ສີລັງກາ ປັບຂຶ້ນລາຄາ ນໍ້າມັນ 25%

25/03/2026 11:34
ຂປລ ລັດຖະບານ ສີລັງກາ ປະກາດ ປັບຂຶ້ນ ລາຄາຂາຍຍ່ອຍ ນໍ້າມັນ ເຊື້ອໄຟ ທົ່ວປະເທດ ເພີ່ມຂຶ້ນ 25% ໂດຍມີ ຜົນບັງຄັງໃຊ້ ຕັ້ງແຕ່ວັນທີ 22 ມີນາ ເປັນຕົ້ນໄປ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ໂກລົມໂບ ປະເທດ ສີລັງກາວ່າ: ລັດຖະບານ ສີລັງກາ ປະກາດ ປັບຂຶ້ນ ລາຄາຂາຍຍ່ອຍ ນໍ້າມັນ ເຊື້ອໄຟ ທົ່ວປະເທດ ເພີ່ມຂຶ້ນ 25% ໂດຍມີ ຜົນບັງຄັງໃຊ້ ຕັ້ງແຕ່ວັນທີ 22 ມີນາ ເປັນຕົ້ນໄປ, ຊຶ່ງເປັນ ການປັບຂຶ້ນ ຄັ້ງທີ 2 ພາຍໃນໄລຍະ ເວລາພຽງ 2 ອາທິດ ເພື່ອຮັບມືກັບ ຜົນກະທົບຈາກ ສົງຄາມ ຕາເວັນອອກ ກາງ ພວມເພີ່ມທະວີຄວາມຮຸນແຮງຂຶ້ນ. ໂດຍ ລາຄາ ນໍ້າມັນ ແອັດຊັງ ເພີ່ມຂຶ້ນຈາກ 317 ຣູປີສີລັງກາຕໍ່ລິດ ເປັນ 398 ຣູປີສີລັງກາ ຕໍ່ລິດ; ສ່ວນລາຄານໍ້າມັນ ກະຊວນປັບຂຶ້ນ 79 ຣູປີສີ ລັງກາ ຕໍ່ລິດ ເປັນ 382 ຣູປີສີລັງກາຕໍ່ລິດ.

ໃນຂະນະທີ່ ລັດຖະບານສີລັງກາ ຄາດວ່າ  ມາດຕະການປັບຂຶ້ນ ລາຄາ ນໍ້າມັນນີ້ ຈະເຮັດໃຫ້ ປະຊາຊົນ ຫລຸດການໃຊ້ນໍ້າມັນລົງ 15-20% ພາຍຫລັງ ມີການປະກາດ ເຮັດວຽກ 4 ວັນ ຕໍ່ອາທິດ, ການຮື້ຟື້ນ ມາດຕະການ ເຮັດວຽກ ຢູ່ເຮືອນ ແລະ ການນໍາ ລະບົບຄີວອາໂຄດ ມາໃຊ້ ຈຳກັດ ປະລິມານ ການເຕີມນໍ້າມັນ ເພື່ອປ້ອງກັນການກັກຕຸນ.ນອກຈາກນີ້ ລັດຖະບານ ສີລັງກາ ຍັງປະກາດເຕືອນວ່າ ຖ້າຫາກ ສົງຄາມ ຍັງແກ່ຍາວ ອາດຈະທຳລາຍ ຄວາມພະຍາຍາມ ໃນການ ຟື້ນຟູ ເສດຖະກິດ ຂອງ ປະເທດ./

 

KPL

ຂ່າວອື່ນໆ

ads
ads

Top