ຂປລ
ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ. ມາຮອດປີ 2023 ອັດຕາການຖືພາໃນໄວໜຸ່ມ ກໍມີຈຳນວນເພີ່ມຂຶ້ນ. ສະນັ້ນ, ເພື່ອແກ້ໄຂບັນຫາການຖືພາໃນໄວໜຸ່ມ ລັດຖະບານ ຕ້ອງສຸມໃສ່ສ້າງຄວາມເຂັ້ມແຂງ ໃນການມີສ່ວນຮ່ວມຂອງຊຸມຊົນ ແລະ ສ້າງຄວາມຮັບຮູ້ກ່ຽວກັບສຸ ຂະພາບຈະເລີນພັນ ແລະ ສິດທິຂອງແມ່ຍິງ/ເດັກຍິງ ໂດຍສະເພາະຊຸມຊົນທີ່ຢູ່ຊົນນະບົດ ແລະ ກຸ່ມຊົນເຜົ່າກຸ່ມນ້ອຍ ທີ່ເປັນກຸ່ມສ່ຽງສູງ.
ການແຕ່ງດອງກ່ອນໄວອັນຄວນຂອງເດັກ ແລະ ການຖືພາຂອງໄວໜຸ່ມ ໃນ ສປປ ລາວ ຍັງກວມອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ, ປັດໄຈຕົ້ນຕໍ ຂອງເດັກໃນການແຕ່ງດອງກ່ອນໄວ ສ່ວນໃຫຍ່ແມ່ນເກີດຈາກເດັກ ແລະ ໄວໜຸ່ມ ຍັງບໍ່ທັນມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ ກ່ຽວກັບກົດໝາຍ ແລະ ຄວາມຮັບຜິດຊອບຂອງຕົນ ໃນການແຕ່ງດອງ ແລະ ຖືພາກ່ອນໄວອັນຄວນ ເຊິ່ງໄດ້ສົ່ງຜົນກະ ທົບດ້ານລົບຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່, ຂາດໂອກາດດ້ານການສຶກສາ ແລະ ອື່ນໆໃນການດໍາລົງຊີວິດ.
ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ການສ້າງຄວາມໄວ້ວາງໃຈ ລະຫວ່າງລະບົບສາທາລະນະສຸກ ແລະ ຊຸມຊົນ ແມ່ນມີຄວາມສໍາຄັນ ຕໍ່ການສົ່ງເສີມການປ່ຽນແປງພຶດຕິກໍາ ແລະ ຫລຸດຜ່ອນການຖືພາໃນໄວໜຸ່ມ. ນອກຈາກນີ້, ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸຂະພາບຈະເລີນພັນ, ການວາງແຜນຄອບຄົວ ສາມາດຫລຸດ ຜ່ອນການຖືພາທີ່ບໍ່ຕັ້ງໃຈ ແລະ ການຖືພາໃນໄວໜຸ່ມໄດ້, ນອກຈາກນີ້, ຍັງຊ່ວຍຫລຸດອັດຕາການເສຍຊີວິດໃນເດັກ. ແຕ່ເຖິງຢ່າງໃດກໍຕາມ ສຸຂະພາບ ແລະ ການເປັນຢູ່ທີ່ດີຂອງເດັກ ຍັງເປັນຄວາມກັງວົນ ມີພຽງແຕ່ 62% ຂອງເດັກນ້ອຍໃນລາວ ໄດ້ຮັບວັກຊີນກັນພະຍາດຄົບເຮັດໃຫ້ພວກເຂົາ ມີຄວາມສ່ຽງຕໍ່ພະຍາດທີ່ສາມາດປ້ອງກັນໄດ້. ພາວະຂາດສານອາຫານຂອງເດັກ ແມ່ນອີກບັນຫາໜຶ່ງທີ່ຮ້າຍເເຮງ ເຊິ່ງການແກ້ໄຂພາວະຂາດສານອາຫານ ຕ້ອງເລີ່ມຕົ້ນແຕ່ໄລຍະການຖືພາ ເນື່ອງຈາກໂພຊະນາການທີ່ດີຂອງແມ່ ບໍ່ພຽງເເຕ່ປ້ອງກັນ ການຂາດສານອາຫານ ຂອງເດັກນ້ອຍເທົ່ານັ້ນ ແຕ່ຍັງຊ່ວຍຫລຸດຜ່ອນຄວາມສ່ຽງ ຂອງພະຍາດບໍ່ຕິດຕໍ່ໃນພາຍຫລັງ. ສະນັ້ນ, ເດັກນ້ອຍທຸກຄົນຄວນ ໄດ້ຮັບບໍລິການດ້ານສຸຂະພາບ, ວັກຊີນ ແລະ ໂພຊະນາການແບບຄົບຊຸດໃນການມາໂຮງໝໍຄັ້ງໜຶ່ງ.
ຂ່າວ: ກິດຕາ
KPL