ວິທີຊ່ວຍເພີ່ມນໍ້ານົມແມ່ໃຫ້ມີຫລາຍ

14/05/2025 09:25
Email Print 518
ຂປລ ແມ່ມືໃໝ່ຫລາຍຄົນມັກມີບັນຫາເລື່ອງນ້ຳນົມບໍ່ມາ ຫລື ມາໜ້ອຍ ບ່ໍພຽງພໍສຳລັບການລ້ຽງລູກ.

     *ແມ່ມືໃໝ່ຫລາຍຄົນມັກມີບັນຫາເລື່ອງນ້ຳນົມບໍ່ມາ ຫລື ມາໜ້ອຍ ບ່ໍພຽງພໍສຳລັບການລ້ຽງລູກ. ສະນັ້ນ, ຄໍລຳເພື່ອສຸຂະພາບມື້ນີ້ ຈຶ່ງມີວີທີແນະນຳສຳລັບແມ່ລູກອ່ອນໃນການກະຕຸ້ນໃຫ້ນ້ຳນົມມາ ແລະ ມີຫລາຍພຽງພໍສຳລັບລູກ. ວິທີທຳອິດໃຫ້ນົມລູກຕະຫລອດ ແລະ ດົນ: ຜູ້ເປັນແມ່ຄວນໃຫ້ນົມລູກຕະຫລອດ ແລະ ດົນ ເພາະຖ້າແມ່ໃຫ້ນົມລູກຕະຫລອດຮ່າງກາຍກໍຈະຜະລິດນໍ້ານົມຫລາຍຂຶ້ນ. ບ່ກິນທາດເຫລົ້າ ແລະ ສູບຢາ: ການກິນທາດເຫລົ້າ ແລະ ສູບຢາ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະລິມານນໍ້ານົມເທົ່ານັ້ນ ຍັງມີຜົນກະທົບຕໍ່ຮ່າງກາຍຂອງແມ່ ແລະ ລູກອີກດ້ວຍ. ຫລີກລ່ຽງຢາຄຸມກຳເນີດ: ຫາກກິນຢາຄຸມຫລັງເກີດລູກກໍຈະສົ່ງຜົນກະທົບຕໍ່ການຜະລິດນໍ້ານົມໄດ້.

     ຜ່ອນຄາຍ ແລະ ເຮັດໃຈສະບາຍ: ຄວາມຕຶງຄຽດຈະສົ່ງຜົນຕໍ່ການຜະລິດນໍ້ານົມ, ການຜ່ອນຄາຍເຮັດຈິດໃຈສະບາຍ ແລະ ພັກຜ່ອນໃຫ້ພຽງພໍຈະຊ່ວຍໃຫ້ຮ່າງກາຍຜະລິດນໍ້ານົມ ໄດ້ຫລາຍ. ສະຫລັບເບື້ອງໃຫ້ນົມລູກ: ໄລຍະທຳອິດທີ່ແມ່ໃຫ້ນົມລູກມັກຈະໃຫ້ຕາມຄວາມລຶ້ງເຄີຍຂອງການອູ້ມລູກ, ເຕົ້ານົມທີ່ໃຫ້ລູກນ້ອຍດູດຕະຫລອດນັ້ນ ຈະມີການຜະລິດນໍ້ານົມຕະຫລອດ, ແຕ່ຖ້າເຕົ້ານົມຂ້າງທີ່ບໍ່ໄດ້ດູດກໍຈະຜະລິດນໍ້ານົມໜ້ອຍ, ແມ່ຈຶ່ງຄວນໃຫ້ລູກດູດທັງສອງເບື້ອງ. ນວດເຕົ້ານົມ: ການນວດເຕົ້ານົມຈະເປັນການຊ່ວຍກະຕຸ້ນການສ້າງນໍ້ານົມ, ໂດຍນວດຄ່ອຍໆເພື່ອກະຕຸ້ນໃຫ້ເກີດການໄຫລວຽນຂອງລະບົບນໍ້ານົມ, ລະບົບນໍ້າເຫລືອງທີ່ເໝາະສົມ. ກິນອາຫານທີ່ມີປະໂຫຍດ: ຄວນກິນອາຫານໃຫ້ຄົບ 5 ໝູ່ໃນປະລິມານທີ່ເໝາະສົມ ແລະ ພຽງພໍ, ບໍ່ຄວນຄິດເລື່ອງນໍ້າໜັກ ຫລື ອົດອາຫານເຊິ່ງອາດ ສົ່ງຜົນກະທົບຕໍ່ການຜະລິດນໍ້ານົມ ແລະ ສຸຂະພາບຂອງຕົວເອງ. ກິນນໍ້າຫລາຍໆ: ການໃຫ້ນົມລູກອາດເຮັດໃຫ້ແມ່ຂາດນໍ້າ ແລະ ຖ້າຫາກກິນນໍ້າບໍ່ພຽງພໍ ກໍອາດສົ່ງຜົນເສຍຕ່ໍຮ່າງກາຍ ແລະ ຂະບວນການຜະລິດນໍ້ານົມໄດ້. ຄວນໃຊ້ສະໝຸນໄພເພີ່ມນໍ້ານົມ: ແມ່ສາມາດໃຊ້ສະໝຸນໄພທ່ີຊ່ວຍເພີ່ມນໍ້ານົມໄດ້ເຊ່ັນ: ໃບກະເພົາ, ພິກໄທ, ຂີງປະກອບອາຫານ ເຊິ່ງຈະຊ່ວຍໃຫ້ປະລິມານນໍ້ານົມຫລາຍຂຶ້ນ. 

ໂດຍ:ລູກສາວຫລາວຫລ້າ້າ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top