ ອິນສຸຫວັດ ຫົວໜ້າພະແນກເສນາ-ອົບຮົມ ສູນຝຶກອົບຮົມກອງພົນທີ 3 ພ້ອມດ້ວຍບັນດາຂະແໜງການ, ພະນັກງານ-ນັກຮົບທົ່ວພະແນກດັ່ງກ່າວເຂົ້າຮ່ວມ.

    ທ່ານ ພັນຕີ ບຸນທະວີ ໄມສານ ຫົວໜ້າຂະແໜງບໍລິຫານພະແນກເສນາ-ອົບຮົມ ໄດ້ສະຫລຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການ 6 ເດືອນ ທ້າຍ 2025 ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນຄະນະພັກ-ຄະນະບັນຊາແຕ່ຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດເປັນກົກ, ຖືເອົາວຽກງານວິຊາສະເພາະເປັນສຳຄັນ, ຈັດຕັ້ງລະບົບປະຈໍາການ 3 ຂັ້ນຕະຫລອດ 24 ຊົ່ວໂມງ, ສາມາດເຮັດໃຫ້ຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບປອດໄພໂດຍຟື້ນຖານ, ຈັດຕັ້ງເຊື່ອມຊຶມມູນເຊື້ອ ແລະ ເອກະສານສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ແລະ ຂອງກົມກອງສາມາດເຮັດໃຫ້ພະນັກງານ ສະມາຊິກພັກ-ນັກຮົບ ເຂົ້າໃຈຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບໄດ້ຢ່າງເຂັ້ມງວດ, ເຂົ້າຮ່ວມບັນອົບຮົມຫັດແອບວຽກງານການເມືອງ-ການທະຫານ ແລະ ວຽກງານພະລາ-ເຕັກນິກປະຈໍາໄຕມາດຢ່າງເປັນປົກກະຕິຕາມແຜນການຂອງຂັ້ນເທິງ, ໄປພ້ອມກັບການກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເຂົ້າຮ່ວມທຸກຂະບວນການລວມຂອງກົມກອງ ໂດຍປະຕິບັດຕາມ 5 ຫລັກການ 3 ທິດນໍາຂອງພັກໃນນີ້, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ 1 ສະຫາຍ, ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ 1 ສະຫາຍ, ເປົ້າໝາຍໃໝ່ 1 ສະຫາຍ, ສົ່ງພະນັກງານໄປຍົກລະດັບວິຊາສະເພາະພາຍໃນ ແລະ ຕ່າງປະເທດ 2 ສະຫາຍ, ສະເໜີຂັ້ນເທິງເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ 8 ສະຫາຍ. ນອກນີ້, ຍັງໄດ້ນໍາພາ-ຊີ້ນໍາບັນດາພະນັກງານທີ່ເປັນຄູ-ອາຈານໃຫ້ປະຕິບັດໂມງເວລາ ໃນການຂຶ້ນຫ້ອງສອນໃຫ້ຖືກຕ້ອງ ແລະ ເຂັ້ມງວດ ເຮັດໃຫ້ການຮຽນ-ການສອນຂອງຄູ-ອາຈານ ສາມາດເຮັດສຳເລັດຕາມແຜນການທີ່ວາງໄວ້ ພ້ອມທັງເອົາໃຈໃສ່ຊູກຍູ້ພະນັກງານ-ນັກຮົບ ປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການກອງທັບວາງອອກ ໂດຍຍຶດໝັ້ນນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄປເທື່ອລະກ້າວ, ດ້ວຍການເພີ່ມພູນຜະລິດຜົນ ແລະ ປູກຝັງລ້ຽງສັດຕາມຄວາມອາດສາມາດບົ່ມຊ້ອນຂອງກົມ ສາມາດຂຸດຄົ້ນຊອກຫາແຫລ່ງລາຍຮັບເຂົ້າຄັງລວມ ຈາກການປູກຝັງ-ລ້ຽງສັດ ແລະ ການບໍລິການອື່ນໆໄດ້ 12,5 ລ້ານກີບ. ນອກນີ້, ໄດ້ເອົາໃຈໃສ່ພົວພັນຮ່ວມມືກັບເພື່ອນສາກົນ ຕາມແນວທາງຂອງພັກ ໂດຍຖືສຳຄັນພົວພັນແຮກສ່ຽວກັບກົມກອງເພື່ອນ, ອົງການປົກຄອງທ້ອງຖິ່ນອ້ອມຂ້າງ, ກົມກອງຕັ້ງທັບເປັນຢ່າງດີ. ສວນທິດທາງແຜນການໃນຕໍ່ໜ້າ ແມ່ນຈະສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນ ແລະ ມີຜົນສໍາເລັດສູງກວ່າເກົ່າ.

    ໂອກາດດັ່ງກ່າວ, ທ່ານ ພັນເອກ ຄໍາສອນ ໄຊສົງຄາມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະທີ່ພະນັກງານນັກຮົບໃນພະແນກ ພ້ອມກັນຍາດມາໄດ້ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ແຕ່ລະສະຫາຍເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ຍົກສູງບົດບາດນໍ້າໃຈຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້, ເພີ່ມທະວີຄວາມສາມັກຄີເປັນປືກແຜ່ນແໜ້ນໜາ, ເຮັດວຽກເປັນໝູ່ຄະນະແບບລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ຖືເອົາການຕໍານິກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນບັນຫາສໍາຄັນ, ເອົາວຽກງານວິຊາສະເພາະເປັນຕົ້ນຕໍ່, ຕິດພັນກັບການສຶກສາອົບຮົມການເມືອງແນວຄິດເປັນກົກ, ມີຄວາມບໍລິສຸດສັດຊື່ ແລະ ຈົ່ງຮັກພັກດີຕໍ່ປະເທດຊາດ, ເປັນເຈົ້າການໃນການນໍາພາ-ຊີ້ນໍາ, ຈັດຕັ້ງປະຕິບັດທຸກມະຕິຄໍາສັ່ງຂອງຂັ້ນເທິງ ແລະ ບັນດາຂໍ້ກໍານົດກົດລະບຽບຕ່າງໆ ຂອງກອງທັບ ກໍຄືຂອງກົມກອງວາງອອກຢ່າງເຂັ້ມງວດ, ຄຽງຄູ່ກັບການປະຕິບັດຕາມທິດນໍາ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ໂດຍຍຶດໝັ້ນນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ແນ່ໃສ່ເຮັດໃຫ້ກົມກອງ ກາຍເປັນກົມກອງວັດທະນະທໍາ, ນັກຮົບວັດທະນະທຳ ກໍຄືກອງປອດໃສ ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ, ຕັ້ງໜ້າອອກແຮງແຂ່ງຂັນກັນສ້າງຜົນງານ ສ້າງຂະບວນການໃນຫລາຍດ້ານເພື່ອອຸທິດໃຫ້ແກ່ວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ, ກອງທັບ ແລະ ຂອງກົມກອງ ໂດຍສະເພາະ ກະກຽມສະເຫລີມສະຫລອງວັນຄູ່ແຫ່ງຊາດ ຄົບຮອບ 30 ປີ ແລະ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງໃນຕໍ່ໜ້ານີ້ ໃຫ້ເປັນຂະບວນຟົດຟື້ນມ່ວນຊື່ນຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ສົມພົງ ອິນຕະວັນ

KPL

ຂ່າວອື່ນໆ

ads
ads

Top