ການຂົນສົ່ງຜູ້ໂດຍສານຜ່ານທາງລົດໄຟທົ່ວປະເທດຈີນ ສ້າງສະຖິຕິສູງ ສຸດຄັ້ງໃໝ່ ໃນປະຫວັດສາດ

13/07/2026 22:09
ຂປລ 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟແຫ່ງ ຊາດ ຂອງ ສປ ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ 2 ຕື້ກວ່າເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສ້າງ ສະຖິຕິສູງ ສຸດຄັ້ງໃໝ່ ໃນປະຫວັດສາດ.
ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ແຫຼ່ງຂ່າວຈາກກຸ່ມ ບໍລິສັດ ທາງລົດ ໄຟແຫ່ງຊາດຈີນຈໍາກັດໃຫ້ຮູ້ວ່າ: 6 ເດືອນຕົ້ນປີນີ້, ເສັ້ນທາງລົດໄຟແຫ່ງ ຊາດ ຂອງ ສປ ຈີນ ສາມາດຂົນສົ່ງຜູ້ໂດຍສານໄດ້ 2 ຕື້ກວ່າເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງໄດ້ສ້າງ ສະຖິຕິສູງ ສຸດຄັ້ງໃໝ່ ໃນປະຫວັດສາດ. ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນ ໄດ້ສືບຕໍ່ ປັບປຸງຢ່າງຕັ້ງໜ້າ ເພື່ອໃຫ້ສອດຄ່ອງກັບ ສະພາບການເພີ່ມຂຶ້ນ ຂອງຜູ້ ໂດຍສານ ທີ່ມາຈາກນະໂຍ ບາຍຍົກເວັ້ນວີຊາ ເຂົ້າເມືອງຈີນ ບໍ່ກາຍ 240 ຊົ່ວໂມງ, ພ້ອມທັງ ອໍານວຍຄວາມສະດວກໃຫ້ແກ່ ການເດີນທາງຂອງນັກ ທ່ອງທ່ຽວຕ່າງປະເທດ ເຊິ່ງສັງເກດໄດ້ຈາກການບໍລິການ ຜ່ານເສັ້ນທາງລົດ ໄຟແຫ່ງຊາດຂອງ ສປ ຈີນ ສາມາດຂົນສົ່ງນັກທ່ອງທ່ຽວຕ່າງປະເທດ ໄດ້ ກວ່າ 12 ລ້ານເທື່ອຄົນ, ເພີ່ມຂຶ້ນ 33,6% ເມື່ອທຽບໃສ່ໄລຍະດຽວ ກັນຂອງ ປີກາຍ. ໃນນັ້ນ, ເສັ້ນທາງລົດໄຟລາວ-ຈີນ ສາມາດຂົນສົ່ງຜູ້ໂດຍສານຂ້າມ ຊາຍແດນໄດ້ 188.000 ເທື່ອຄົນ, ເພີ່ມຂຶ້ນ 25,9% ເມື່ອທຽບໃສ່ ໄລຍະດຽວ ກັນຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top