ວິລະກຳອັນມະຫັດສະຈັນຂອງກອງທັບປະຊາຊົນລາວ

14/05/2025 09:33
ຂປລ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນ້ໍາໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວໃນການຕໍ່ສູ້ປົດປ່ອຍປະເທດຊາດຊຶ່ງພາຍຫລັງທ່ີພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກມືໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນການດຳເນີນກົນອຸບາຍຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມຈີກສັນຍາວຽງຈັນ.

      *ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນ້ໍາໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວໃນການຕໍ່ສູ້ປົດປ່ອຍປະເທດຊາດຊຶ່ງພາຍຫລັງທ່ີພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ລູກມືໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນການດຳເນີນກົນອຸບາຍຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມຈີກສັນຍາວຽງຈັນ ໃຊ້ຄວາມຮຸນແຮງຝືນປະຕິວັດດ້ວຍກຳລັງອາວຸດ ເພ່ືອຫວັງດັບສູນກຳລັງປະຕິວັດພວກເຂົາໄດ້ອອກຄຳສັ່ງໃຫ້ລູກມືໃນທຸກເຂດແຂວງອອກແຮງປາບປາມກຳລັງຮັກຊາດ ຢ່າງໂຫດຮ້າຍປ່າເຖື່ອນພ້ອມດຽວກັນນີ້ກໍດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວຮັກຊາດ. ໂດຍປະຕິບັດຕາມສັນຍາວຽງຈັນ ປີ 1957 ວ່າດ້ວຍການລວມປະສົມກຳລັງທະຫານຂອງສອງຝ່າຍລະຫວ່າງຝ່າຍແນວລາວຮັກຊາດ ແລະ ລັດຖະບານແຫ່ງລາຊະອະນາຈັກ ກຳລັງປະກອບອາວຸດຂອງຝ່າຍປະເທດລາວ ຈຳນວນ 1.500ຄົນ ໄດ້ຮັບການຈັດຕັ້ງມອບໝາຍໃຫ້ເຂົ້າຮ່ວມກັບກອງທັບຂອງລາຊະອານາຈັກໂດຍກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນແຂວງຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນແຂວງຊຽງຂວາງ. ກອງກຳລັງທັງສອງກອງພັນແມ່ນກຳລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນມີມູນເຊື້ອຮັກຊາດທີ່ສູງສົ່ງມີນ້ຳໃຈປະຕິວັດສຸດກົກສຸດປາຍມີລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນໃນການຕໍ່ສູ້ອັນພິລະອາດຫານຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຈັກກະພັດຕ່າງດ້າວຜູ້ຮຸກຮານ. 

      ນັບແຕ່ມື້ທີ່ກອງພັນທີ 2 ໄດ້ ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນຈັກກະພັດລ່າເມືອງຂຶ້ນແບບໃໝ່ ແລະ ພວກຫຸ່ນວຽງຈັນ ທີ່ເປັນລູກມືກໍໄດ້ດຳເນີນກົນອຸບາຍ ເພ່ືອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງຕົ້ນພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະຊື້ຈ້າງຈອບອອຍດ້ວຍເງິນຄຳ ນາງສາວ ແລະ ແບບດຳລົງຊີວິດທ່ີຟຸມເຟືອຍຍົວະເຍ້ົາໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການປະດັບຊັ້ນ ເພ່ືອຫວັງກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງຂອງກອງທັບລາຊະອານາຈັກ, ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນ ທີ 2 ກໍໄດ້ເດັດດ່ຽວນຳພາອ້າຍນ້ອງພະນັກງານນັກຮົບດ້ວຍຄວາມທຸນທ່ຽງໝັ້ນໜຽວສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ຂອງນັກຮົບປະຕິວັດຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການ ນາບຂູ່ການບີບບັງຄັບ ໂດຍທາງ ອ້ອມເປັນຕົ້ນການຈຳກັດເຂົ້າ ປາອາຫານເຄ່ືອງໃຊ້ສອຍ ແລະ ອ່ືນໆການກະທຳຂອງພວກເຂົາເຖິງວ່າໄດ້ສ້າງຄວາມຫຍຸ້ງຍາກຫລາຍປະການ ໂດຍສະເພາແມ່ນດ້ານຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ຄອບຄົວແຕ່ພວກເຂົາກໍບໍ່ສາມາດເອົາຊະນະມານະຈິດປະຕິວັດຂອງນັກຮົບປະຕິວັດໄດ້ກົງກັນຂ້າມທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳໃຈຄຽດແຄ້ນສັດຕູນັບມື້ນັບສູງ.

    ຄະນະພັກຄະນະບັນຊາໄດ້ອອກແຮງປຸກລະດົມຂະບວນການເພີ່ມພູນຜະລິດຜົນປະຢັດມັດທະຍັດບັນດາກົມກອງໄດ້ເປັນເຈົ້າການ ເຮັດວຽກງານໂຄສະນາຂົນຂວາຍເປີດກວ້າງການພົວພັນລະຫວ່າງທະຫານ ກັບ ປະຊາຊົນ ຢູ່ໃນເຂດອ້ອມແອ້ມທີ່ຕັ້ງຂອງກອງພັນ ສະນັ້ນພຽງແຕ່ໄລຍະສັ້ນໆພະນັກງານນັກຮົບກອງພັນທີ 2 ກໍໄດ້ຮັບຄວາມເຊື່ອຖືຮັກແພງ ແລະ ເຊື່ອໝັ້ນຈາກປະຊາຊົນຢ່າງກວ້າງຂວາງຈາກນັ້ນ ປະຊາຊົນທີ່ຢູ່ບໍລິເວນນັ້ນກໍໄດ້ໃຫ້ຄວາມຊ່ວຍເຫລືອເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານນັກຮົບກອງພັນທີ 2 ຄືກັບລູກຫລານຄີງຂອງຕົນເອງ. ເມື່ອເຮັດແນວໃດນັກຮົບປະຕິວັດກອງພັນທີ 2 ກໍບ່ໍຍອມຈຳນົນກົງກັນຂ້າມຊ້ຳພັດມີຄວາມທຸນທ່ຽງບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆພວກເຂົາກໍໄດ້ບືນເລິກເຂົ້າໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ລົດຫຸ້ມເກາະ ແລະ ເຮືອບິນທຳການປິດລ້ອມກອງພັນທີ 2  ໃຊ້ຖ້ອຍຄຳນາບຂູ່ເພື່ອບັງຄັບໃຫ້ກອງພັນທີ 2 ມອບຕົວ. ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນສ່ຽງຕາຍດັ່ງກ່າວຄະນະພັກຄະນະບັນຊາກອງພັນ ໄດ້ເປີດກອງປະຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນລະອຽດຮອບຄອບຖີ່ຖ້ວນບົນພື້ນຖານຄວາມເປັນເອກະພາບມີຄວາມຕັດສິນໃຈທີ່ໝັ້ນແກ່ນຂອງພະນັກງານນັກຮົບທົ່ວກອງພັນ ແລະ ດ້ວຍການອູ້ມຊູຊ່ວຍເຫລືອຂອງປະຊາຊົນເຂດຊຽງຂວາງກອງພັນທີ 2 ໄດ້ສ້າງວິລະກຳດ້ວຍການຕັດສິນໃຈບັນຊາກອງທະຫານຜ່ານວົງປິດລ້ອມອັນແໜ້ນໜາຂອງສັດຕູອອກໄປສູ່ເຂດທີ່ໝັ້ນປະຕິວັດໃນ ວັນທີ18 ພຶດສະພາ (5) 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ. ໄຊຊະນະຂອງກອງພັນທີ 2 ໃນການຜ່າວົງປິດລ້ອມຂອງສັດຕູບໍ່ພຽງແຕ່ເປັນການທັບມ້າງເລ່ລ່ຽມກົນອຸບາຍ ແລະ ການກະທຳຝືນປະຕິວັດຂອງພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມືເທົ່ານັ້ນແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ແກ່ການຫັນທິດຕ່ໍສູ້ປະຕິວັດໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ ພ້ອມດຽວກັນນີ້ກໍໄດ້ເປັນການປະກອບສ່ວນຂຽນປະຫວັດສາດແຫ່ງການຕໍ່ສູ້ທີ່ຮຸ່ງເຮືອງເຫລືອງເຫລື້ອມຂອງປະຊາຊົນລາວໃນໄລຍະຕໍ່ມາ.

KPL

ຂ່າວອື່ນໆ

ads
ads

Top