ຂປລ
ບໍລິສັດ ດີເອສແອລ(DHL)ໂຈະການຂົນສົ່ງ ພັດສະດຸ ທີ່ມີມູນຄ່າ ຫລາຍກວ່າ 800ໂດລາ ສະຫະລັດ ໃຫ້ແກ່ ລູກຄ້າໃນ ສ.ອາເມລິກາ ບໍ່ວ່າຈະມີຕົ້ນທາງ ມາຈາກໃສ ເລີ່ມຈັດຕັ້ງປະຕິບັດ ວັນທີ21 ເມສານີ້ ເປັນຕົ້ນໄປ
ຂປລ.ຕາມຂ່າວຈາກ ນະຄອນຫລວງ ແບ໋ກແລ໋ງ ຂອງເຢຍລະມັນ, ບໍລິສັດ ດີເອສແອລ(DHL)ໂຈະການຂົນສົ່ງ ພັດສະດຸ ທີ່ມີມູນຄ່າ ຫລາຍກວ່າ 800ໂດລາ ສະຫະລັດ ໃຫ້ແກ່ ລູກຄ້າໃນ ສ.ອາເມລິກາ ບໍ່ວ່າ ຈະມີຕົ້ນທາງ ມາຈາກໃສ ເລີ່ມຈັດຕັ້ງປະຕິບັດ ວັນທີ21 ເມສານີ້ ເປັນຕົ້ນໄປ ເນື່ອງຈາກ ມາດຕະການພາສີຂອງ ສ.ອາເມລິກາ ທີ່ມີການປ່ຽນແປງ ຢ່າງຕໍ່ເນື່ອງ ເຮັດໃຫ້ ຂະບວນການ ກວດສອບ ແລະ ປ່ອຍສິນຄ້າ ຍາວນານຂຶ້ນ. ຂະນະທີ່ ສິນຄ້າ ທີ່ມີມູນຄ້າ ຫລາຍກວ່າ 2.500 ໂດລາສະຫະລັດ ຕ້ອງເຂົ້າສູ່ ຂະບວນການ ກວດສອບ ການນຳເຂົ້າ ຢ່າງເປັນທາງການ. ພາຍຫລັງ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ລົງນາມ ໃນຄຳສັ່ງ ເພີ່ມອັດຕາພາສີ ພັດສະດຸ ຂະໜາດນ້ອຍ ທີ່ມີຕົ້ນທາງ ມາຈາກ ສປ ຈີນ ຈາກ 30% ຂຶ້ນເປັນ 90% ໂດຍຈະມີຜົນ ຈັດຕັ້ງ ແຕ່ວັນທີ 2ພຶດສະພານີ້./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL