ນວ ຕັ້ງເປົ້າດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 8 ແສນຄົນ ໃນປີນີ້

25/07/2024 10:03
Email Print 1315
ຂປລ ນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນນະຄອນ ຫລວງວຽງຈັນ ສໍາລັບປີ 2024 ຂະນະທີ່ພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ລາຍງານຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທເຂົ້າມາລົງທຶນດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ.

   *ນະຄອນຫລວງວຽງຈັນ ຕັ້ງເປົ້າຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ຢ່າງໜ້ອຍ 8 ແສນຄົນ ເຂົ້າມາທ່ຽວພາຍໃນນະຄອນຫລວງວຽງຈັນ ສໍາລັບປີ 2024 ຂະນະທີ່ພະແນກແຜນການ ແລະ ການລົງທຶນນະຄອນຫລວງວຽງຈັນ ລາຍງານຫລ້າສຸດວ່າພຽງ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທເຂົ້າມາລົງທຶນດ້ານທີ່ພັກໂຮງແຮມ ຢູ່ ນວ ເພີ່ມຂຶ້ນ ແລະ ບັນລຸຈຳນວນ 16 ແຫ່ງ. ທ່ານ ນາງ ວຽງພັນ ແກ້ວຄຸນສີ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ) ຜ່ານມາວ່າ: ສະຖິຕິສິ່ງຮອງຮັບດ້ານການທ່ອງທ່ຽວຂອງ ນວ ມີສະຖານທີ່ພັກແຮມ ຈຳນວນ 609 ແຫ່ງ, ຮ້ານອາຫານ ແລະ ພັດຕະຄານ 217 ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍລິສັດທ່ອງທ່ຽວ 260 ແຫ່ງ, ສະຖານບັນເທີງ 37 ແຫ່ງ, ຮ້ານນວດ ແລະ ສະປາ 23 ແຫ່ງ.

    ນອກນີ້, ໃນ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ຈຳນວນ 58 ຫົວໜ່ວຍ, ມີມູນຄ່າທັງໝົດ 1.111 ຕື້ກວ່ກີບ. (ທຸລະກິດດ້ານທີ່ພັກແຮມ16 ຫົວໜ່ວຍ, ທຸລະກິດອາຫານ- ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດ ທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະ ທຸລະກິດນວດ ແລະ ສະປາ 4 ຫົວ ໜ່ວຍ).

    ນະຄອນຫວງວຽງຈັນ ເປັນເມືອງເອກຂອງ ສປປ ລາວ ເຊິ່ງມີປະຊາກອນເກືອບ 1 ລ້ານຄົນອາໃສຢູ່. ນອກຈາກນັ້ນ, ຍັງມີແຫລ່ງທ່ອງທ່ຽວ ທ່ີມີຊື່ສຽງໂດ່ງດັງຢ່າງຫລວງຫລາຍເຊັ່ນ: ພະທາດຫລວງ, ວັດສີສະເກດ, ປະຕູໄຊ, ວັດສີເມືອງ, ວັດຊຽງຄວນ, ສູນການຄ້າສາກົນ ແລະ ອື່ນໆ ເຊິ່ງທັງໝົດນັ້ນກາຍເປັນຈຸດໝາຍຂາຍສໍາຄັນຂອງນະຄອນຫລວງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • 5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່ທ່ອງທ່ຽວ

      5 ເມືອງຂອງແຂວງສາລະວັນໄດ້ຮັບຕູ້ຟັກໄຂ່

      9/4/2024 4:34:51 PM

      ຂປລ. ກົງສຸນໃຫຍ່ ແຫ່ງ ຣາຊານະຈັກໄທ ປະຈໍາແຂວງສະຫວັນນະເຂດ ແລະ ບໍລິສັດພັດທະນາແຫ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດ ຈັດພິທີມອບ-ຮັບ ຕູ້ຟັກໄຂ່, ວັກຊິນ ແລະ ອຸປະກອນລ້ຽງໄກ່ນ້ອຍ ໃຫ້ 5 ເມືອງຂອງແຂວງສາລະວັນ ພາຍໃຕ້ໂຄງການຂະຫຍາຍ ຜົນຂອງສູນພັດທະນາ ແລະ ບໍລິການກະສິກໍາ-ປ່າໄມ້ໜອງເຕົ່າ (ແຂວງສະຫວັນນະເຂດ).

    • ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາທ່ອງທ່ຽວ

      ບຸນຊ່ວງເຮືອເດືອນ 9 ຫລວງພະບາງ ເປັນເລື່ອງທີ່ໜ້າຄົ້ນຫາ

      9/4/2024 12:30:32 PM

      ຄວາມເປັນເມືອງມໍລະດົກໂລກຫລວງພະບາງ ບໍ່ໄດ້ເຊື່ອງຊ້ອນພຽງຄຸນຄ່າທ່ີເປັນເອກະລັກສະເພາະວັດວາອາຮາມ, ພະລາດຊະວັງ ແລະ ເຮືອນ-ອາຄານຮູບຊົງເກົ່າແກ່ດັ້ງເດີມເທົ່ານັ້ນ ແຕ່ຫາກຍັງຕິດພັນກັບວິຖີດໍາລົງຊີວິດແບບດັ້ງເດີມ ມາຫລາຍຍຸກຫລາຍສະໄໝ ເຖິງປັດຈຸບັນນີ້ ຈົນກາຍເປັນຈຸດຂາຍໃຫ້ນັກທ່ອງທ່ຽວຕ່າງປະເທດສົນໃຈແວ່ວຽນມາສໍາຜັດ ແລະ ສຶກສາຮຽນຮູ້ໃນເມືອງດັ່ງກ່າວ.

    • ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນທ່ອງທ່ຽວ

      ນັກທຸລະກິດລາວ ຮ່ວມກິດຈະກໍາທັດສະນະສຶກສາ ທີ່ ສປ ຈີນ

      9/2/2024 2:45:47 PM

      ຂປລ. ກົມແລກປ່ຽນ ແລະ ຮ່ວມມືສາກົນ ກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນ ຈັດກິດຈະກໍາທັດສະນະສຶກສາທີ່ປະເທດຈີນ ຂອງນັກທຸລະກິດການທ່ອງທ່ຽວອາຊີ ພາຍໃຕ້ຫົວຂໍ້ ສະບາຍດີ ປະເທດຈີນ ຂຶ້ນໃນລະຫວ່າງວັນທີ 20-29 ສິງຫາ ຜ່ານມາ, ນໍາພາຄະນະໂດຍ ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້ານັກທຸລະກິດ ການທ່ອງທ່ຽວລາວ ຈາກ 3 ພາກສ່ວນເຂົ້າຮ່ວມກິດຈະກໍາ

    • ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາທ່ອງທ່ຽວ

      ທ່ອງທ່ຽວລາວຄຶກຄືນຫລັງຍົກເວັ້ນວີຊາ

      9/2/2024 10:40:17 AM

      ພາກອຸດສາຫະກໍາທ່ອງທ່ຽວລາວມີບັນຍາກາດຄຶກຄັກເປັນພິເສດ ພາຍຫລັງ ສປປ ລາວ ປະກາດຍົກເວັ້ນວີຊາທ່ອງທ່ຽວໃຫ້ຫລາຍປະເທດ ຂະນະທີ່ນັກທ່ອງທ່ຽວຈາກປະເທດໄທ, ສປ ຈີນ, ຫວຽດນາມ, ເອີຣົບ, ເກົາຫລີ ຕິດອັນດັບດັບຕົ້ນໆເຂົ້າມາທ່ອງ ທ່ຽວລາວ, ຄາດວ່າໝົດປີ 2024 ລາວຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດໄດ້ຢ່າງໜ້ອຍ 3-4 ຄົນ.

    • “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາທ່ອງທ່ຽວ

      “ຜາຖີ່” ແຫລ່ງທ່ອງທ່ຽວປະຫວັດສາດ ທີ່ໜ້າຄົ້ນຫາ

      8/26/2024 11:34:23 AM

      “ຜາຖີ່່” ຫລື Lima Site 85 ອາດີດເຣດ້າຕາທິບ ຂອງຖານທັບສະຫະລັດອາເມລິກາໃນລາວ, ປັດຈຸບັນ ກາຍເປັນແຫລ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ໂດຍ ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານ ຫ້ວຍມ້າ, ເມືອງ ຊໍາເໜືອ, ແຂວງ ຫົວພັນ ຫ່າງຈາກເທສະບານແຂວງ ຫົວພັນ 68 ກິ​ໂລ​ແມັດ.

ads
ads

Top