ຂປລ
ໃນ 6 ເດືອນຕົ້ນປີນີ້, ຈຳນວນລູກຄ້າໃນການຄ້າອັອຟລາຍຂອງ ສປ ຈີນ ໄດ້ ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ແຫລ່ງຂ່າວ ຈາກຄະນະກຳມະການ ພັດທະນາ ແລະ ປະຕິຮູບແຫ່ງລັດຈີນ ໃຫ້ຮູ້ ໃນວັນທີ 12 ກໍລະກົດນີ້ວ່າ: ໃນ 6 ເດືອນຕົ້ນປີນີ້, ຈຳນວນລູກຄ້າໃນການຄ້າອັອຟລາຍຂອງ ສປ ຈີນ ໄດ້ ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ, ການບໍລິໂພກ ທາງອັອຟລາຍ ໄດ້ຮັກສາທ່າອຽງ ທີ່ດີຢ່າງຕໍ່ເນື່ອງ; ຈຳນວນມອບສິດທິບັດ ໃນອຸດສາຫະກຳເກີດໃໝ່ ທີ່ມີລັກສະນະຍຸດທະສາດ ໄດ້ເພີ່ມຂຶ້ນ 15,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການລົງທຶນ ໃນຂົງເຂດນຳຍຸກ ຕ່າງໆ ເຊັ່ນ: ປັນຍາປະດິດ ແລະ ຫຸ່ນຍົນມະນຸດ ເປັນຕົ້ນ ໄດ້ເພີ່ມຂຶ້ນ 118,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ພະລັງຂັບເຄື່ອນ ຈາກການ ປະດິດສ້າງໃໝ່ ຕໍ່ການພັດທະນາ ເສດຖະກິດ ດ້ວຍຄຸນນະພາບສູງ ໄດ້ເພີ່ມ ຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວແຈ້ງຕື່ມວ່າ:6 ເດືອນຕົ້ນປີນີ້, ພາຍໃຕ້ການ ສະໜັບ ສະໜູນ ຂອງນະໂຍບາຍມະຫາພາກ ທີ່ຕັ້ງໜ້າກວ່າເກົ່າ, ເສດຖະກິດຈີນໄດ້ ຮັກສາທ່າອຽງ ທີ່ພັດທະນາກ້າວໜ້າ ແລະ ມີຄຸນນະພາບດີຂຶ້ນ ເລື້ອຍໆ, ຄວາມໜຽວແໜ້ນ ຂອງເສດຖະກິດໄດ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງໄດ້ສ້າງ ພື້ນຖານທີ່ໝັ້ນແກ່ນ ໃຫ້ແກ່ ການເລີ່ມຕົ້ນການປະຕິບັດ ແຜນພັດທະນາ 5 ປີຄັ້ງທີ 15./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL