ຂປລ
ທ່ານ ຊັດຊາດ ສິດທິພັນ ເຈົ້າຄອງ ນະຄອນຫລວງ ບາງກອກ ຂອງໄທ ໄດ້ແຈ້ງໃຫ້ສື່ມວນຊົນຮູ້ ໃນວັນທີ 13 ກໍລະກົດນີ້ວ່າ: ເຫດໄຟໄໝ້ຢູ່ສະຖານບັນເທີງແຫ່ງໜຶ່ງ ທີ່ນະຄອນຫລວງ ບາງກອກທີ່ເກີດຂຶ້ນໃນຕອນເດິກ ຂອງວັນທີ 12 ກໍລະກົດນີ້ ເຮັດໃຫ້ມີ ຜູ້ເສຍຊີວິດເຖິງ 27 ຄົນ ແລະ ບາດເຈັບ 63 ຄົນ, ໃນນັ້ນ 22 ຄົນ ບາດເຈັບ ສາຫັດ.

ຂປລ ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ຊັດຊາດ ສິດທິພັນ ເຈົ້າຄອງ ນະຄອນຫລວງ ບາງກອກ ຂອງໄທ ໄດ້ແຈ້ງໃຫ້ສື່ມວນຊົນຮູ້ ໃນວັນທີ 13 ກໍລະກົດນີ້ວ່າ: ເຫດໄຟໄໝ້ຢູ່ສະຖານບັນເທີງແຫ່ງໜຶ່ງ ທີ່ນະຄອນຫລວງ ບາງກອກທີ່ເກີດຂຶ້ນໃນຕອນເດິກ ຂອງວັນທີ 12 ກໍລະກົດນີ້ ເຮັດໃຫ້ມີ ຜູ້ເສຍຊີວິດເຖິງ 27 ຄົນ ແລະ ບາດເຈັບ 63 ຄົນ, ໃນນັ້ນ 22 ຄົນ ບາດເຈັບ ສາຫັດ. ທ່ານ ຊັດຊາດ ຢືນຢັນວ່າ: ຈາກການລົງສໍາຫລວດ ຢູ່ສະຖານທີ່ ເກີດເຫດ ສະແດງໃຫ້ເຫັນວ່າ: ເພດານຂອງສະຖານທີ່ເກີດເຫດ ຖືກໄໝ້ ໝົດ, ຂະນະທີ່ ບ່ອນນັ່ງເປັນຢາງ ບໍ່ຖືກທໍາລາຍໂດຍພື້ນຖານ. ອີງຕາມການ ຄາດຄະເນ ໃນເບື້ອງຕົ້ນວ່າ: ສິ່ງທີ່ເປັນໄພອັນຕະລາຍຕໍ່ຊີວິດແທ້ໆ ແມ່ນ ຄວັນໄຟເປັນຜິດ ຢ່າງຫລວງຫລາຍກະຈາຍຢ່າງວ່ອງໄວ. ສຳລັບ ສາເຫດ ໄຟໄໝ້ຄັ້ງນີ້, ມີຜູ້ລອດຊີວິດແຈ້ງ ໃຫ້ສື່ມວນຊົນຮູ້ວ່າ: ກ່ອນເກີດເຫດ, ຕູ້ແຈກໄຟຟ້າ ຢູ່ສະຖານບັນເທີງດັ່ງກ່າວໄດ້ເກີດມີຄວັນພົ່ນອອກ, ຈາກ ນັ້ນສະຖານທີ່ດັ່ງກ່າວເກີດເຫດໄຟຟ້າດັບ ແລະ ມີສຽງລະເບີດເກີດຂຶ້ນ ພ້ອມດ້ວຍໄຟຟ້າລຸກລາມ ໄປຢ່າງວ່ອງໄວ. ສື່ມວນຊົນໄທ ລາຍງານວ່າ: ພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການສືບ ສວນ-ສອບສວນ ກ່ຽວກັບ ມີສິ່ງກີດຂວາງຕັນທາງອອກສຸກເສີນຫລື ບໍ່ ໃນຂະນະທີ່ເກີດເຫດໄຟໄໝ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL