ຫົວໜ້າສູນສະຖິຕິແຫ່ງຊາດ ຕິດຕາມການເກັບກຳຂໍ້ມູນພົນລະເມືອງ ແລະ ທີ່ຢູ່ອາໄສຢູ່ແຂວງສາລະວັນ

14/05/2025 09:03
ຂປລ ອີງຕາມແຫລ່ງຂ່າວແຂວງສາລະວັນໃຫ້ຮູ້ວ່າ: ເມື່ອມໍ່ໆມານ້ີທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນຄະນະຊ້ີນຳລະດັບຊາດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025.

      *ອີງຕາມແຫລ່ງຂ່າວແຂວງສາລະວັນໃຫ້ຮູ້ວ່າ: ເມື່ອມໍ່ໆມານ້ີທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທັງເປັນຄະນະຊ້ີນຳລະດັບຊາດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມຄະນະເຄື່ອນໄຫວຕິດຕາມກວດກາ ການສຶກສາສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຢູ່ບ້ານນາເຫລັກ ເມືອງສາລະວັນ ແຂວງສາລະວັນ ໂດຍມີທ່ານ ດາວວົງ ພອນແກ້ວ ເຈົ້າແຂວງໆສາລະວັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

      ການຈັດຕັ້ງປະຕິບັດການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທ່ົວປະເທດຄັ້ງ V ປີ 2025 ຢູ່ ແຂວງສາລະວັນ ມີບັນດາໜ້າວຽກທີ່ສຳເລັດເປັນຕົ້ນໄດ້ສຳເລັດການແຕ່ງຕັ້ງຄະນະຊີ້ນຳການສຳຫລວດຂ້ັນແຂວງ, ມີການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະຄະນະຂັ້ນແຂວງ ແລະ ເມືອງ, ໄດ້ສຳເລັດການຈັດກອງປະຊຸມ ແລະ ຝຶກອົບຮົມໃຫ້ນັກກວດກາ ແລະ ນັກເດີນສຳຫລວດໃນການເກັບກຳຂ້ໍມູນຂ່າວສານພູມສາດ (GIS) ແລະ ສ້າງແຜນທີ່ເຂດສຳຫລວດສຳລັບການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ, ສຳເລັດການສ້າງແຜນດຳເນີນງານ, ໄດ້ລົງເກັບກຳຂໍ້ມູນພາກສະໜາມ ຄືໄລຍະ ທີ 1 ຢູ່ເມືອງສາລະວັນ ເລີ່ມແຕ່ ວັນທີ 7 ເມສາ-19 ພຶດສະພາ ແລະ ໄລຍະທີ 2 ຢູ່ 7 ເມືອງມີ: ເມືອງຕະໂອ້ຍ, ຕຸ້ມລານ, ລະຄອນເພັງ, ວາປີ, ຄົງເຊໂດນ, ເລົ່າງາມ ແລະ ເມືອງ ສະໝ້ວຍ ເລີ່ມແຕ່ວັນທີ 28 ເມສາ 2025, ເຊິ່ງທັງໝົດທົ່ວແຂວງມີ 260 ເຂດສຳຫລວດ, ມາຮອດປັດຈຸບັນສຳເລັດແລ້ວ 65 ເຂດ ໃນນັ້ນ, ທີມງານລົງໄລຍະທີ 1 (ເມືອງສາລະ ວັນ) ສຳເລັດ 25 ເຂດ, ໄລຍະທີ 2 ໃນ 7 ຕົວເມືອງ ສຳເລັດ 40 ເຂດ ແລະ ຍັງສືບຕໍ່ປະຕິບັດ 195 ເຂດ, ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນ ມິຖຸນານີ້. 

        ທ່ານ ນາງ ພອນສະຫລີ ສຸກສະຫວັດ ໃຫ້ຮູ້ຈຸດປະສົງໃນການລົງຕິດຕາມການຈັດຕັ້ງປະຕິບັດການເກັບກຳຂໍ້ມູນຂຶ້ນບັນຊີໂຄງສ້າງກ່ຽວກັບການສຳຫລວດພົນລະເມືອງ ຢູ່ແຂວງສາລະວັນ ຄັ້ງນີ້ ແມ່ນເພື່ອເປັນການເກັບກຳຂໍ້ມູນພົນລະເມືອງ ແລະ ທີ່ຢູ່ອາໄສ ເພື່ອສ້າງເປັນລະບົບຂໍ້ມູນຂ່າວສານສະແດງການປ່ຽນແປງດ້ານປະຊາກອນ ໂດຍນໍາໃຊ້ເຄື່ອງມືເອເລັກໂຕຣນິກ ເຂົ້າໃນການເກັບກຳຂໍ້ມູນດັ່ງກ່າວ ທັງປັບປຸງແຜນທ່ີຈຸດທີ່ຕັ້ງບ້ານ, ຈຸດທີ່ຕັ້ງໂຄງສ້າງອາຄານ, ຄົວເຮືອນ ແລະ ພື້ນຖານໂຄງລ່າງຕ່າງໆ, ເຊິ່ງໄດ້ໃຊ້ລະບົບແຜນທີ່ພາບຖ່າຍດາວທຽມເກັບກຳໂດຍຜ່ານລະບົບ GIS, ເຊິ່ງການສຳຫລວດດັ່ງກ່າວ ເປັນການເກັບກຳຂໍ້ມູນໃນຂອບເຂດທົ່ວປະເທດ ແລະ ໃນແຕ່ລະແຂວງກໍພວມແຂ່ງຂັນກັນໃຫ້ບັນລຸເປົ້າໝາຍຕາມທ່ີກຳນົດໄວ້ໃຫ້ສຳເລັດໃນເດືອນມິຖຸນາ ໃນທົ່ວປະເທດ. ສະນັ້ນ, ໃນແຂວງສາລະວັນ ເຫັນວ່າມີຄວາມຄືບໜ້າດີຫລາຍ ແລະ ຫວັງວ່າການເກັບກຳຂ້ໍມູນຄ້ັງນ້ີ ຈະເປັນປະໂຫຍດໃຫ້ແກ່ບັນດາພາກສ່ວນທີ່ຈະນຳໃຊ້ເຂົ້າໃນການເກັບກຳຂໍ້ມູນບັນຊີໂຄງສ້າງ, ສະຖານທີ່ອາຄານ ແລະ ນຳໃຊ້ໃນການຄຸ້ມຄອງວຽກອື່ນໆ. 

       ທ່ານ ນາງ ພອນສະຫລີ ສຸກສະຫວັດ ຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ, ຫົວໜ່ວຍທຸລະກິດ ແລະ ທຸກພາກສ່ວນໃນສັງຄົມຈົ່ງໃຫ້ການຮ່ວມມືກັບນັກເດີນສຳຫລວດໃນການສະໜອງຂໍ້ມູນ, ອຳນວຍຄວາມສະດວກໃນການເຂົ້າເຖິງສະຖານທີ່ ເພື່ອໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ຂ່າວ-ພາບ: ທິດລານີ ໂຄດໂຍທາ

KPL

ຂ່າວອື່ນໆ

ads
ads

Top