ພັກເຮົາເວລາໃດ ກໍຄືເອົາມະຫາຊົນເປັນກົກ

24/03/2026 10:49
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພັກເຮົາເວລາໃດກໍຄືເອົາມະຫາຊົນເປັນກົກ, ເຊື່ອໝັ້ນກໍາລັງແຮງຂອງມະຫາຊົນ, ເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນບົດຮຽນໃນໄລຍະຜ່ານມາ, ວາງແຜນນໍາພາ-ຊີ້ນໍາວຽກງານຮອບດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ

ຂປລ. ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ພັກເຮົາເວລາໃດກໍຄືເອົາມະຫາຊົນເປັນກົກ, ເຊື່ອໝັ້ນກໍາລັງແຮງຂອງມະຫາຊົນ, ເອົາວຽກງານສຶກສາອົບຮົມການເມືອງແນວຄິດ ເປັນວຽກສໍາຄັນຕົ້ນຕໍ, ຮ່ວມຊີວິດປະຈໍາເດືອນຖອດຖອນບົດຮຽນໃນໄລຍະຜ່ານມາ, ວາງແຜນນໍາພາ-ຊີ້ນໍາວຽກງານຮອບດ້ານໃນແຕ່ລະໄລຍະຢ່າງຖືກຕ້ອງ ກັບທຸກສະພາບການ, ເອົາການຕໍານິຕິຊົມ ເພື່ອກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ເອົາການຕິດຕາມກວດກາ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວ. ພ້ອມນີ, ຖືເອົາການຕໍ່ສູ້ທາງດ້ານການເມືອງ ຄຽງຄູ່ກັບການທະຫານໃນບັ້ນຮົບຕ່າງໆຢ່າງມີໄຊເລື້ອຍມາ, ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນດ້ວຍນະໂຍບາຍ 3 ບາດຄ້ອນຍຸດທະສາດ, ສາມາດລົບລ້າງລະບອບສັກດີນາຫລ້າຫລັງ ພົ້ນສະໄໝໄດ້ຢ່າງສິ້ນເຊີງ ແລະ ສະຖາປະນາເປັນປະເທດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ I ວັນທີ 2 ທັນວາ 1975 ເຮັດໃຫ້ຊາວໂລກ, ກໍຄືພາກພື້ນ ແລະ ສາກົນຮັບຮູ້ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວເຮົາ.

ສະຫາຍ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ເມື່ອບໍ່ດົນມານີ້ວ່າ: ຄືດັ່ງພວກເຮົາຮັບຮູ້ດີແລ້ວວ່າ ວັນທີ 22 ມີນາ 1955 ແມ່ນວັນສ້າງຕັ້ງພັກປະຊາຊົນລາວ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ຈັດຕັ້ງນໍາພາ ໃນການປະກາດສ້າງຕັ້ງວັນສໍາຄັນດັ່ງກ່າວ, ໂດຍສືບທອດມູນເຊື້ອ ແລະ ພາລະກິດອັນສະຫງ່າລາສີ ຂອງພັກກອມມູນິດອິນດູຈີນ ແລະ ພັກແຄວ້ນລາວໃນເມື່ອກ່ອນ ເພື່ອສືບຕໍ່ນໍາພາ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ອອກຈາກການກົດຂີ່ຂູດຮີດຂອງພວກສັກດີນາຕ່າງຊາດ, ຈາກແອກປົກຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ມາເປັນເວລາຫລາຍປີ ໂດຍຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ.
ພັກປະຊາຊົນລາວໃນເວລານັ້ນ ກໍຄືພັກປະຊາຊົນປະຕິວັດລາວໃນປັດຈຸບັນ ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ພັກໄດ້ອອກແຮງຕັ້ງໜ້າເຄື່ອນໄຫວຢ່າງແຂງແຮງ, ວາງແຜນວຽກເປົ້າໝາຍ ແລະ ວຽກຈຸດສຸມຢ່າງມີແຜນການ, ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງພັກ, ໂຄງການ ການເມືອງສະບັບທໍາອິດ ໃຫ້ບັນດາສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ທີ່ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຫັນລົງຮາກຖານຢ່າງແຂງແຮງ, ປຸກລະດົມຂົນຂວາຍປະຊາຊົນເຂົ້າຮ່ວມການປະຕິວັດ, ເຂົ້າຮ່ວມຂະບວນການຕໍ່ສູ້ໃນບັ້ນຮົບຕ່າງໆ ໄປພ້ອມກັບການກໍ່ສ້າງ, ຄັດເລືອກຜົນງານຜູ້ຫ້າວຫັນ, ມີຜົນງານດີເດັ່ນ ຂະຫຍາຍເຂົ້າເປັນສະມາຊິກພັກທີ່ມີຄຸນນະພາບ ແລະ ໄວ້ເນື້ອເຊື່ອໃຈຂອງພັກ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ອົງການແນວລາວອິດສະຫລະ, ແນວລາວຮັກຊາດ, ໄດ້ເຄື່ອນໄຫວປຸກລະດົມ ເຕົ້າໂຮມຄວາມສາມັກຄີປະຊາຊົນລາວທຸກຊົນເຜົ່າ ທຸກຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ເປັນກໍາລັງແຮງສັງລວມ, ປະກອບສ່ວນເຂົ້າໃນພາລະກິດປະຕິວັດຢ່າງໝົດຈິດໝົດໃຈ ແລະ ສຸດກົກສຸດປາຍ.
ສະຫາຍ ຄໍາເລ້ ໄຊຍະວົງສີ ກ່າວຕື່ມວ່າ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ພໍດີກົງກັບໄລຍະທີ່ພັກເຮົາ ພວມອອກແຮງຕັ້ງໜ້ານໍາພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII ຢ່າງເປັນຂະບວນການຟົດຟື້ນກວ້າງຂວາງ, ສໍາລັບເມືອງທຸລະຄົມ ເປັນໄລຍະແຫ່ງການສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກເມືອງ ຄັ້ງທີ VIII ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງວຽງຈັນ, ຊົມເຊີຍຜົນສໍາເລັດບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ພ້ອມກັນນີ້ ອົງຄະນະພັກເມືອງທຸລະຄົມ ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບຫລໍ່ ປະທານ ໄກສອນ ພົມວິຫານ ແລະ ຈັດຕັ້ງພິທີປາຖະກະຖາວັນສໍາຄັນດັ່ງກ່າວ ຄືກັບໃນທຸກໆປີ ເພື່ອລະນຶກເຖິງຜົນງານຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ແລະ ບັນດາອະດີດການນໍາຮຸ່ນບຸກເບີກຂອງພັກ ກໍຄືຜູ້ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ອຸທິດເລືອດເນື້ອ ເພື່ອປົກປ້ອງປິຕິພູມອັນແສນຮັກ ແລະ ຫ່ວງແຫນຂອງພວກເຮົາຕະຫລອດໄລຍະຜ່ານມາ, ທັງເປັນການຫວນຄືນມູນເຊື້ອ ຂອງວັນສ້າງຕັ້ງພັກໃຫ້ພະນັກງານ-ລັດຖະກອນ, ພະນັກງານໃນທຸກສາຂາອາຊີບ ແລະ ປະຊາຊົນບັນດາເຜົ່າ ພາຍໃນເມືອງໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ.
ຂ່າວ: ບ່າວທົ່ງ-ລ້ອງງື່ມ
KPL

ຂ່າວອື່ນໆ

ads
ads

Top