ຂປລ
ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈໍາ ອົງການ ການຄ້າໂລກ (WTO) ໄດ້ພົບປະກັບ ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ເພື່ອແລກປ່ຽນ ກ່ຽວກັບ ການກຳນົດ ທິດວຽກງານ ໃນຕໍ່ໜ້າ ຂອງ ອົງການນີ້
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ ລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ມາຍຟານຢຸງ, ເອກອັກຄະລັດຖະທູດ, ຫົວໜ້າ ຄະນະ ຜູ້ຕາງໜ້າ ຫວຽດນາມ ປະຈໍາ ອົງການ ການຄ້າໂລກ (WTO) ໄດ້ພົບປະກັບ ທ່ານນາງ Ngozi Okonjo-Iweala, ຜູ້ອຳນວຍການໃຫຍ່ ອົງການການຄ້າໂລກ ເພື່ອແລກປ່ຽນ ກ່ຽວກັບ ການກຳນົດ ທິດວຽກງານ ໃນຕໍ່ໜ້າ ຂອງ ອົງການນີ້, ກໍຄື ການຢືນຢັນ ຄືນໃໝ່ ກ່ຽວກັບ ການສະໜັບສະໜູນ ຂອງ ຫວຽດນາມ ຕໍ່ລະບົບ ການຄ້າຫລາຍຝ່າຍ.
ການພົບປະໃນຄັ້ງນີ້, ທ່ານ ມາຍຟານຢຸງ ໄດ້ຢືນຢັນ ຄືນໃໝ່ ເຖິງຫລັກໝັ້ນ ຂອງ ຫວຽດນາມ ແລະ ຍາມໃດ ຫວຽດນາມ ກໍເປັນ ສະມາຊິກ ທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບສູງ ຕໍ່ອົງການ ການຄ້າໂລກ, ເຂົ້າຮ່ວມ ບັນດາ ການເຄື່ອນໄຫວ, ວາລະປຶກສາຫາລື ແລະ ເຫດການ ຢູ່ນອກກອງປະຊຸມ ຢ່າງຄົບຖ້ວນ. ສຳລັບ ຫວຽດນາມ ອົງການການຄ້າໂລກ ສືບຕໍ່ຮັກສາ ບົດບາດ ສຳຄັນ ພິເສດ ໃນການສ້າງ ບັນດາ ຫລັກການ ການຄ້າໃຫ້ມີ ສະຖຽນລະພາບ, ສາມາດຄາດຄະເນໄດ້ ແລະ ມີຄວາມຍຸຕິທຳ, ຜ່ານນັ້ນ ກໍປະກອບສ່ວນ ປົກປ້ອງ ຜົນປະໂຫຍດ ອັນຊອບທຳ ຂອງ ບັນດາ ສະມາຊິກ, ໂດຍສະເພາະແມ່ນ ບັນດາ ປະເທດ ພວມພັດທະນາ. ເນື່ອງໃນໂອກາດນີ້, ທ່ານ ມາຍຟານຢຸງ ແຈ້ງໃຫ້ທ່ານ ນາງ Ngozi Okonjo-Iweala ກ່ຽວກັບ ຫວຽດນາມ ໄດ້ຕົກລົງເຂົ້າຮ່ວມ ສັນຍາ ເຕັກໂນໂລຊີ ຂໍ້ມູນຂ່າວສານ ເປີດກວ້າງ (ITA2) ຢ່າງເປັນທາງການ./
KPL