ຂປລ
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ພົບປະກັບ ທ່ານ ປັກແທ ຊົງ ກຳມະ ການ ຄະນະກຳມະການ ປະຈຳກົມການເມືອງ ສູນກາງພັກ ແຮງ ງານເກົາຫລີ, ຮອງປະທານ ຄະນະກຳມະການ ກິດຈະການ ແຫ່ງລັດ ສປປ ເກົາຫລີ, ນາຍົກລັດຖະມົນຕີ ສປປ ເກົາຫລີ ທີ່ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການ ສູນກາງພັກ ກອມມູນິດຈີນ ໄດ້ພົບປະກັບ ທ່ານ ປັກແທ ຊົງ ກຳມະການ ຄະນະກຳມະການ ປະຈຳກົມການເມືອງ ສູນກາງພັກ ແຮງ ງານເກົາຫລີ, ຮອງປະທານ ຄະນະກຳມະການ ກິດຈະການ ແຫ່ງລັດ ສປປ ເກົາຫລີ, ນາຍົກລັດຖະມົນຕີ ສປປ ເກົາຫລີ ທີ່ເດີນທາງຢ້ຽມຢາມ ສປ ຈີນ ຢ່າງເປັນທາງການ.ໂອກາດນີ້, ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: “ສັນຍາວ່າດ້ວຍມິດຕະພາບ, ການ ຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປ ຈີນ-ສປປ ເກົາ ຫລີ” ໄດ້ສ້າງພື້ນຖານດ້ານການເມືອງ ແລະ ກົດໝາຍ ອັນໜັກແໜ້ນ ແລະ ສໍາຄັນໃຫ້ແກ່ການປັປປຸງ ມິດຕະພາບການຕໍ່ສູ້ຮ່ວມກັນທີ່ຊຸບຫລໍ່ ດ້ວຍເລືອດເນື້ອ ຂອງປະຊາຊົນຈີນ-ສປປ ເກົາຫລີ. ຂະນະທີ່ ທ່ານ ສີ ຈິ້ນຜິງ ແລະ ທ່ານ ເລຂາທິການໃຫຍ່ ກິມເຈິງອຸນ ໄດ້ບັນລຸຄວາມເຫັນ ເປັນເອກະ ພາບກັນ ໃນການຖືເອົາ ການລະນຶກການລົງນາມ ໃນສັນຍາດັ່ງກ່າວ ຄົບ ຮອບ 65 ປີຢ່າງສະຫງ່າຜ່າເຜີຍເປັນໂອກາດທີ່ດີ ເພື່ອນໍາພາປະຊາຊົນ ສອງ ຊາດສືບທອດ ແລະ ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປ ຈີນ-ສປປ ເກົາຫລີ ພ້ອມທັງ ໃຫ້ສາຍພົວພັນສອງປະເທດ ມີຊີວິດຊີວາ ຂຶ້ນຢ່າງຕໍ່ເນື່ອງ ໃນໄລຍະປະຫວັດສາດ ອັນໃໝ່.
ທ່ານ ປັກແທຊົງ ຢືນຢັນວ່າ: ທ່ານ ເລຂາທິການໃຫຍ່ ກິມເຈິງອຸນ ໄດ້ກໍາ ນົດການພັດທະນາການພົວພັນ ສປປ ເກົາຫລີ-ສປ ຈີນ ໃຫ້ກາຍເປັນ ການພົວພັນ ຍຸດທະສາດ ທີ່ເຂັ້ມແຂງທີ່ສຸດ. ສປປ ເກົາຫລີ ຈະເດັດດ່ຽວ ຈັດຕັ້ງປະຕິບັດຄວາມເຫັນ ທີ່ເປັນເອກະພາບກັນ ທີ່ສໍາຄັນ ລະຫວ່າງ ຜູ້ນໍາສູງສຸດຂອງສອງພັກ ກໍຄື ສອງປະເທດ, ເດັດດ່ຽວສະໜັບສະໜູນຈີນ ປົກປ້ອງຜົນປະໂຫຍດແກນກາງ ໃນບັນຫາຕ່າງໆເປັນຕົ້ນ ແມ່ນບັນຫາ ໄຕ້ຫວັນ, ລວມເຖິງການພະຍາຍາມຢ່າງສຸດຄວາມສາມາດ ເພື່ອຊຸກຍູ້ ຄວາມສາມັກຄີ, ມິດຕະພາບ ກໍຄື ພາລະກິດສັງຄົມນິຍົມ ລະຫວ່າງ ສປປເກົາຫລີ-ສປ ຈີນ ໃຫ້ກ້າວຂຶ້ນສູ່ລະດັບໃໝ່ ທີ່ສູງກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL