ແຂວງວຽງຈັນ ສະຫລຸບຕີລາຄາ ວຽຫງານກວດກາ ໄລຍະ 5 ປີ

23/10/2026 09:47
ຂປລ ກອງປະຊຸມສະຫລຸບຕີລາຄາວຽກງານກວດກາທົ່ວແຂວງ ວຽງຈັນ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຈັດຂຶ້ນໃນ ວັນທີ 22 ຕຸລາ 2026.

ຂປລ. ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ມີສະຫາຍ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປະຊາຊົນແຂວງວຽງຈັນ, ສະຫາຍ ລຳໄມ ກູດລາວົງ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ, ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງແຂວງ ວຽງຈັນ ພ້ອມດ້ວຍບັນດາພະແນກການ ແລະ ພະນັກງານທີ່ເຮັດວຽກງານກວດກາພາຍໃນແຂວງເຂົ້າຮ່ວມ.

   ໂອກາດນີ້, ສະຫາຍ ພູທະນູເພັດ ໄຊສົມບັດ ໄດ້ກ່າວວ່າ: ວຽກງານກວດກາເປັນວຽກງານຍຸດທະສາດສໍາຄັນຂອງພັກ ເພື່ອສ້າງຄວາມບລິສຸດຜຸດຜ່ອງພາຍໃນພັກ, ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເຮັດໃຫ້ການຄຸ້ມຄອງບໍລິຫານລັດມີຄວາມໂປ່ງໃສ ແລະ ມີປະສິດທິພາບ, ເພື່ອຮັບປະກັນການພັດທະນາປະເທດຊາດໃຫ້ມີຄວາມຍືນຍົງ. ກອງປະຊຸມຄັ້ງນ້ີດໍາເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫລວງເດັດຂາດ, ໂປ່ງໃສ, ແລະ ທັນສະໄໝເພື່ອການ ພັດທະນາປະເທດຊາດທີ່ຍືນຍົງ”. ໃນກອງປະຊຸມບັນດາຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທ່ີສໍາຄັນເປັນຕົ້ນບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 5 ປີຜ່ານມາ (2021- 2025) ແລະ ທິດທາງແຜນການເຄື່ອນໄຫວ 5 ປີໃນຕໍ່ໜ້າ (2026- 2030); ແຜນພັດທະນາວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນພັດທະນາວຽກງານກວດກາ 5 ປີ ໃນຕໍ່ໜ້າ (2026-2030); ເຜີຍແຜ່, ເຊື່ອມຊຶມນິຕິກຳຕ່າງໆຂອງສູນກາງ; ການປະກອບຄໍາຄິດ-ຄໍາເຫັນຂອງຜູ້ແທນກອງປະຊຸມພ້ອມທັງຮັບຟັງການຄໍາເຫັນຊີ້ນໍາ ແລະ ໂອ້ລົມຈາກຂັ້ນເທິງ. 

    ກອງປະຊຸມຄ້ັງນ້ີ ຈະໄດ້ດໍາເນີນເປັນເວລາ 2 ວັນ ຊຶ່ງບັນດາເນື້ອໃນເອກະສານທີ່ນໍາມາສະເໜີຕໍ່ກອງປະຊຸມ ລ້ວນແຕ່ແມ່ນເອກະສານທີ່ສໍາຄັນ ແລະ ເປັນເອກະສານຍຸດທະສາດຕໍ່ວຽກງານກວດກາ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາຄົ້ນຄວ້າ, ຄິດຫງໍ່າ, ຕຶກຕອງ ແລະ ປະກອບຄຳຄິດຄໍາເຫັນຕໍ່ເນື້ອໃນຕ່າງໆໃຫ້ມີຄວາມເລິກເຊິ່ງ, ໜັກແໜ້ນ, ໃຫ້ກາຍເປັນສະຕິລວມໝູ່ ເພ່ືອເປັນທິດຊ້ີນໍາໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານໃຫ້ເປັນຈິງເຮັດໃຫ້ຄາດໝາຍທີ່ກອງປະຊຸມວຽກງານກວດກາກຳນົດທິດທາງແຜນການເຄ່ືອນໄຫວ 5 ປີ ໃນຕ່ໍໜ້າບັນລຸຜົນສໍາເລັດຕາມຄາດໝາຍ. 

KPL

ຂ່າວອື່ນໆ

ads
ads

Top