ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

04/04/2025 15:58
Email Print 34903
ຂປລ ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ໄດ້​ໃຫ້​ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຕີລາຄາຜົນໄດ້ຮັບໃນການຈັດຕັ້ງປະຕິບັດບັນດາວຽກງານຂອງຂະແໜງສາທາລະນະສຸກ ໃນປີ 2024 ຜ່ານມາ ແລະ ພ້ອມກັນປຶກສາຫາລື, ຖອດຖອນບົດຮຽນ ແລະ ເອກະພາບຕໍ່ກັບແນວທາງ, ວຽກງານຈຸດສຸມ ແລະ ວິທີການແກ້ໄຂໃນການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ. ໃນໄລຍະ 1 ປີຜ່ານມາ, ເຖິງວ່າການຈັດ ຕັ້ງປະຕິບັດແຜນພັດທະນາສາເສດຖະກິດ-ສັງຄົມ ກໍຄື ການຈັດຕັ້ງແຜນພັດທະນາສາທາລະນະສຸກ ທັງຢູ່ສູນກາງ ແລະ ທ້ອງຖິ່ນພົບຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນ ດ້ານບຸກຄະລາກອນ ສາທາລະນະສຸກ, ບັນຫາຜົນກະທົບຈາກໄພພິບັດທຳມະຊາດ ລວມທັງບັນຫາທາງດ້ານເສດຖະກິດ ກໍຄື ງົບປະມານທີ່ຈໍາກັດ ແລະ ບັນຫາອື່ນໆ, ພາຍໃຕ້ການນຳພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາກະຊວງສາທາລະນະສຸກ, ອໍານາດການປົກຄອງທ້ອງຖິ່ນ ແລະ ການນໍາພາຂອງບັນດາແຂວງ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດ ທະນາ ສາທາລະນະສຸກປະຈໍາປີ 2024 ສາມາດດໍາເນີນໄດ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ສາ ມາດປະຕິບັດວຽກງານຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຢູ່ແຕ່ລະບ່ອນ ໂດຍການສຸມໃສ່ຈັດຕັ້ງປະຕິບັດ ວຽກງານໄປຕາມແຜນງານ, ແຜນງານຍ່ອຍ ແລະ ໂຄງການຈຸດສຸມຂອງຂະແໜງການ ເຮັດໃຫ້ວຽກງານສາທາລະນະສຸກ ກໍຄື ລະບົບຕາໜ່າງສາທາລະນະສຸກ, ການບໍລິການປິ່ນປົວສຸຂະພາບມີການພັດທະນາ ແລະ ມີຄຸນນະພາບດີຂຶ້ນເທື່ອລະກ້າວ ໂດຍສະເພາະ ສາມາດຄວບຄຸມການລະບາດ ຂອງພະຍາດຕາມລະດູການ ໄດ້ເປັນຢ່າງດີ, ອັດຕາການເສຍຊີວິດຂອງແມ່ ແລະ ເດັກ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ລວມທັງພື້ນຖານໂຄງລ່າງຕາໜ່າງສາທາລະນະສຸກ ໄດ້ຮັບການຍົກລະດັບ ແລະ ປັບປຸງໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ.

ໂອກາດນີ້, ທ່ານ ບຸນແຝງ ພູມມະໄລສິດ ຍັງໄດ້ຮຽກຮ້ອງມາຍັງບັນດາການນຳ ຂອງບັນດາກົມກອງອ້ອມຂ້າງ ກະຊວງສາທາລະນະສຸກ, ບັນດາແຂວງ, ນະຄອນຫລວງວຽງຈັນ ໃຫ້ເອົາໃຈໃສ່ຕິດຕາມເນື້ອໃນ ການລາຍງານໃນກອງປະຊຸມ ເພື່ອພ້ອມກັນປຶກສາຫາລື, ສົນທະນາແລກປ່ຽນບົດຮຽນ ຄໍາຄິດ ຄໍາເຫັນຢ່າງກົງໄປ-ກົງມາ ແລະ ສ້າງສັນ ເພື່ອເປັນເອກະພາບ ໃນການກໍານົດວິທີການແກ້ໄຂ ແລະ ທິດທາງແຜນການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກໃນຕໍ່ໜ້າ ໃຫ້ສອດຄ່ອງເໝາະສົມກວ່າເກົ່າ ແລະ ເຮັດໃຫ້ກອງປະຊຸມ ບັນລຸຕາມຈຸດປະສົງຄາດໝາຍ ຂອງແຜນການທີ່ວາງໄວ້.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ນຳສະເໜີແຜນງານຮ່ວມມືໄລຍະໃໝ່ປັບປຸງການບໍລິການສຸຂະພາບໃນລາວສາທາລະນະສຸກ

      ນຳສະເໜີແຜນງານຮ່ວມມືໄລຍະໃໝ່ປັບປຸງການບໍລິການສຸຂະພາບໃນລາວ

      9/22/2026 9:51:23 AM

      ເມື່ອບໍ່ດົນມານີ້, ກະຊວງສາທາລະນະສຸກ ຮ່ວມກັບລັດຖະບານລຸກຊຳບວກ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA), ອົງການສະຫະປະຊາຊາດ ກອງທຶນສຳລັບເດັກ (UNICEF) ແລະ ອົງການອະນາໄມໂລກ (WHO) ນຳສະເໜີ ແຜນງານຮ່ວມມືອົງການສະຫະປະຊາຊາດ ໄລຍະທີ IV ວ່າດ້ວຍສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).

    • ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າສາທາລະນະສຸກ

      ຫາລືການກະກຽມບົດລາຍງານສະພາບລວມອ່າງນໍ້າ

      9/21/2026 9:29:45 AM

      ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (State of the Basin Report) ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນ້ຳ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳລາວ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ບັນດາຄະນະກົມ, ຄະນະພະແນກຈາກກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານສາກົນຂອງກົມຊັບພະຍາກອນນ້ຳ, ຊ່ຽວຊານຈາກສູນສາກົນ ເພື່ອການຄຸ້ມຄອງສິ່ງແວດລ້ອມ (ICEM) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມສາທາລະນະສຸກ

      ເຜີຍແຜ່ເຊື່ອມສານສຸຂະພາບຈະເລີນພັນແມ່-ເດັກ-ເດັກເກີດໃໝ່-ເດັກນ້ອຍ ແລະ ໄວໜຸ່ມ

      9/21/2026 9:29:42 AM

      ກອງປະຊຸມເຜີຍແຜ່ ແລະ ວາງແຜນສຳລັບຍຸດທະສາດ ແລະ ແຜນປະຕິບັດງານການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ສມດວ) ໂດຍຖືເອົາຜູ້ຮັບບໍລິການເປັນໃຈກາງ ປີ 2026-2030 ຈັດຂຶ້ນໃນວັນທີ 16-17 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າໂຮງໝໍສູນກາງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

    • ຂະແໜງສາທາລະນະສຸກເອົາໃຈໃສ່ຮັບໃຊ້ບໍລິການຮັບໃຊ້ຄະນະຜູ້ແທນກອງປະຊຸມ 3RC-CCMສາທາລະນະສຸກ

      ຂະແໜງສາທາລະນະສຸກເອົາໃຈໃສ່ຮັບໃຊ້ບໍລິການຮັບໃຊ້ຄະນະຜູ້ແທນກອງປະຊຸມ 3RC-CCM

      9/21/2026 9:29:39 AM

      ຂະແໜງສາທາລະນະສຸກ ກໍຄື ບັນດາໂຮງໝໍສູນກາງ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ) ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ເພື່ອຮອງຮັບກໍລະນີເກີດເຫດສຸກເສີນ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ໂດຍໄດ້ຈັດທີມແພດປະຈຳຢູ່ຈຸດຕ່າງໆ ເປັນຕົ້ນ ຢູ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ພັກ (ໂຮງແຮມ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ.

    • ສສ ຫວຽດນາມ ໄດ້ຍົກລະດັບຕະຫລາດຫລັກຊັບ ດຶງດູດແຫລ່ງທຶນສາກົນສາທາລະນະສຸກ

      ສສ ຫວຽດນາມ ໄດ້ຍົກລະດັບຕະຫລາດຫລັກຊັບ ດຶງດູດແຫລ່ງທຶນສາກົນ

      9/21/2026 8:38:38 AM

      ນັບແຕ່ ການທຸລະກຳ ຕົ້ນອາທິດ ​ໃນວັນທີ 21 ກັນຍາ, ຫລັກ​ຊັບ ຫວຽດນາມ ໂດຍອົ​ງ​ການ​ຈັດ​ອັນ​ດັບ​​ດັດຊະນີ ຫລັກ​ຊັບ​ສາ​ກົນ (FTSE Russell) ໄດ້ຫັນ​ຈາກ​ກຸ່ມຕະຫລາດຊາຍຂອບໄປສູ່ຕະຫລາດ ທີ່​ຫາກໍ່ພົ້ນເດັ່ນຂຶ້ນ​ຂັ້ນສອງ​ ​ຢ່າງ​ເປັນ​ທາງ​ການ, ໂດຍເປັນທີ່ຕັ້ງ​ເຊິ່ງຕະຫລາດຫລັກຊັບ ຫວຽດນາມ ໄດ້​ເດີນ​ຕາມເປັນເວລາ ເກືອບ 1 ທົດສະວັດຜ່ານ​ມາ.

ads
ads

Top