ປີ 2024 ຄາດຄະເນເມືອງເຟືອງ ຈະມີລາຍຮັບຈາກການທ່ອງທ່ຽວ 30 ຕື້ກີບ

29/10/2024 14:24
Email Print 3239
ຂປລ ຂປລ. ເມືອງເຟືອງ ແຂວງວຽງຈັນ ​ເປັນ​ເມືອງທີ່ມີແຫລ່ງທ່ອງທ່ຽວ ທີ່​ຫລາກຫລາຍທາງດ້ານວັດທະນະທຳ ​ແລະ ທຳມະຊາດ ທີ່ດຶງດູດຄວາມສົນໃຈ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽມຊົມຄວາມສວຍງາມ ໃນແຕ່ລະ​ວັນ, ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ, ມີນັກທ່ອງທ່ຽວຫລາຍກວ່າ 146.686 ເທື່ອຄົນ, ຄາດວ່າໝົດປີ 2024 ນີ້, ຈະສ້າງລາຍຮັບຈາກ​ການບໍລິການ​ທ່ອງ​ທ່ຽວເກືອບ 30 ຕື້ກີບ.

ຂປລ. ເມືອງເຟືອງ ແຂວງວຽງຈັນ ​ເປັນ​ເມືອງທີ່ມີແຫລ່ງທ່ອງທ່ຽວ ທີ່​ຫລາກຫລາຍທາງດ້ານວັດທະນະທຳ ​ແລະ ທຳມະຊາດ ທີ່ດຶງດູດຄວາມສົນໃຈ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າໄປທ່ຽມຊົມຄວາມສວຍງາມ ໃນແຕ່ລະ​ວັນ, ນັບແຕ່ຕົ້ນປີ 2024 ມາຮອດປັດຈຸບັນ, ມີນັກທ່ອງທ່ຽວຫລາຍກວ່າ 146.686 ເທື່ອຄົນ, ຄາດວ່າໝົດປີ 2024 ນີ້, ຈະສ້າງລາຍຮັບຈາກ ​ການບໍລິການ​ທ່ອງ​ທ່ຽວເກືອບ 30 ຕື້ກີບ.

ທ່ານ ຄໍາເພັດ ຈັນສົມພູ ​ເຈົ້າ​ເມືອງ​ໆ​ເຟືອງ ​ໄດ້​ໃຫ້​ສໍາພາດຕໍ່ສໍ່​ມວນ​ຊົນ​ ສໍານັກຂ່າວສານປະເທດລາວ​ ໃນທ້າຍອາທິດຜ່ານມາວ່າ: ພາຍຫລັງທີ່ການລະບາດ ຂອງພະຍາດໂຄວິດ-19 ຢຸດຕິ​ລົງ: ວຽກງາການທ່ອງທ່ຽວ ແລະ ການພັດທະນາ ການທ່ອງທ່ຽວຢູ່ເມືອງເຟືອງ ໄດ້ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວກະໂດດ ​ເຊິ່ງເຫັນໄດ້ຢ່າງຈະແຈ້ງ ເປັນຕົ້ນ ການທ່ອງທ່ຽວທາງທໍາມະຊາດ ​ແລະ ວັດທະນະ​ທໍາ ທີ່ມີຄວາມນິຍົມຫລາຍ ໂດຍສະເພາະ ແມ່ນສະຖານທີ່ເຮືອນແພແຄມນໍ້າລີກ ​ແລະ ວັດໂນນຫີນແຮ່ ໄຊຍະລາມ ໃນແຕ່ລະປີເຫັນວ່າໄດ້ມີຈໍານວນ ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດເພີ່ມຂຶ້ນ, ເຮັດໃຫ້ການກໍ່ສ້າງ, ປັບປຸງ ແລະ ຍົກລະດັບສະຖານທີ່ທ່ອງທ່ຽວ ຕະຫລອດຮອດຄຸນນະພາບ ຂອງການໃຫ້ບໍລິການ ນັກທ່ອງທ່ຽວຕ່າງໆ ແມ່ນດີເທື່ອລະກ້າວ. ພ້ອມນີ້, ພາກລັດກໍໄດ້ມີການຊຸກຍູ້-ສົ່ງ ເສີມ ແລະ ຄຸ້ມຄອງວຽກງານດັ່ງກ່າວ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ, ສໍາລັບບັນດາຮ້ານອາຫານ, ກິນດື່ມ, ເຮືອນພັກຕ່າງໆ ກໍໄດ້ມີການຂະຫຍາຍຕົວ ​ເຊິ່ງໄດ້ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ປະຊາຊົນບັນດາເຜົ່າ ພາຍໃນເມືອງ ຕື່ມ​ອີກ.

ທ່ານ ຄໍາເພັດ ຈັນສົມພູ ຍັງ​ໃຫ້​ຮູ້​ອີກ​ວ່າ: ເພື່ອເປັນສົ່ງຍູ້ ແລະ ສົ່ງເສີມວຽກງານການທ່ອງທ່ຽວ ແບບໃຫ້ຄຶກຄື້ນ ແລະ ແບບມີເອກະລັກໜຶ່ງດຽວ, ເມືອງເຟືອງ ໄດ້ຈັດເທສະການສາມໝື່ນຕູບເຟືອງ, ບຸນມະໂຫລານບັ້ງໄຟໃຫຍ່ປະຈຳປີ, ການບໍລິການລ່ອງເຮືອຊົມ ທຳມະຊາດຕາມນໍ້າລີກ, ສະຖານທີ່ພັກເຮືອນແພໜ້ານໍ້າ, ການໃສ່ບາດ ຂອງນັກທ່ອງທ່ຽວ ຢູ່ຕາມເຮືອນແພແຄມນໍ້າ ແລະ ບຸນປະເພນີຂອງແຕ່ລະຊົນເຜົ່າພາຍໃນເມືອງ ກະຕຸ້ນການທ່ອງທ່ຽວ ​ເພື່ອດຶງດູດນັກທ່ອງທ່ຽວ ຄຽງຄູ່ກັບ ການສ້າງລາຍຮັບໃຫ້ຊຸມຊົນ ກໍຄື ຜູ້ປະກອບການ.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top