ຂປລ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫລວງນໍ້າທາ ຄັ້ງທີ IX ຈັດຂຶ້ນໃນວັນທີ 25-26 ສິງຫາ 2025 ຢູ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ.
ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫລວງນໍ້າທາ ຄັ້ງທີ IX ຈັດຂຶ້ນໃນວັນທີ 25-26 ສິງຫາ 2025 ຢູ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫລວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງຫລວງນໍ້າທາ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ໄດ້ຜ່ານບັນດາເອກກະສານຕ່າງໆ ເປັນຕົ້ນຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, ບົດສໍາຫລວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ບົດປະກອບຄໍາເຫັນ ໃນຫົວຂໍ້ “ບົດຮຽນການຮັບມື ແລະ ການແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ 2024”, “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”, “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (ການຈັດເກັບລາຍຮັບເຂົ້າງົບປະມານ)”,“ບົດຮຽນການລ້ຽງປາເປັນສິນຄ້າ”.
ໃນກອງປະຊຸມ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ປະກາດລາຍຊື່ຜູ້ອອກສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່. ຈາກນັ້ນ ກອງປະຊຸມກໍໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຫລວງນໍ້າທາ ຊຸດໃໝ່ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍິງ 7 ສະຫາຍ. ບັນດາສະຫາຍຜູ້ແທນສົມບູນ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ IX ຈໍານວນ 33 ສະຫາຍ, ຍິງ 4 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາ ສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ຄໍາຟອງ ອິນມານີ ແລະ ສະຫາຍ ອ່ອນຈັນ ຄໍາພາວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນປະທານຄະນະກວດກາພັກແຂວງ, ສະຫາຍ ຈັນທະໜອມ ຂັນທະລາດ, ສະຫາຍ ພຸດທະສອນ ສີຫານາກ, ສະຫາຍ ແຝງທາ ຮັກບຸນໂຮມ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 17 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງໃນຄະນະບໍລິຫານງານພັກ (ສະໄໝທີ IX) ເພື່ອເປັນຄັນທຸງອັນເຂັ້ມແຂງ ໃຫ້ແກ່ຄວາມສາມັກຄີເອກະ ພາບໃນທົ່ວອົງຄະນະພັກ,ໄດ້ຮັບການສະໜັບສະ ໜູນ ຈາກປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ເປັນກອງນໍາໜ້າ ແລະ ສູນບັນຊາການ ໃນການລະດົມທຸກກຳລັງແຮງ ຂອງສັງຄົມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ; ເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ ແລະ ຍົກສູງຄວາມຮັບຜິດຊອບການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ, ສຸມໃສ່ແກ້ໄຂບັນຫາຕົວຈິງ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຕ້ອງປະສານສົມທົບຢ່າງກົມກຽວ ລະຫວ່າງ ບັນຫາທີ່ເປັນພື້ນຖານຍາວນານ ແລະ ເປັນຍຸດທະສາດກັບວຽກງານ ເຄັ່ງຮ້ອນຮີບດ່ວນ, ຫລີກເວັ້ນການປະຕິບັດແບບຕຳອັນໃດເຮັດອັນນັ້ນ; ຄະນະພັກແຂວງ ແລະ ການຈັດຕັ້ງແຕ່ລະ ຂັ້ນຕ້ອງຮຽນຮູ້ກຳສະພາບແຕ່ລະຂົງເຂດ, ປຶກສາຫາລື, ຕົກລົງ ແລະ ຊີ້ນຳປະຕິບັດຢ່າງຕໍ່ເນື່ອງ, ເປັນລະບົບແທດ ເໝາະຕົວຈິງສອດຄ່ອງກັບຈິດໃຈ ແລະ ຄາດໝາຍມະຕິກອງປະຊຸມໃຫຍ່, ສ້າງການຫັນປ່ຽນຕົວຈິງທີ່ຕັ້ງໜ້າ ແລະ ພົ້ນເດັ່ນ, ປະຕິບັດແບບແຜນນໍາພາທີ່ວ່າ “ເຮັດຮອດໃສກວດກາປະເມີນຜົນຮອດຫັ້ນ, ເຫັນປັດໄຈຕັ້ງໜ້າຕ້ອງສົ່ງເສີມ ເຫັນຄວາມອືດອາດຊັກຊ້າ ຫລື ຄວາມຜິດພາດຕ້ອງແກ້ໄຂທັນການ”; ເອົາໃຈໃສ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການປັບປຸງຍົກລະດັບປະສິດທິຜົນການເຄື່ອນໄຫວຂອງ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເຮັດໃຫ້ການເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫລວງນໍ້າທາ ໃນຄັ້ງນີ້ ສອດຫ້ອຍໃນທຸກການເຄື່ອນໄຫວການເມືອງ, ການນໍາພາແນວຄິດ; ຍູ້ແຮງການເຄື່ອນໄຫວປັບປຸງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຮັບປະກັນປະສິດທິຜົນໃນການເຄື່ອນໄຫວນຳພາ-ຊີ້ນຳຂອງການຈັດຕັ້ງພັກແຕ່ລະຂັ້ນ, ເພີ່ມທະວີວຽກງານກວດກາການເມືອງຂອງພັກນັບແຕ່ການຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຈົນຮອດກວດກາຄວາມຮັບຜິດຊອບການເມືອງ ກໍຄືການປະເມີນຄວາມຮູ້, ຄວາມສາມາດຂອງພະນັກງານ, ສະມາຊິກພັກ; ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ແຂງແຮງແຕ່ຫົວທີ ແລະ ເປັນລະບົບຕໍ່ເນື່ອງ, ປະຊາສໍາພັນຢ່າງກວ້າງຂວາງທົ່ວສັງຄົມ, ສືບຕໍ່ປຸກບັນຍາກາດ ແລະ ຂະບວນການການເມືອງໃຫ້ຟົດພື້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮີບຮ້ອນຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານ, ແບ່ງງານໃຫ້ແຕ່ລະສະຫາຍຄຽງຄູ່ກັບການສ້າງ ແລະ ປັບປຸງແບບແຜນນຳພາວິທີເຮັດວຽກໃນຄະນະພັກ ເພື່ອເຮັດໃຫ້ທຸກຂົງເຂດວຽກງານຮັບປະກັນມີການນໍາພາຂອງຄະນະພັກ ແລະ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິ IX ຢ່າງເປັນຂະບວນແຕ່ຫົວທີ.
KPL