ເປີດໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ

14/05/2025 09:37
Email Print 795
ຂປລ ພິທີເປີດໂຄງການ ແລະ ປະຊາສໍາພັນໃຫຍ່ ຂອງໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບຢູ່ເມືອງຜາອຸດົມ ແຂວງບ່ໍແກ້ວ.

    *ພິທີເປີດໂຄງການ ແລະ ປະຊາສໍາພັນໃຫຍ່ ຂອງໂຄງການສ້າງຄວາມເຂັ້ມແຂງວຽກງານຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບຢູ່ເມືອງຜາອຸດົມ ແຂວງບ່ໍແກ້ວ ຈັດຂຶ້ນໃນວັນທີ 12 ພຶດສະພາ 2025 ໂດຍການເປັນປະທານຂອງ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ທ່ານ ແກ່ນຈັນ ທໍາມະແສງ ຮັກສາການຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ຄໍາພັນ ປະວົງວຽງຄໍາຫົວໜ້າພະແນກຄຸ້ມຄອງທະບຽນ ແລະ ປະເມີນລາຄາທີ່ດິນກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນກະຊວງ-ແຂວງ- ເມືອງ ແລະ ນາຍບ້ານພາຍໃນເທສະບານເມືອງເຂົ້າຮ່ວມ.

    ທ່ານ ວຽງໄຊ ຈັນທະວົງ ຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໄດ້ກ່າວວ່າ: ການເປີດໂຄງການການຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບທ່ົວເມືອງຜາອຸດົມຄັ້ງນີ້ ເພື່ອເຮັດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານເປົ້າໝາຍ ກໍຄືເຈົ້າຂອງສິດນໍາໃຊ້ທີ່ດິນ ແລະ ພາກສ່ວນກ່ຽວຂ້ອງຂອງລັດ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າໃຈແຈ້ງຕໍ່ລະບຽບກົດໝາຍ, ຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງ ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມພ້ອມ ໃນການກະກຽມເອກະສານຕ່າງໆທີ່ກ່ຽວຂ້ອງ, ວິທີການຝັງຫລັກເຂດແດນດິນ, ການອະນາໄມຖາງແລວທາງຂອບເຂດແດນຂອງຕົນ, ເຂົ້າໃຈແຈ້ງກ່ຽວກັບຂະບວນການ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນເປັນໄປຕາມຄໍາແນະນໍາ ກໍຄືລະບຽບຫລັກການທີ່ກໍານົດໄວ້ໃຫ້ສໍາເລັດຕາມແຜນທີ່ວາງໄວ້ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດແຕ່ເດືອນພຶດສະພາຈົນເຖິງເດືອນພະຈິກ 2025 ໃຫ້ສໍາເລັດ. 

ໂດຍ:ໂສພາ ທິບພະວົງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top