ເມືອງຜາອຸດົມ ສະຫລຸບວຽກງານຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງ

28/08/2025 12:58
Email Print 9144
ຂປລ ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງຜາອຸດົມ ປະຈໍາສົກຮຽນ 2024-2025 ໄຂຂຶ້ນໃນວັນທີ 27 ສິງຫາ 2025 ທີ່ສະໂມສອນຂອງເມືອງ.

     ຂປລ. ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງຜາອຸດົມ ປະຈໍາສົກຮຽນ 2024-2025 ໄຂຂຶ້ນໃນວັນທີ 27 ສິງຫາ 2025 ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງທ່ານ ເພັງມະນີ ລໍມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີທ່ານ ສົມຊາຍ ສີສະຫວັດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ, ທ່ານ ສົມນິດ ໄຊທະວົງສິດ ຮອງປະທານ ຄະນະກຳມະການປົກຄອງເມືອງ ມີຜູ້ບໍລິຫານງານສຶກສາທົ່ວເມືອງ ພ້ອມດ້ວຍຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ຮັບຟັງບົດລາຍງານຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ສົກຮຽນ 2024-2025, ເຊິ່ງທົ່ວເມືອງຜາອຸດົມ ມີໂຮງຮຽນລ້ຽງເດັກ ແລະ ອະນຸບານ 42 ແຫ່ງ, 78 ຫ້ອງ ມີນັກຮຽນ 2.085 ຄົນ ຍິງ 1.011 ຄົນ, ນັກຮຽນຫລຸດລົງ 51 ຄົນ; ໂຮງຮຽນປະຖົມ ມີ 56 ແຫ່ງ ມີນັກຮຽນຊັ້ນປະຖົມ 5.646 ຄົນ ຍິງ 2.767 ຄົນ ນັກຮຽນເພີ່ມຂຶ້ນ 58 ຄົນ ທຽບໃສ່ສົກຮຽນຜ່ານມາ ໂຮງຮຽນຍຸບ 1 ແຫ່ງ (ມູນລະປະຖົມ ສີບູນເຮືອງ); ໂຮງຮຽນມັດທະຍົມ 11 ແຫ່ງ ໃນນີ້, ມີໂຮງຮຽນມັດທະຍົມຕອນຕົ້ນ 8 ແຫ່ງ, ໂຮງຮຽນມັດທະຍົມສົມບູນ 3 ແຫ່ງ, ນັກຮຽນຊັ້ນມັດທະຍົມມີ 3.722 ຄົນ ຍິງ 1.875 ຄົນ ເພີ່ມຂຶ້ນ 410 ຄົນ, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາເພີ່ມຈາກ 96% ມາເປັນ 97,5%, ອັດຕາປະລະຂອງນັກຮຽນຊັ້ນປະຖົມ ຫລຸດລົງຈາກ 7,7% ມາເປັນ 3,4%, ອັດຕາເຂົ້າຮຽນລວມມັດທະຍົມຕອນຕົ້ນ ເພີ່ມຈາກ 61,6% ມາເປັນ 78,5%, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນຫລຸດລົງຈາກ 15,3% ມາເປັນ 9,4%, ອັດຕາເຂົ້າຮຽນລວມມັດທະຍົມຕອນປາຍເພີ່ມຈາກ 20,5% ມາເປັນ 31,5%, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນປາຍ ຫລຸດລົງຈາກ 21,4% ມາເປັນ 5,6%. ສຳລັບການຈັດຕັ້ງປະຕິບັດ 15 ຄາດໝາຍທີ່ສະພາປະຊາຊົນແຂວງຮັບຮອງ ມີ 12 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ ແລະ ຜົນການສອບເສັງຈົບຊັ້ນສາຍສາມັນສຶກສາ ສົກຮຽນ 2024-2025 ຊັ້ນປະຖົມສຶກສາ ປ1-ປ5 ເສັງໄດ້ 97,08% ຍິງ 98,28% ເສັງຕົກ 2,92%; ຊັ້ນມັດທະຍົມສຶກສາຕອນຕົ້ນ ມ1-ມ4 ເສັງໄດ້ 98,81% ຍິງ 99,03%, ເສັງຕົກ 0,88%; ຊັ້ນມັດທະຍົມສຶກສາຕອນປາຍ ມ5-ມ7 ເສັງໄດ້ 99,39%, ຍິງ 99,51%, ເສັງຕົກ 0,61%.

   ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງຈະໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ, ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໄລຍະຜ່ານຕາມຄຳຖາມເຈາະຈີ້ມ ເພື່ອຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ, ຊອກຫາວິທີແກ້ໄຂ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານສຶກສາໃນສົກຮຽນໃໝ່ ໃຫ້ມີຜົນສຳເລັດຕາມແຜນທີ່ໄດ້ກຳນົດໄວ້.

ຂ່າວ-ພາບ: ພອນສະຫວັນ ມະນີສີ 013, 014

KPL

ຂ່າວອື່ນໆ

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ads
ads

Top