ສປ ຈີນ ກັບປະເທດ ສະມາຊິກ ອົງການຮ່ວມມື ຊຽງໄຮ້ ມີມູນຄ່າການຄ້າ 512 ຕື້ກວ່າໂດລາສະຫະລັດ

28/08/2025 15:28
ຂປລ ມູນ​ຄ່າ​ການ​ຄ້າ​ ລະ​ຫວ່າງ​ ສປ ຈີນ​ ກັບ​ປະ​ເທດ​ສະ​ມາ​ຊິກ ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້​ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ​ໃນ​ປະ​ຫວັດ​ສາດ ຄື ປີ 2024 ມູນ​ຄ່າ​ການ​ຄ້າ​ ລະ​ຫວ່າງ​ ສປ ຈີນ​ກັບ​ປະ​ເທດ​ ສະ​ມາ​ຊິກ​ອື່ນ ​ຂອງ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້ ມີ​ປະ​ມານ 512,4 ຕື້​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 2,7% ເມື່ອ​ທຽບ​ໃສ່​ປີ 2023.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ​ວັນ​ທີ 27 ສິ​ງ​ຫາ​ນີ້, ໃນ​ກອງ​ປະ​ຊຸມ​ ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ ​ການ​ຮ່ວມ​ມື​ ເສດ​ຖະ​ກິດ​ ການ​ຄ້າ ​ຂອງ​ອົງ​ການ​ ຮ່ວມ​ມື​ ຊຽງ​ໄຮ້ ​ທີ່​ຈັດ​ຂຶ້ນ ໂດຍ​ກະ​ຊວງ​ການ​ຄ້າ​ຈີນ, ທ່ານ ​ຫລີງ ​ຈີ່, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ ໃຫ້​ຮູ້​ວ່າ ມູນ​ຄ່າ​ການ​ຄ້າ​ ລະ​ຫວ່າງ​ ສປ ຈີນ​ ກັບ​ປະ​ເທດ​ສະ​ມາ​ຊິກ ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້​ ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ​ໃນ​ປະ​ຫວັດ​ສາດ ຄື ປີ 2024 ມູນ​ຄ່າ​ການ​ຄ້າ​ ລະ​ຫວ່າງ​ ສປ ຈີນ​ກັບ​ປະ​ເທດ​ ສະ​ມາ​ຊິກ​ອື່ນ ​ຂອງ​ອົງ​ການ​ຮ່ວມ​ມື ​ຊຽງ​ໄຮ້ ມີ​ປະ​ມານ 512,4 ຕື້​ໂດ​ລາສະຫະລັດ, ເພີ່ມ​ຂຶ້ນ 2,7% ເມື່ອ​ທຽບ​ໃສ່​ປີ 2023. ນັບ​ມາ​ຮອດ ​ເດືອນ​ກໍ​ລະ​ກົດ​ປີ 2025, ມູນ​ຄ່າ​ກາ​ນ​ລົງ​ທຶນ ຂອງ​ ສປ ຈີນ ​ຢູ່​ປະ​ເທດ ​ສະ​ມາ​ຊິກ​ ອົງ​ການ​ ຮ່ວມ​ມື​​ ຊຽງ​ໄຮ້ ມີຫລາຍກວ່າ 84 ຕື້​ໂດ​ລາສະຫະລັດ, ຂົງ​ເຂດ​ ການ​ຮ່ວມ​ມື ໄດ້​ເປີດກວ້າງ​ຈາກ ນ້ຳ​ມັນ ແລະ  ອາຍ​ແກັ​ສ, ບໍ່​ແຮ່, ອຸດ​ສາ​ຫະ​ກຳ​ຜະ​ລິດ ແລະ ປຸງ​ແຕ່ງ​ເຄື່ອງ​ຈັກ, ການ​ກໍ່​ສ້າງ ​ພື້ນ​ຖານ​ໂຄງ​ລ່າງ ໄປ​ສູ່​ຂົງ​ເຂດ​ໃໝ່ເຊັ່ນ: ເສດ​ຖະ​ກິດ​ດິ​ຈິ​ຕອນ, ການ​ພັດ​ທະ​ນາ​​ສີ​ຂຽວ ແລະ ອື່ນໆ. ວິ​ສາ​ຫະ​ກິດ​ຈີນ ​ໄດ້​ສ້າງຕັ້ງວິ​ສາ​ຫະ​ກິດ ​ຢູ່​ປະ​ເທດ​ສະ​ມາ​ຊິກ​ອື່ນ ​ຫລາຍກວ່າ 3000 ແຫ່ງ, ​ສະ​ເລ່ຍ​ແລ້ວ ໄດ້​ສ້າງ​ຕຳ​ແໜ່ງ ວຽກ​ເຮັດ ​ງານ​ທຳ ຫລາຍກວ່າ 2 ແສນ​ຕຳ​ແໜ່ງ​ຕໍ່​ປີ.  ນອກ​ນີ້, ປີ 2024, ມູນ​ຄ່າ ​ຕະຫລາດ​ ຂາຍ​ຍ່ອຍ ຜ່ານ​ທາງ​ອິນເຕີ​ເນັດ ​ຂອງ​ປະ​ເທດ​ ສະ​ມາ​ຊິກ ​ອົງ​ການ​ຮ່ວມ​ມື​ ຊຽງ​ໄຮ້ ຫລາຍກວ່າ 3.200 ຕື້​ໂດ​ລາສະຫະລັດ, ​ສິນ​ຄ້າ​ທີ່​ ສປ ຈີນ​ນຳ​ເຂົ້າ ຈາກ​ປະ​ເທດ ​ສະ​ມ​າ​ຊິກ​ ອົງ​ການ​ ຮ່ວມ​ມື​ ຊຽງ​ໄຮ້ ​ຜ່ານ​ການ​ຄ້າ ​ເອ​ເລັກ​ໂຕ​ຣ​ນິກ ​ໄດ້​ເພີ່ມ​ຂຶ້ນ 34% ເມື່ອ​ທຽບ​ໃສ່​ປີ 2023./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top