ຫາລືການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດທະສະພາ

12/03/2025 14:45
Email Print 8375
ຂປລ ຂປລ. ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ຈັດຂຶ້ຍລະຫວ່າງວັນທີ 12-14 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ​ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມ.



ຂປລ. ກອງປະຊຸມກໍາມາທິການວຽກງານສະມາຊິກລັດຖະສະພາ ຂອງສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (
APF) ຈັດຂຶ້ຍລະຫວ່າງວັນທີ 12-14 ມີນາ 2025 ຢູ່ນະຄອນຫລວງວຽງຈັນ ​ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ (APF) ເຊິ່ງມີຄະນະຜູ້ແທນລັດຖະສະພາ 11 ປະເທດ ແລະ ເຂດແຄວ້ນ, ກອງເລຂາ APF ແລະ ສູນລັດຖະສະພາອາຊີ (PCAsia) ເຂົ້າຮ່ວມ.




ໃນກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານປະສະພາແຫ່ງຊາດລາວ ໄດ້ມີຄຳເຫັນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງສະພາບການພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ ທີ່ພວມເກີດຂຶ້ນໃນຫລາຍພາກພື້ນທົ່ວໂລກ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງຂອງ ບັນດາປະເທດ. ພ້ອມກັນນັ້ນ, ທ່ານຍັງໄດ້ຕີລາຄາສູງ ຕໍ່ບົດບາດຄວາມສຳຄັນຂອງສະ ມາຊິກລັດຖະສະພາ
APF ໃນຖານະທີ່ເປັນຕົວແທນແຫ່ງສິດ ຜົນປະໂຫຍດ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ໃນການສົ່ງເສີມປະຊາທິປະໄຕ ການປົກຄອງລັດດ້ວຍກົດໝາຍ ແລະ ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ສາກົນ ເພື່ອການພັດທະນາ ລວມເຖິງການສົ່ງເສີມການແລກປ່ຽນ ທາງດ້ານວັດທະນະທຳຂອງປະຊາຊົນ.




ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນ ແລະ ຖອດຖອນບົດຮຽນຮ່ວມກັນກ່ຽວກັບ ການນຳໃຊ້ປັນຍາປະດິດ ເຂົ້າໃນວຽກງານລັດຖະສະພາ ໂດຍຈະດຳເນີນໄປພາຍໃຕ້
3 ຫົວ ຂໍ້ສໍາຄັນ ຄື: ການມີສ່ວນຮ່ວມຂອງເຄື່ອງມືດີຈິຕອນ ໃນການປະຕິບັດໜ້າທີ່ວຽກງານ ຂອງລັດຖະສະພາ, ວິທີການໃໝ່ ໃນການປະເມີນນະໂຍບາຍ ສາທາລະນະຂອງລັດຖະສະພາ ​ແລະ ການຕອບໂຕ້ກັບຂ່າວທີ່ບໍ່ເປັນຄວາມຈິງ.

ກອງປະຊຸມດັ່ງກ່າວ, ແມ່ນກົນໄກປະຈຳໜຶ່ງຂອງ APF ທີ່ຈະຈັດຂຶ້ນທຸກໆປີ ໃນປະເທດສະມາ ຊິກຂອງ APF ເພື່ອໃຫ້ລັດຖະສະພາສະມາຊິກ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນໃນການປະຕິບັດວຽກງານຂອງຕົນ ເພື່ອໃຫ້ມີຄວາມສອດຄ່ອງກັນໃນພາກພື້ນ ແລະ ທົ່ວໂລກ.

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top