ສະມາຊິກສະມັດຊາລັດຖະສະພາປະເທດທີ່ໃຊ້ ພາສາຝຣັ່ງ ຮ່ວມແລກປ່ຽນຫລາຍບັນຫາສຳຄັນ

11/04/2024 14:13
Email Print 1869
ຂປລ ຂປລ. ໃນລະຫວ່າງວັນທີ 10-11 ເມສາ 2024 ນີ້, ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ຈັດກອງປະຊຸມກຳມາທິການວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງສະມັດ ຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ຢູ່ນະຄອນຫລວງພະບາງ

ຂປລ. ໃນລະຫວ່າງວັນທີ 10-11 ເມສາ 2024 ນີ້, ກໍາມາທິການການຕ່າງປະເທດ ສະພາແຫ່ງຊາດລາວ ຈັດກອງປະຊຸມກຳມາທິການວຽກງານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງສະມັດ ຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ຢູ່ນະຄອນຫລວງພະບາງ ​ໂດຍ​ມີ ທ່ານ ສົມມາດ ພົນເສນາຮອງປະທານສະພາແຫ່ງຊາດ, ທ່ານ ວົງພະຈັນ ທິບພະຈັນ ປະທານສະພາປະຊາຊົນ ແຂວງຫລວງພະບາງ, ມີບັນດາສະມາຊິກສະພາ ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ຈາກ 9 ປະເທດ ແລະ 2 ອົງການ, ພ້ອມ​ດ້ວຍພາກສ່ວນກ່ຽວຂ້ອງ ​ເຂົ້າ​ຮ່ວມ.

          ​​ໃນກອງປະຊຸມ, ທ່ານ ສົມມາດ ພົນເສນາ ໄດ້ເໜັ້ນໜັກຫລາຍບັນຫາສໍາຄັນ ໂດຍສະເພາະ ແມ່ນສະພາບການພາກພື້ນ ແລະ ສາກົນທີ່ຍັງສືບຕໍ່ເປັນທ່າອ່ຽງທາງດ້ານອຸປະສັກ ແລະ ສິ່ງທ້າທາຍຕໍ່ການກ້າວໄປຂ້າງໜ້າ ຂອງບັນດາປະເທດຕ່າງໆໃນທົ່ວໂລກ. ພ້ອມນີ້, ທ່ານ​ຍັງ​ໄດ້​ເນັ້ນໃຫ້ຄະນະຜູ້ແທນ ທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນແລກປ່ຽນບົດຮຽນ ໂດຍສະເພາະແມ່ນບັນຫາ ແລະ ອຸປະສັກທີ່ເປັນສິ່ງກີດຂວາງ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ບັນຫາສິ່ງແວດລ້ອມ ຂອງບັນດາປະເທດສະມາຊິກລັດຖະສະພາທີ່ໃຊ້ພາສາຝຣັ່ງ, ການຊຸກຍູ້ສົ່ງເສີມການນໍາໃຊ້ພາສາຝຣັ່ງທີ່ປັດຈຸບັນເຫັນວ່າ ມີທ່າອ່ຽງຫລຸດລົງຫລາຍ ຖ້າທຽບໃສ່ພາສາອັງກິດ.

ກອງປະຊຸມ, ໄດ້ຮັບຟັງການສະເໜີບົດກ່ຽວ ກັບປະສົບການປະຕິບັດ ວຽກງານຕົວຈິງຈາກບັນ ດານັກຊ່ຽວຊານ ແລະ ແລກປ່ຽນບົດຮຽນທີ່ດີທີ່ສຸດຮ່ວມກັນ ຂອງສະມາຊິກສະພາແຫ່ງຊາດ ໃນບັນດາປະເທດສະມາຊິກ APF, ກອງປະຊຸມໄດ້ຮັບຮອງເອົາບົດບັນທຶກ ແລະ ຖະແຫລງການຂອງກອງປະ ຊຸມສະໄໝສາມັນຄັ້ງຜ່ານມາ, ຮັບຟັງການປະກອບຄໍາເຫັນຂອງປະທານກໍາມາທິການ, ປະທານກອງປະຊຸມ, ຮັບຟັງການລາຍງານຂອງຜູ້ຊ່ຽວຊານ ດ້ານນິຕິເວດວິທະຍາຂອງ AFD ແລະ FAO, ຮັບຟັງການເຜີຍແຜ່ນິຕິກໍາກ່ຽວກັບ ນະໂຍບາຍດິນຟ້າອາກາດ, ກວດກາຮ່າງບົດລາຍງານ ແລະ ມະຕິສຳຄັນ​ຕ່າງ​ໆເຊັ່ນ: ຮ່າງບົດລາຍງານຄວາມຫລາກຫລາຍທາງຊີວະພາບ; ການປົກປ້ອງ ແລະ ປົກປັກຮັກສາຄວາມຫລາກຫລາຍທາງຊີວະພາບ; ຮ່າງບົດລາຍງານກ່ຽວກັບຫົວຂໍ້ ທີ່ງ່າຍດາຍສຳລັບການມີເສລີພາບ ຂອງແມ່ຍິງໃນພາກພື້ນອາຟຣິກາ ທີ່ໃຊ້ພາສາຝຣັ່ງ, ສົນທະນາ ແລະ ປຶກສາຫາລືກ່ຽວກັບບົດລາຍງານ ການຕິດຕາມການເຈລະຈາການຄ້າສາກົນ ທີ່ດຳເນີນໃນຂອບຂອງອົງການການຄ້າໂລກ (OMC); ພ້ອມທັງໄດ້ປຶກສາຫາລືກ່ຽວກັບ ວຽກງານຂອງກໍາມາທິການໃນອະນາຄົດ; ຮ່າງຄໍາເຫັນຂອງຄະນະ APF ສຳ ລັບກອງປະຊຸມສຸດຍອດ ຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ ປະຈໍາປີ 2024 ພາຍໃຕ້ຫົວຂໍ້: ປັບປຸງການເຄື່ອນໄຫວຂອງພົນລະເມືອງ ຢູ່ບັນດາປະເທດທີ່ໃຊ້ພາສາຝຣັ່ງ ເພື່ອຊຸກຍູ້ຄວາມຄິດສ້າງສັນ, ນະວັດຕະກໍາ ແລະ ການປະກອບການ; ສົນທະນາປິ່ນອ້ອມວຽກງານເສດຖະກິດ; ສົນທະນາກ່ຽວກັບການລົບລ້າງ ມົນລະພິດຈາກປລາສຕິກ ແລະ ບັນຫາອື່ນໆ ແລະ ຮັບຮອງວັນເວລາຈັດກອງປະຊຸມຄັ້ງຕໍ່ໄປ.

ກ່ອນເປີດກອງປະຊຸມດັ່ງກ່າວ, ຄະນະຜູ້ແທນຂອງກອງປະຊຸມ ຍັງໄດ້ເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມຫລວງພະບາງ, ໂຮງຮຽນວິທະຍາໄລຄູຫລວງພະບາງ, ພ້ອມທັງຮັບຟັງການລາຍງານຫຍໍ້ ສະພາບການຮຽນການສອນພາສາຝຣັ່ງ ທົ່ວແຂວງຫລວງພະບາງ ແລະ ໄດ້ເຄື່ອນໄຫວຢ້ຽມຢາມ ສວນກະເສດອິນຊີ (ສວນອຸ່ນເຮືອນ), ຢ້ຽມ ແລະ ເຮັດວຽກທີ່ຟາມອາຍອຸ່ນ ເພື່ອຮັບຟັງສະພາບການພັດທະນາ ການກະເສດສີຂຽວໃນເຂດດັ່ງກ່າວ.

ພາຍຫລັງທີ່ສຳເລັດການເຂົ້າຮ່ວມກອງປະຊຸມແລ້ວ, ຄະນະຜູ້ແທນຍັງຈະໄດ້ຢ້ຽມຊົມຫໍພິພິທະພັນ ຫລວງພະບາງ(ພະລາດຊະວັງເກົ່າ), ວັດຊຽງທອງ ແລະ ຕາດກວາງຊີ ຊຶ່ງເປັນສະຖານທີ່ທ່ອງທ່ຽວ ທີ່ສໍາຄັນດ້ານປະຫວັດສາດ ແລະ ທຳມະຊາດ ຂອງແຂວງຫລວງພະບາງ.

ຂ່າວ: ກໍາມາທິການການຕ່າງປະເທດ

ພາບ: ສອນສັກ ວັນວິໄຊ
KPL

ຂ່າວອື່ນໆ

    • ຮຽບຮຽງເນື້ອໃນກົດໝາຍການປູກຝັງການເມືອງ

      ຮຽບຮຽງເນື້ອໃນກົດໝາຍການປູກຝັງ

      7/8/2025 1:01:18 PM

      ຂປລ. ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍການປູກຝັງ (ສ້າງໃໝ່) ຈັດຂຶ້ນໃນວັນທີ 5-6 ກໍລະກົດ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ, ຄະນະປະຈຳສະພາແຫ່ງຊາດ, ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ

    • ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກການເມືອງ

      ປະກາດແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສູນກາງພັກ

      7/8/2025 12:19:17 PM

      ຂປລ. ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະກາດແຕ່ງຕັ້ງຕໍາແໜ່ງ ບໍລິຫານ ຂັ້ນຮອງຫົວໜ້າຫ້ອງວ່າການສູນກາງພັກ ໃນວັນທີ 7 ກໍລະກົດ 2025 ໂດຍໄດ້ແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະປະຕິຮູບລັດວິສາຫະກິດ

    • ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມການເມືອງ

      ຫາລື ການຮ່ວມມືລາວ-ໄທ ໃນຂະແໜງກະສິກໍາ ແລະ ສິ່ງແວດລ້ອມ

      7/7/2025 2:13:51 PM

      ຂປລ. ເມື່ອບໍ່ດົນມານີ້, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຕ້ອບຮັບ ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ປະຈຳ ສປປ ລາວ, ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ເພື່ອປືກສາຫາລືກ່ຽວກັບ ການຮ່ວມມືລາວ-ໄທ

    • ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%ການເມືອງ

      ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

      7/7/2025 2:06:34 PM

      ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,

    • ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ IIການເມືອງ

      ສປນວ ເປີດກອງປະຊຸມສະໄໝສາມັນເທື່ອທີ 9 ຊຸດທີ II

      7/7/2025 1:50:34 PM

      ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນ ເທື່ອທີ 9 ຊຸດທີ II ໃນລະຫວ່າງວັນທີ 7-11 ກໍລະກົດ 2025 ຢູ່ອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ

ads
ads

Top