ແຂວງວຽງຈັນ​ ຕັ້ງກອງບຸນ ຈາລຶກວິລະກໍາຂອງວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ

03/01/2023 12:36
Email Print 27079
ຂປລ ພິທີຕັ້ງກອງບຸນ ຈາລຶກຄຸນງາມຄວາມດີ ຂອງວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ເມືອງທຸລະຄົມ ແຂວງ ວຽງຈັນ ຈັດຂຶ້ນ ລະຫວ່າງທີ 27, 28, 29 ທັນວາ 2022 ຢູ່ຫໍສີລາຈາລຶກວິລະບູລຸດ ຮ່ວມສໍາພັນສູ້ຮົບ ລາວ-ຫວຽດນາມ ທີ່ບ້ານໂພນແຮ່, ເມືອງທຸລະ ຄົມ, ແຂວງວຽງຈັນ


                       



 ພິທີຕັ້ງກອງບຸນ ຈາລຶກຄຸນງາມຄວາມດີ ຂອງວິລະບູລຸດຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ຈັດຂຶ້ນ ລະຫວ່າງທີ 27, 28, 29 ທັນວາ 2022 ຢູ່ຫໍສີລາຈາລຶກວິລະບູລຸດ ຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ ທີ່ບ້ານໂພນແຮ່, ເມືອງທຸລະ ຄົມ, ແຂວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ພ້ອມດ້ວຍການນໍາຂັ້ນແຂວງ , ມີຜູ້ຕາງໜ້າສະຖານທູດຫວຽດນາມ ປະຈໍາ ສປປ ລາວ, ສະມາຄົມໃຫຍ່ຫວຽດນາມ ປະຈໍານະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ພາຍໃນງານຄັ້ງນີ້ ແຕ່ລະບ້ານ ໄດ້ນໍາເອົາກອງບຸນລວມທັງໝົດ 83 ກອງ ເພື່ອບໍາເພັນອຸທິດສ່ວນບຸນກຸສົນ ໄປຫາບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ ຍ້ອນພາລະກິດສູ້ຮົບໃນສະໄໝຕໍ່ສູ້ ປົດປ່ອຍຊາດ ຢູ່ຂົງເຂດເມືອງທຸລະຄົມ ແຂວງວຽງຈັນ.

 ທ່ານ ນາງ ວົງເດືອນ ວັດຕະໂສ  ເຈົ້າເມືອງທຸລະຄົມ ກ່າວວ່າ:  ຜົນງານຄຸນງາມຄວາມດີ, ປະຫວັດມູນເຊື້ອຮ່ວມສໍາພັນສູ້ຮົບ, ຄວາມສາມັກຄີແບບພິເສດ ອັນສະເໝີຕົ້ນສະເໝີປາຍ ລາວ-ຫວຽດນາມ, ຫວຽດ ນາມ-ລາວຂອງກອງພັນ 83 ໃນການຕໍ່ສູ້ກັບພວກຈັກກະ ພັດລ່າເມືອງຂຶ້ນແບບເກົ່າ  ຢູ່ເມືອງທຸລະຄົມ ໃນປີ 1945 ເພື່ອປົກປ້ອງປິຕິພູມອັນແສນຮັກ ແລະ ຫວງແຫນໄວ້ຄືທຸກວັນນີ້.






   ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ຍົກໃຫ້ເຫັນການນໍາພາຕໍ່ສູ້ຂອງຝ່າຍກໍາລັງຮັກຊາດ ຢູ່ແຂວງວຽງຈັນເມື່ອກ່ອນ ຕິດພັນກັບການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ວັນສໍາຄັນອື່ນໆຂອງພັກ, ຂອງຊາດ, ໂດຍສະເພາະແມ່ນ ເພື່ອຜັນຂະຫຍາຍ ທິດຊີ້ນໍາ ຂອງການນໍາແຂວງວຽງຈັນ ໃນການສະຫຼີມສະຫຼອງ ວັນສ້າງຕັ້ງແຂວງວຽງຈັນ ຄົບຮອບ 40 ປີ ທີ່ຜ່ານມາ, ເນື່ອງຈາກສະຖານທີ່ອະນຸສອນ ຫໍສີລາຈາລຶກແຫ່ງນີ້ ເປັນບ່ອນທີ່ການນໍາທຸກຂັ້ນ ໃຫ້ຄວາມສໍາຄັນອີກແຫ່ງໜຶ່ງ ທີ່ໄດ້ບັນທຶກເຫດການສໍາຄັນ ໃນພາລະ ກິດຕໍ່ສູ້ກູ້ຊາດ, ພາລະກິດຂອງການປະຕິວັດ ໄວ້ໃຫ້ລູກຫລານໄດ້ສຶກສາຮຽນຮູ້.

  ໃນພິທີຍັງໄດ້ປະກອບພິທີທາງສາສະໜາ ຕາມຮີດຄອງຂອງທັງຝ່າຍລາວ ແລະ ຝ່າຍຫວຽດນາມ, ຕະຫລອດໄລຍະ 3ວັນ ໃນຕອນກາງຄືນມີຄົບງັນ, ສະແດງສິລະປະວັນນະຄະດີ ຈາກຫລາຍຄະນະ ເຊັ່ນ:  ຄະນະສວດ ພະແນກ ຖວທ ແຂວງວຽງຈັນ, , ໂຮງຮຽນ ມສ ບ້ານເກິນ, ໂຮງຮຽນໄຊປັນຍາ, ໂຮງຮຽນອານຸສິນ ເຊິ່ງໄດ້ເຮັດໃຫ້ງານມີສີສັນບັນຍາກາດຟົດຟື້ນຂຶ້ນຕື່ມ.

   ໃນຕອນເຊົ້າວັນທີ 29 ທັນວາ 2022 ໄດ້ມີພິທີຕັກບາດ,ຖວາຍສັງຄະທານ, ກອງອັດຖະ, ແກ່ພຣະສົງ-ສາມະເນນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງວຽງຈັນ, ມີການນໍາຂອງແຂວງວຽງ ຈັນ, ພ້ອມດ້ວຍການນໍາຂັ້ນເມືອງ, ແລະ ມວນຊົນຊັ້ັ້ນຄົນຕ່າງໆ ພາຍໃນເມືອງເຂົ້າຮ່ວມຈໍານວນຫລວງຫລາຍ.


KPL

ຂ່າວອື່ນໆ

ads
ads

Top