ປາກິດສະຖານ- ສປ ຈີນ ຊຸກຍູ້ການພັດທະນາ ແລວເສດຖະກິດ

23/08/2025 15:33
Email Print 469
ຂປລ ທ່ານ ​ຊາ​ບາ​ສ ຊາ​ຣີ​ຟ ນາ​ຍົກລັດ​ຖະ​ມົນ​ຕີ​​ ປາ​ກິດສະ​ຖານ ໄດ້​ພົບ​ປ​ະ​ກັບ​ ທ່ານ​ ວາງຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ ຢູ່ນະ​ຄອນ​ຫລວງ​ ອິ​ສະ​ລາ​ມາ​ບັດ ​ຂອງ​ປາ​ກິດ​ສະ​ຖານ.​

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ທ່ານ ​ຊາ​ບາ​ສ ຊາ​ຣີ​ຟ ນາ​ຍົກລັດ​ຖະ​ມົນ​ຕີ​​ ປາ​ກິດສະ​ຖານ ໄດ້​ພົບ​ປ​ະ​ກັບ​ ທ່ານ​ ວາງຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ ສູນ​ກາງ​ພັກ​ ກອມ​ມູ​ນິດ​ຈີນ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ ຢູ່ນະ​ຄອນ​ຫລວງ​ ອິ​ສະ​ລາ​ມາ​ບັດ ​ຂອງ​ປາ​ກິດ​ສະ​ຖານ.​ ທ່ານ ຊາ​ບາ​ສ ຊາຣີຟ ໄດ້ກ່າວວ່າ: ປາກິດສະຖານ ຄອງ​ຄອຍ​ ຮ່ວມ​ກັບ​ ສປ ຈີນ ​ຊຸກ​ຍູ້​ການ​ພັດ​ທະ​ນາ ແລວເສດ​ຖະ​ກິດ ຈີນ-ປາ​ກິດສະຖານ ໃນສະ​ບັບ “2.0 ລະດັບໃໝ່”, ​ລົງເລິກການຮ່ວມມື ໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ຂຸດຄົ້ນບໍ່ແຮ່, ຊັບພະຍາກອນ ພະລັງງານ, ການບິນອາວະກາດ, ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ພື້ນຖານໂຄງລ່າງ. ປາກິດສະຖານສະໜັບສະໜູນ ຂໍ້​ລິ​ເລີ່ມ ທົ່ວ​ໂລກ 3 ຂໍ້ຂອງ ທ່ານ ສີ​ຈິ້ນຜິງ ​ປະ​ທານ​ປະ​ເທດ​ຈີນ ຢ່າງເ​ດັດ​ດ່ຽວ, ຍຶດ​ໝັ້ນ​ລັດ​ທິ​ຫລາຍ​ຝ່າຍ ​​ແ​ລະ ພະ​ຍາ​ຍາມ ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ ປາກິດສະຖານ-ສປ ຈີນ. ທ່ານ ວາງຢີ້ ກ່າວວ່າ: ສປ ຈີນ ແລະ ປາກິດສະຖານ ພວມສ້າງ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ທີ່​ແໜ້ນ​ແຟ້ນກວ່າ​ເກົ່າ ​ເພື່ອໃຫ້ອະນາຄົດ ແລະ ຊ​າຕາກຳ​ ຂອງທັງສອງຝ່າຍ ເຊື່ອມໂຍງເຂົ້າ​ກັນ ຂຶ້ນຕື່ມ, ພັດທະນາ​ ແລະ​ ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມກັນ ແລະ ກ້າວ​ໄປສູ່​ ຍຸກທັນສະໄໝ ໄປ​ດ້ວຍກັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top