7242

okpq d]a f4t,q o8u g0Q kIj ;,ry mu gxu f cs]j 'mj v'mj P; 05 odv'c]' w]ptmu 1 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 25.03.2026 ປີທີ 25 ສະບັບທີ 6.403 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ll- g0fg]n vd8A 'mu 13 ltg|u .sh ]a f4t[ko ra fmtokdkolb dlk g0f-q oot[q f .sh c0'cI'd;j kgdqj k -q ,g-u pdv'xt-5 ,7A 'xt4q ,,t]n d 0v'ltrkcsj '-kf -5 fmu X 1j k'l5 f.9K Á່ານ ¤§ ÃÇ «‘ ‹Ê ¤Æ “ F ອ່ານຕໍ່ໜ້າ ]a f4t,q o8u Ill ]q '-j ;pgs]n vz6h wfh Ia [zq odtmq [ 9kdrkp5 \kdgsa [ 16j g,n v'lu 37f8t[v' czodko 5 xu 7A 'mu X gxa odkoln [8+ ra fmtokxtgmfs]5 frQ ovvd9kd lt4kotrk[fh vpra fmtok 1j k',u 75 ootrk[ ]a f4t[kodP,ra fmtok37'dko d+ lh k'mk']q fw2]k;{s;Pfok, Á່ານ ອນ«‘ Ç ›Å ນ“ອນ xtdkflh k'8A ' ltstra ody ]k \kd]h v, csj '-kf]k; 1j k'gxa omk'dko F ອ່ານຕໍ່ໜ້າ ຂປລ. ວັນທີ 21 ມີນາ 2026 ຜ່ານມາ, ພິທີປະກາດສ້າງຕັ້ງສະ ຫະພັນ ກິລາໝາກລ້ອມ ແຫ່ງຊາດ ລາວ ຈັດຂຶ້ນຢ່າງເປັນທາງການທີ່ ສູນວັດທະນະທຳຈີນ ປະຈຳ ສປປ ລາວ F ອ່ານຕໍ່ໜ້າ [q fv;prvo0v'Iv'okpq d]a f4t,q o8u .o3vdkflts]v';a olh k'8A '0v[dkoIj ;,,n c,j oE0v'{c,j oE]h ko-h k' 7q [Iv[ 10 xu lr- ltg|u .sh ]a f4t[ko7Q o7;h k ot3p[kpfb 'f6 fcI''ko]k; g0Q k.o 37'dkod+ lh k'mk']q fw2]k;{s;Pfok, -5 ,-q o-k;s;Pfok, 16j ]k; 4n le7a o c]t ln [8+ Ia dlk,6 og-N v Iu f7v'xtgrou muj gxa ogvdt]a d0v'-kf Á່ານ Áອސ¤ ŸÅ ນ ›Ê ŸÆ ານ ຂປລ. ໃນວາລະດຳເນີນກອງ ປະຊຸມຄັ້ງປະຖົມມະລືກ ຂອງສະ ພາແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (20212025) ແລະ ສະເໜີທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ຂປລ. ໃນວາລະດຳເນີນກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ໃນວັນທີ 23 ມີນາ 2026 ນີ້, ພາຍໃຕ້ການເປັນ oa dIPo,a fmtpq , ]k;{9u o rq [xt c]dxj Po[q fIPo ຂປລ. ຕອນແລງວັນທີ 23 ມີນາ 2026 ນີ້, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມ (ຮສສ) ໃນນາມຮອງປະທານ ຜູ້ປະຈຳການ ຄະນະກໍາມະການຄຸ້ມ ຄອງໄພພິບັດຂັ້ນສູນກາງ (ຄພສ) ໄດ້ລົງພື້ນທີ່ຕິດຕາມ ແລະ ຊີ້ນຳ ການຊ່ວຍເຫລືອປະຊາຊົນທີ່ໄດ້ ຮັບຜົນກະທົບຈາກພາຍຸໝາກເຫັບ ໃນວັນທີ 22 ມີນາ 2026 ຢູ່ເມືອງ ສີໂຄດຕະບອງ ນະຄອນຫລວງ ຂປລ. ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ສົ່ງຄໍາອວຍພອນເຖິງບັນດາທ່ານ ລັດຖະມົນຕີກະຊວງການຕ່າງປະ ຂປລ. ໂຄງການພັດທະນາເສັ້ນ ທາງລົດໄຟລາວ-ຫວຽດນາມ(ນະ ຄອນຫລວງວຽງຈັນ ຫາ ທ່າເຮືອ ຫວຸ່ງອ່າງ ສສ ຫວຽດນາມ) ທີ່ຈະ ເລີ່ມຈັດຕັ້ງປະຕິບັດ ຖືເປັນໂຄງ ການຍຸດທະສາດທີ່ສໍາຄັນທາງດ້ານ ການເຊື່ອມໂຍງເຊື່ອມຈອດຂອງ ຂປລ. ໃນວາລະດໍາເນີນກອງປະ ຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ວັນທີ 24 ມີນາ 2026 ພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາ ແຫ່ງຊາດ, ທ່ານວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ ຕາງໜ້າໃຫ້ຄະນະປະຈໍາສະພາ ແຫ່ງຊາດ ປະກອບຄໍາເຫັນຕໍ່ບົດ ລາຍງານກ່ຽວກັບໂຄງການລົງທຶນ ກໍ່ສ້າງເສັ້ນທາງລົດໄຟ ແຕ່ຕົວ ເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູຢາ, ຊາຍແດນ ລາວ-ຫວຽດ ນາມ ດ້ວຍຮູບແບບການລົງທຶນກໍ່ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງ ຊາດ, ທ່ານ ສອນໄຊ ສີພັນດອນ ສ້າງ, ດຳເນີນງານ ແລະ ມອບໂອນ (BO5) ທີ່ສະເໜີໂດຍ ທ່ານ ຮອງ ນາຍົກລັດຖະມົນຕີ ຊຶ່ງສະພາແຫ່ງ ຊາດໄດ້ສະເໜີໃຫ້ລັດຖະບານ ຄົ້ນ ຄວ້ານະໂຍບາຍແຮງງານ ເພື່ອດຶງ ດູດແຮງງານລາວເຂົ້າໃນການຮັບ ໃຊ້ໂຄງການກໍ່ສ້າງລົດໄຟດັ່ງກ່າວ ເພື່ອຫລຸດຜ່ອນແຮງງານລາວໄປ ອອກແຮງງານຢູ່ຕ່າງປະເທດ. ທ່ານ ວິໄລວົງ ບຸດດາຄໍາ ໄດ້ ໃຫ້ຮູ້ວ່າ: ໃນນາມຄະນະປະຈຳສະ ພາແຫ່ງຊາດ ຊຸດທີ X ແມ່ນເຫັນດີ ຮັບຮອງເອົາດ້ານຫລັກການແບບ ມີເງື່ອນໄຂ ໂດຍໃຫ້ລັດຖະບານ “ ” ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ຫ້ອງ ການການຕ່າງປະເທດ ແຂວງຢຸນ ນານ ສປ ຈີນ ຈັດກິດຈະກຳ “ສະ ເໜ່ຢຸນນານ-ການແລກປ່ຽນມິດ ຕະພາບຊາວໜຸ່ມລາວ-ຈີນ” ລະ ຫວ່າງວັນທີ 22-31 ມີນາ 2026, ທີ່ແຂວງຢຸນນານ ນະຄອນຄຸນໝິງ ສປ ຈີນ ນໍາໂດຍ ທ່ານ ຫຸມພັນ ແກ້ວ ອຸ່ນຄຳ ຮອງຫົວໜ້າກົມສາມັນ ສຶກສາ ກະຊວງ ສສກ, ຄະນະ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ຫລັງຈາກນັ້ນ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມ ໃສ່ປະກອບຄຳຄິດຄຳເຫັນ ໃສ່ບົດ ລາຍງານດັ່ງກ່າວ ຊຶ່ງໂດຍລວມ ແລ້ວ ໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດ ທີ່ລັດຖະບານຍາດມາ ໄດ້ໃນໄລຍະ 5 ປີຜ່ານມາ. ຄຽງຄູ່ F ອ່ານຕໍ່ໜ້າ 4 ປະເທດ ທີ່ນອນໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ໄລຍະ 2026-2030 ຊຶ່ງ ເປັນໂຄງການທີ່ລັດຖະບານລາວ ແລະ ຫວຽດນາມ ໃຫ້ການສະໜັບ ສະໜູນ. ໃນຂະນະທີ່ລັດຖະບານ ໄດ້ ສະເໜີກ່ຽວກັບໂຄງການພັດທະນາ ເສັ້ນທາງລົົດໄຟ ລາວ-ຫວຽດນາມ ຊ່ວງທີ 1 ແຕ່ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ (ຊາຍ ແດນລາວ-ຫວຽດນາມ) ຕໍ່ສະພາ ແຫ່ງຊາດ ໃນກອງປະຊຸມຄັ້ງປະຖົມ ມະລືກ ຂອງສະພາແຫ່ງຊາດ ຊຸດ ທີ X ເພື່ອພິຈາລະນາຮັບຮອງດ້ານ ຫລັກການ ເພື່ອກ້າວໄປສູ່ການຈັດ ຕັ້ງປະຕິບັດ ໃຫ້ເປັນຮູບປະທຳ. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາຍງານ ເທດ ຂອງບັນດາປະເທດສະມາ ຊິກ ຂອບການຮ່ວມມືແມ່ນ້ຳຂອງແມ່ນ້ຳລ້ານຊ້າງ(MLC)ແລະ ປະ ຊາຊົນທີ່ອາໄສຢູ່ໃນເຂດລຸ່ມແມ່ນ້ຳ ຂອງ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງຂອບການ ຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ຄົບຮອບ 10 ປີ ຊຶ່ງມີເນື້ອໃນ ດັ່ງນີ້: ໃນໂອກາດຄົບຮອບ 10 ປີ ຂອງ ການສ້າງຕັ້ງຂອບການຮ່ວມມື ແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ໃນ ນາມລັດຖະບານ ແຫ່ງ ສປປ ລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ມີ ຄວາມປິຕິຍິນດີ ທີ່ໄດ້ສົ່ງຄຳຊົມເຊີຍ ອັນຈິງໃຈ ແລະ ຄຳອວຍພອນໄຊ ອັນປະເສີດ ມາຍັງບັນດາທ່ານ ວຽງຈັນ ຢ່າງຮີບດ່ວນ. ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກພາຍຸໝາກເຫັບ ຢູ່ເມືອງສີໂຄດ ຕະບອງ ໃນຄັ້ງນີ້, ຕາມຂໍ້ມູນເບື້ອງ ຕົ້ນ ໄດ້ຮັບຜົນກະທົບ 5 ບ້ານ, F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ F ອ່ານຕໍ່ໜ້າ 4 Á່ານ ອນ«‘ Ç ›Å ນ“ອນ ‹າŽ

@ 0j k; c]t gsfdko 25/03/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ແຜນການ 5 ປີ... ນາຍົກລັດຖະມົນຕີ ໄດ້ລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ສະເໜີທິດທາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຊຶ່ງ ແຜນການ 5 ປີ ຄັ້ງທີXນີ້ ເປັນແຜນ ສືບຕໍ່ພັດທະນາປະເທດໃຫ້ຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລຽນ, ພ້ອມທັງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ຮອດປີ 2030 ຂອງ ສປຊ, ມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າຕົນ ເອງ, ຜັນຂະຫຍາຍມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການ ການເມືອງ ສະບັບທີ 3, ວິໄສທັດ ຮອດປີ 2055 ແລະ ຍຸດທະສາດ ການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2026-2035) ພາຍໃຕ້ຄໍາຂວັນ “ຍົກສູງຈິດໃຈ ມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າ ແຮງຢ່າງມີປະສິດທິຜົນ, ພັດທະນາ ເສດຖະກິດ-ສັງຄົມຕາມທິດວ່ອງ ໄວ, ສີຂຽວ ແລະ ຍືນຍົງ ”. ໂອກາດນີ້, ທ່ານ ສອນໄຊ ສີພັນ ດອນ ໄດ້ໃຫ້ຮູ້ກ່ຽວກັບທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ໂດຍລັດຖະບານ ໄດ້ກຳ ນົດ 7 ທິດທາງລວມ ຄື: ຮັບປະກັນ ສະຖຽນລະພາບການເມືອງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບ ຮຽບຮ້ອຍ ບົນພື້ນຖານການຈັດຕັ້ງ ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ; ສືບຕໍ່ສຸມ ໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ໃຫ້ເປັນຮູບ ປະທໍາຫລາຍຂຶ້ນ, ຫລຸດຜ່ອນໜີ້ສິນ ສາທາລະນະເທື່ອລະກ້າວ, ບໍ່ສ້າງ ໜີ້ໃໝ່ທີ່ບໍ່ຈຳເປັນ; ດໍາເນີນການຄຸ້ມ ຄອງ-ບໍລິຫານເສດຖະກິດ ໃຫ້ໄປ ຕາມກົດໝາຍ, ລະບຽບຫລັກການ ແລະ ສອດຄ່ອງກັບກົນໄກຕະ ຫລາດ ທີ່ມີການດັດສົມ ແລະ ຄຸ້ມ ຄອງຂອງລັດ, ພັດທະນາເສດຖະ ກິດໃຫ້ຂະຫຍາຍຕົວໄວ, ຕໍ່ເນື່ອງ, ເຂັ້ມແຂງ ແລະ ໜັກແໜ້ນ ດ້ວຍຄຸນ ນະພາບສູງ ແລະ ເປັນເຈົ້າຕົນເອງ ນັບມື້ນັບສູງຂຶ້ນ; ສຸມໃສ່ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະ ນຸດ, ຖັນແຖວນັກຮຽນຮູ້-ປັນຍາ ຊົນ ໃຫ້ສາມາດຕອບສະໜອງໃຫ້ ແກ່ການສ້າງສາພັດທະນາປະເທດ ໃນເງື່ອນໄຂໃໝ່, ສາມາດປະກອບ ສ່ວນເຂົ້າໃນການຄົ້ນຄວ້າ, ພັດທະ ນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫລື ການປະດິດ ສ້າງໃໝ່ ແລະ ປັນຍາປະດິດ (AI) ໃຫ້ນັບມື້ນັບຫລາຍ ແລະ ໂດດເດັ່ນ ຂຶ້ນ; ສົ່ງເສີມວັດທະນະທຳທີ່ເປັນ ເອກະລັກ ແລະ ມູນເຊື້ອດີງາມຂອງ ຊາດໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍ; ຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງປະຊາ ຊົນໃຫ້ດີຂຶ້ນ, ພັດທະນາປະເທດຊາດ ໃຫ້ຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ຢ່າງ ໂລ່ງລຽນ, ມີຄຸນນະພາບ ແລະ ຍືນ ຍົງ, ປັບປຸງ ແລະ ກໍ່ສ້າງຮາກຖານ ການເມືອງໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ຕິດພັນກັບການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເພື່ອ ຫລຸດຜ່ອນຄວາມແຕກໂຕນຂອງ ການພັດທະນາ; ພັດທະນາເສດຖະ ກິດ-ສັງຄົມ ໄປພ້ອມກັບການປົກປັກ ຮັກສາສິ່ງແວດລ້ອມ ຢ່າງສົມສ່ວນ ຕາມທິດສີຂຽວ ແລະ ຍືນຍົງ; ເຄື່ອນ ໄຫວວຽກງານການຕ່າງປະເທດ ຢ່າງເປັນເຈົ້າການແລະຕັ້ງໜ້າກວ່າ ເກົ່າ; ໄດ້ຮັບຄວາມເຊື່ອໝັ້ນ, ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຈາກເພື່ອນມິດ, ມີບົດບາດພົ້ນເດັ່ນ ສູງຂຶ້ນ ໃນເວທີພາກພື້ນ ແລະ ສາ ກົນ; ຍົກສູງປະສິດທິພາບ, ປະສິດທິ ຜົນໃນການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ຕາມທິດສ້າງ ລັດທີ່ປົກຄອງດ້ວຍກົດໝາຍ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ເຈລະຈາ ແລະ ເຊັນສັນຍາສຳ ປະທານໂຄງການ ແລະ ພາຍຫລັງ ເຊັນສັນຍາແລ້ວ ຕ້ອງຮ່າງເອກະ ສານຊ້ອນທ້າຍ ຈໍານວນ 29 ສະ ບັບ ໃຫ້ສໍາເລັດພາຍໃນ 6 ເດືອນ. ເຖິງຢ່າງໃດກໍຕາມ, ເພື່ອຮັບປະກັນ ໃຫ້ແກ່ການຈັດຕັ້ງປະຕິບັດໂຄງ ການດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ ແລະ ຮັບປະກັນ ຜົນປະໂຫຍດສູງສຸດໃຫ້ແກ່ປະເທດ ຊາດ ກໍຄື ການເກັບລາຍຮັບໃຫ້ລັດ ຖະບານ ຄະນະປະຈຳສະພາແຫ່ງ ຊາດ ຂໍສະເໜີໃຫ້ລັດຖະບານ ຊີ້ນໍາ ຄະນະເຈລະຈາ ຫລື ຄະນະຮັບຜິດ ຊອບໂຄງການກວດກາຄືນຮ່າງ ສັນຍາສໍາປະທານໃຫ້ລະອຽດ, ຮັດ ກຸມ, ບໍ່ໃຫ້ລັດພວກເຮົາເສຍປຽບ ຄ້າຍຄືກັບໂຄງການອື່ນໆ ແລະ ໃຫ້ ຖືເອົາພາສາລາວເປັນຫລັກ. ພ້ອມ ທັງ ສະເໜີໃຫ້ລັດຖະບານ ແຕ່ງຕັ້ງ ຄະນະຮັບຜິດຊອບຄົ້ນຄວ້າເອກະ ສານຊ້ອນທ້າຍ 29 ສະບັບ ໃຫ້ມີ ຄວາມຊັດເຈນ, ຮັດກຸມ ແລະ ສະ ເໜີໃຫ້ມີທີ່ປຶກສາທາງດ້ານກົດ ໝາຍເບື້ອງລັດຖະບານ ໃນການຕີ ຄວາມໝາຍເນື້ອໃນຮ່າງສັນຍາ ແລະ ເນື້ອໃນເອກະສານທີ່ຕິດພັນກັບ ສັນຍາສໍາປະທານ ເພື່ອຮັບປະກັນ ດ້ານເນື້ອໃນໃຫ້ມີຄວາມລະອຽດ ຈະແຈ້ງ, ຮັດກຸມ ແລະ ສຳເລັດຕາມ ເວລາທີ່ກໍານົດ; ສະເໜີໃຫ້ລັດຖະ ບານເອົາໃຈໃສ່ຕໍ່ວຽກງານການ ຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການ ຕ້ອງມີການສຶກສາ, ເກັບກຳ ແລະ ປະເມີນຜົນກະທົບຢ່າງລະອຽດ ຮອບຄອບ ແລະ ຄົບຖ້ວນ ຕໍ່ຜົນ ກະທົບດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ສິ່ງແວດລ້ອມ ເປັນຕົ້ນ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກທີ່ນອນໃນແລວ ທາງລົດໄຟ (Setting Out/Red Zone); ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ນອກແລວທາງ ລົດໄຟ ແຕ່ມີຜົນກະທົບຈາກການ ກໍ່ສ້າງ (Effected Areas); ການແກ້ໄຂເນື້ອທີ່ດິນເຫລືອ ທີ່ເຈົ້າ ຂອງດິນ ບໍ່ສາມາດນໍາໃຊ້ໄດ້ (ດິນ ເຫລືອໜ້ອຍ), ດິນບໍ່ມີທາງເຂົ້າອອກ. ພ້ອມກັນນັ້ນ, ລາຄາຫົວ ໜ່ວຍຊົດເຊີຍຕ້ອງກຳນົດໃຫ້ລະ ອຽດ ແລະ ສົມເຫດສົມຜົນບໍ່ໃຫ້ຜູ້ ຖືກຜົນກະທົບອັບປະໂຫຍດ ແລະ ບໍ່ໃຫ້ລາຄາຫົວໜ່ວຍຫລຸດໂຕນກັນ ຫລາຍກັບລາຄາຫົວໜ່ວຍຕາມ ທ້ອງຕະຫລາດ ໃຫ້ຈ່າຍຄ່າຊົດເຊີຍ ໃຫ້ສຳເລັດກ່ອນການຈັດຕັ້ງປະຕິ ບັດການກໍ່ສ້າງ; ສໍາລັບທາງເຂົ້າອອກ ສະຖານີຂົນສົ່ງໂດຍສານ ແລະ ສິນຄ້າ ຕ້ອງໄດ້ສຶກສາສໍາ ຫລວດ-ອອກແບບ, ກໍ່ສ້າງ ແລະ ຊົດເຊີຍໃຫ້ສໍາເລັດ ຈຶ່ງໃຫ້ຈັດຕັ້ງປະ ຕິບັດໂຄງການ (ຕົວຢ່າງໂຄງການ ກໍ່ສ້າງທາງລົດໄຟ ລາວ-ຈີນ). ພ້ອມກັນນັ້ນ, ສະເໜີໃຫ້ຄົ້ນຄວ້າ ກ່ຽວກັບຈຸດຖິ້ມສິ່ງເສດເຫລືອ ທີ່ ຂົນດິນ ຫລື ຫີນ ແລະ ອື່ນໆ ອອກ ຈາກເຂດກໍ່ສ້າງ ຫລື ອຸມົງ ໃສ່ດິນ ເປົ່າວ່າງຫລືດິນປະຊາຊົນ ຕ້ອງໄດ້ ຮັບການຍິນຍອມຈາກເຈົ້າຂອງດິນ, ພ້ອມທັງເຮັດບົດບັນທຶກທັງສອງ ຝ່າຍ ທີ່ມີພາກລັດເປັນພະຍານຮັບ ຮູ້ນໍາ; ສະເໜີໃຫ້ລັດຖະບານ ຊີ້ນໍາ ກະຊວງການເງິນ ກຳນົດກົນໄກ ການຄຸ້ມຄອງ ແລະ ຕິດຕາມກວດ ກາການນໍາເຂົ້າວັດສະດຸ-ອຸປະກອນ ແລະ ພາຫະນະກົນຈັກ ທີ່ນໍາເຂົ້າຊົ່ວ ຄາວ ແລະ ສິນຄ້າອື່ນ ຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ມີການສວຍໃຊ້ໂອກາດ ແລະ ເປັນຊ່ອງວ່າງ ໃນການນໍາເຂົ້າ ວັດສະດຸ ແລະ ກົນຈັກ ແລ້ວນໍາໄປ ໃຊ້ເຂົ້າໃນເປົ້າໝາຍອື່ນຢ່າງບໍ່ຖືກ ຕ້ອງ. ພາຍຫລັງການກໍ່ສ້າງສໍາເລັດ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມ ງວດ ໂດຍກຳນົດໃຫ້ເປັນພັນທະ ຂອງຜູ້ທີ່ໄດ້ຮັບສຳປະທານຮັບຜິດ ຊອບໂດຍກົງ ແລະ ກຳນົດໃຫ້ເປັນ ໜ້າທີ່ຂອງຜູ້ຕາງໜ້າລັດຖະບານ (ຫົວໜ້າໂຄງການ)ຕິດຕາມ, ກວດ ກາຢ່າງເຂັ້ມງວດ (ບໍ່ປ່ອຍປະໃຫ້ ພາຫະນະນໍາເຂົ້າຊົ່ວຄາວມານໍາໃຊ້ ຜິດກົດໝາຍອີກ). ພ້ອມນີ້, ສະເໜີໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາແບ່ງຄວາມຮັບ ຜິດຊອບໃຫ້ອົງການປົກຄອງທ້ອງ ຖິ່ນ ເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມກວດກາ ໃນໄລຍະກໍ່ສ້າງ, ພ້ອມທັງມີກົນໄກການປະສານ ງານ ຂອງຂະແໜງການດຽວກັນ ຫລື ຂະແໜງການທີ່ກ່ຽວຂ້ອງ ລະ ຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວໄປລວງດຽວ ກັນຫລີກລ່ຽງ ເພື່ອບໍ່ໃຫ້ຖິ້ມຄວາມ ຮັບຜິດຊອບເຊິ່ງກັນແລະກັນເນື່ອງ ຈາກໂຄງການດັ່ງກ່າວ, ເປັນໂຄງ ການຂະໜາດໃຫຍ່ ແລະ ມີລັກສະ ນະຍຸດທະສາດ ການຄົ້ນຄວ້າເນື້ອ ໃນຮ່າງສັນຍາ ນອກຈາກກະຊວງ ກ່ຽວຂ້ອງຂອງລັດຖະບານແລ້ວ ຄວນມີຫລາຍພາກສ່ວນເຂົ້າຮ່ວມ ແຕ່ຫົວທີ ເປັນຕົ້ນ ກຳມາທິການ ກ່ຽວຂ້ອງຂອງສະພາແຫ່ງຊາດ, ອົງການກວດສອບແຫ່ງລັດ, ອົງ ການກວດກາແຫ່ງລັດ, ອົງການ ໄອຍະການປະຊາຊົນສູງສຸດ. ພ້ອມ ນັ້ນ, ຕ້ອງໄດ້ກຳນົດເອົາໂຄງການ ນີ້ເປັນໂຄງການເປົ້າໝາຍຕິດຕາມ ກວດກາ ເລີ່ມແຕ່ຫົວທີ ຕາມດຳລັດ 01/ລບ, ລົງວັນທີ 6 ມັງກອນ 2021 ເພື່ອຮັບປະກັນຄວາມຖືກ ຕ້ອງ, ໂປ່ງໃສ ແລະ ກວດສອບໄດ້. ຂ່າວ: ສົມຫວັງ; ພາບ: ອ່າຍຄໍາ ນາມ ເລີ່ມຈາກນະຄອນຫລວງ ວຽງຈັນ ຫາ ທ່າເຮືອຫວຸ່ງອ່າງ ສສ ຫວຽດນາມ ມີໄລຍະທາງທັງໝົດ ປະມານ 562 ກິໂລແມັດ. ໃນນັ້ນ, ໄດ້ແບ່ງອອກເປັນແຕ່ລະຊ່ວງຄື: ຊ່ວງທີ 1A ແຕ່ຕົວເມືອງທ່າແຂກ ຫາ ມູຢາ ຊາຍແດນລາວ-ຫວຽດ ນາມມີຄວາມຍາວ147ກິໂລແມັດ, ປັດຈຸບັນ ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ກັບບໍລິສັດ ປີ ໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເພື່ອສຶກສາສໍາຫລວດ ແລະ ອອກ ແບບລະອຽດໂຄງການແລ້ວ; ຊ່ວງ ທີ 1B ແຕ່ ມູຢາ ແຂວງກວາງບິ່ງ ຫາ ທ່າເຮືອຫວຸ່ງອ່າງ ແຂວງຮ່າ ຕິ່ງ ໄລຍະທາງ 103 ກິໂລແມັດ, ປັດຈຸບັນ ບໍລິສັດປີໂຕຣລ້ຽມເທຣດ ດິ້ງລາວ ມະຫາຊົນ ໄດ້ເຊັນບົດ ບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດຫຸ້ນສ່ວນກຸ່ມເດວກາ (DEOCAGroup Joint Stock Company) ເພື່ອສຶກສາຄວາມ ເປັນໄປໄດ້ຂອງໂຄງການ ຊຶ່ງກຳ ລັງດໍາເນີນບັນດາຂະບວນການ ອະນຸມັດຢູ່ ໃນ ສສ ຫວຽດນາມ ຕາມລະບຽບການ ແລະ ຊ່ວງທີ 2 ແຕ່ນະຄອນຫລວງວຽງຈັນ ຫາ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ໄລຍະທາງ 312,8 ກິໂລແມັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບບໍລິສັດ ປີໂຕຣລ້ຽມ ເທຣດດິ້ງລາວມະຫາຊົນ, ປັດຈຸບັນ ໄດ້ຮັບການເຫັນດີດ້ານຫລັກການ ໃຫ້ຕໍ່ MOU ໂຄງການດັ່ງກ່າວ ຕື່ມ ເພື່ອໃຫ້ມີເວລາໃນການສຶກ ສາຄວາມເປັນໄປໄດ້ຢ່າງລະອຽດ ແລະ ຮອບດ້ານ. ປັດຈຸບັນ, ຄະນະກຳມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ ຄົ້ນຄວ້າຮ່າງສັນຍາຮ່ວມກັບຂະ ແໜງການກ່ຽວຂ້ອງ ກໍຄື ກະຊວງ ໂຍທາທິການແລະ ຂົນສົ່ງ, ກະຊວງ ການເງິນ, ກະຊວງຍຸຕິທຳ, ສະພາ ແຫ່ງຊາດ, ກະຊວງປ້ອງກັນຄວາມ ສະຫງົບ, ທະນາຄານແຫ່ງ ສປປ ລາວ ແລະ ອົງການປົກຄອງແຂວງ ຄໍາມ່ວນ. ພ້ອມກັນນີ້, ຍັງໄດ້ມີການ ແຕ່ງຕັ້ງຄະນະກຳມະການຕ່າງໆ ເພື່ອຊຸກຍູ້ ແລະ ອໍານວຍຄວາມສະ ດວກການຈັດຕັ້ງປະຕິບັດໂຄງການ. ໂຄງການກໍ່ສ້າງທາງລົດໄຟ ແຕ່ຕົວເມືອງທ່າແຂກ ແຂວງຄຳ ມ່ວນ ຫາ ມູຢາ ຊາຍແດນລາວຫວຽດນາມ ໄລຍະທາງ 147 ກິ ໂລແມັດ ກວມເອົາ 4 ຕົວເມືອງ (ເມືອງທ່າແຂກ ໄລຍະ 26 ກິໂລ ແມັດ, ເມືອງມະຫາໄຊ 36 ກິໂລ ແມັດ, ເມືອງຍົມມະລາດ 63 ກິໂລ ແມັດ ແລະ ເມືອງບົວລະພາ 22 ກິໄລແມັດ), ກວມເນື້ອທີ່ທັງໝົດ 1.628,40 ເຮັກຕາ, ກວມ 48 ບ້ານ 2.210 ຄອບຄົວ ແລະ ມີ ຕອນດິນ 3.148 ຕອນ. ໂຄງການ ດັ່ງກ່າວ, ໄດ້ຮັບຮອງມູນຄ່າການ ຊົດເຊີຍແລ້ວ ຕາມມະຕິຄະນະປະ ຈຳສະພາປະຊາຊົນແຂວງຄໍາມ່ວນ ແລະ ຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການນໍາໃຊ້ນະໂຍບາຍວ່າ ດ້ວຍການທົດແທນຄ່າເສຍຫາຍ ເນື້ອທີ່ດິນ, ສິ່ງປຸກສ້າງ ແລະ ຜົນ ລະປູກຂອງປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໂຄງການ, ຄາດຄະເນ ມູນຄ່າການລົງທຶນທັງໝົດ 1.339 ລ້ານໂດລາສະຫະລັດ ແລະ ມີອາຍຸ ສຳປະທານ 50 ປີ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ລັດຖະມົນຕີກະຊວງການຕ່າງປະ ເທດ ຂອງບັນດາປະເທດສະມາຊິກ MLC ແລະ ປະຊາຊົນ ທີ່ອາໄສຢູ່ ໃນເຂດລຸ່ມແມ່ນ້ຳຂອງພວກເຮົາ. ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງ ຂຶ້ນໃນປີ 2016 ເປັນຕົ້ນມາ, ຂອບ ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ (ຊຶ່ງປະກອບມີ: ກຳປູ ເຈຍ, ຈີນ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ) ໄດ້ມີການ ຂະຫຍາຍຕົວຈາກວິໄສທັດ ມາເປັນ ການຮ່ວມມືທີ່ຕັ້ງໜ້າ ແລະ ເນັ້ນໃສ່ ໝາກຜົນຕົວຈິງ. ໃນທົດສະວັດຜ່ານ ມາ, ພາຍໃຕ້ຫລັກການທີ່ເນັ້ນການ ເປັນເອກະພາບ, ຄວາມສະເໝີພາບ ແລະ ຜົນປະໂຫຍດຮ່ວມກັນ, MLC ໄດ້ກາຍມາເປັນຕົວແບບຊັ້ນນຳ ຂອງຄວາມສາມັກຄີໃນພາກພື້ນ, ການໃຫ້ກຽດເຊິ່ງກັນ ແລະ ກັນ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຕະຫລອດໄລຍະ10ປີຜ່ານມາ, ຄວາມມຸ່ງໝັ້ນພະຍາຍາມຂອງ ພວກເຮົາ ໄດ້ນຳໄປສູ່ຄວາມຄືບໜ້າ ທີ່ສຳຄັນໃນ 5 ຂົງເຂດບຸລິມະສິດ ຄື: ການເຊື່ອມຈອດ, ການຮ່ວມມື ດ້ານກຳລັງການຜະລິດ, ການຮ່ວມ ມືດ້ານເສດຖະກິດຂ້າມແດນ, ການ ຄຸ້ມຄອງຊັບພະຍາກອນນ້ຳ, ການ ພັດທະນາກະສິກຳ ແລະ ການລຶບ ລ້າງຄວາມທຸກຍາກ. ຄວາມພະຍາ ຍາມເຫລົ່ານີ້ ບໍ່ພຽງແຕ່ນຳຜົນປະ ໂຫຍດມາສູ່ປະເທດສະມາຊິກໃນ ພາກພື້ນ, ແຕ່ຍັງໄດ້ຊ່ວຍການແກ້ ໄຂສິ່ງທ້າທາຍທີ່ສຳຄັນ ເປັນຕົ້ນ ແມ່ນການແຜ່ລະບາດຂອງພະ ຍາດ, ການປ່ຽນແປງສະພາບພູມ ອາກາດ ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ຊຶ່ງສະແດງ ໃຫ້ເຫັນເຖິງພະລັງແຫ່ງຄວາມ ສາມັກຄີ ແລະ ຄວາມເຂັ້ມແຂງ ຮ່ວມກັນຂອງພວກເຮົາ. ໃນຂະນະທີ່ພວກເຮົາກ້າວໄປ ຂ້າງໜ້າ, ໝາກຜົນຂອງກອງປະ ຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ຄັ້ງທີ 4 ແລະ ບັນດາຂໍ້ລິເລີ່ມທີ່ ໄດ້ກຳນົດໄວ້ໃນແຜນປະຕິບັດງານ 5 ປີ (2023-2027) ໄດ້ກຳນົດ ວິໄສທັດອັນຈະແຈ້ງ ເພື່ອຮັດແໜ້ນ ສາຍພົວພັນຂອງພວກເຮົາໃຫ້ເລິກ ເຊິ່ງກວ່າເກົ່າ. ສປປ ລາວ ຈະສືບຕໍ່ ປະກອບສ່ວນຢ່າງເຕັມທີ່ຕໍ່ແຜນ ປະຕິບັດງານດັ່ງກ່າວ ແລະ ຈະເພີ່ມ ທະວີການຈັດຕັ້ງປະຕິບັດບັນດາຂໍ້ ລິເລີ່ມເສັ້ນທາງສາຍໄໝສີຂຽວ, ການພັດທະນາແລວທາງນະວັດ ຕະກຳ, ການຮັດແໜ້ນການຮ່ວມມື ດ້ານສາທາລະນະສຸກ, ການນຳໃຊ້ ທ່າແຮງຂອງເສດຖະກິດດີຈິຕອນ ແລະ ຂົງເຂດບຸລິມະສິດອື່ນໆ ຢ່າງ ມີປະສິດທິຜົນ ເພື່ອຮັບປະກັນສະ ຖຽນລະພາບ, ຄວາມຈະເລີນຮຸ່ງ ເຮືອງ ແລະ ການພັດທະນາແບບ ຍືນຍົງໃນທົ່ວພາກພື້ນ. ສຳລັບ ສປປ ລາວ, ພວກເຮົາ ໄດ້ຮັບຜົນປະໂຫຍດຢ່າງຫລວງ ຫລາຍຈາກຂອບການຮ່ວມມື MLC, ຜ່ານບັນດາຂໍ້ລິເລີ່ມທີ່ໄດ້ ຮັບທຶນສະໜັບສະໜູນ ຈາກກອງ ທຶນພິເສດແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ, ພວກເຮົາໄດ້ຮັບການອະນຸ ມັດໂຄງການ ທັງໝົດ 100 ໂຄງ ການ, ລວມມູນຄ່າປະມານ 26 ລ້ານໂດລາສະຫະລັດ. ບັນດາໂຄງ ການເຫລົ່ານີ້ແມ່ນໄດ້ແນໃສ່ການ ປັບປຸງພື້ນຖານໂຄງລ່າງ, ສົ່ງເສີມ ການພັດທະນາຊັບພະຍາກອນມະ ນຸດ, ເສີມສ້າງການຄຸ້ມຄອງຊັບພະ ຍາກອນນ້ຳແລະປັບປຸງການເຊື່ອມ ຈອດ, ພ້ອມທັງສະໜັບສະໜູນ ວຽກງານສາທາລະນະສຸກ ແລະ ການຫລຸດຜ່ອນຄວາມທຸກຍາກ. ຄວາມພະຍາຍາມໃນການຮ່ວມມື ເຫລົ່ານີ້ ບໍ່ພຽງແຕ່ໄດ້ຕອບສະໜອງ ຄວາມຕ້ອງການໃນດ້ານການພັດ ທະນາເທົ່ານັ້ນ, ແຕ່ຍັງໄດ້ສ້າງຂີດ ຄວາມສາມາດທີ່ຈຳເປັນໃຫ້ແກ່ ການເຕີບໂຕທາງດ້ານເສດຖະກິດສັງຄົມ ໃນໄລຍະຍາວແລະ ໄດ້ຊ່ວຍ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນພວກເຮົາໃຫ້ດີຂຶ້ນ. ໃນໂອກາດນີ້, ສປປ ລາວ ຂໍສະ ແດງຄວາມຂອບໃຈຢ່າງສູງ ມາຍັງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ໄດ້ໃຫ້ການຮ່ວມມື ແລະ ການປະກອບສ່ວນອັນສຳຄັນ ເຂົ້າໃນກອງທຶນພິເສດແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ຊຶ່ງໄດ້ນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນໃນ ອະນຸພາກພື້ນແມ່ນ້ຳຂອງ. ການ ມີສ່ວນຮ່ວມຢ່າງຫ້າວຫັນ ແລະ ຕໍ່ເນື່ອງຂອງພວກເຮົາໃນຂອບ ການຮ່ວມມືນີ້ ແມ່ນການຢັ້ງຢືນ ເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຕໍ່ ກັບການຮ່ວມມື ແລະ ຜົນປະໂຫຍດ ຮ່ວມກັນ ຂອງບັນດາປະເທດສະມາ ຊິກແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງໝົດ. ໃນຂະນະທີ່ພວກເຮົາຮ່ວມກັນ ສະເຫລີມສະຫລອງວາລະຄົບຮອບ 10 ປີນີ້, ຂໍໃຫ້ພວກເຮົາພ້ອມກັນ ຢັ້ງຢືນເຖິງຄວາມມຸ່ງໝັ້ນຕໍ່ກັບ “ປະຊາຄົມແຫ່ງອະນາຄົດຮ່ວມ ກັນ” ແລະ ບັນລຸວິໄສທັດຍຸດທະ ສາດສຳລັບ 10 ປີຕໍ່ໜ້າ ແຫ່ງການ ພັດທະນາທີ່ມີຄຸນນະພາບສູງ. ຂໍໃຫ້ 10 ປີຕໍ່ໜ້ານີ້ ຈົ່ງເປັນທົດສະວັດທີ່ ຮຸ່ງເຮືອງສີວິໄລກວ່າເກົ່າ, ມີສ່ວນ ຮ່ວມຫລາຍຂຶ້ນ ແລະ ມີຄວາມຍືນ ຍົງຍິ່ງໆຂຶ້ນກວ່າໄລຍະທີ່ຜ່ານມາ. ກັນນີ້, ຍັງມີ ສສຊ ບາງເຂດເລືອກ ຕັ້ງສະເໜີໃຫ້ລັດຖະບານ ສືບຕໍ່ແກ້ ໄຂຫລາຍບັນຫາສຳຄັນ ໂດຍສະ ເພາະ ທ່ານ ໄຊຍະເດດ ຜຸຍຍະວົງ ສສຊ ເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ສະເໜີໃຫ້ລັດຖະ ບານ ສືບຕໍ່ແກ້ໄຂ, ພັດທະນາດ້ານ ການສຶກສາໃນເຂດຫ່າງໄກສອກ ຫລີກ, ບັນຫາອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ບັນຫາລາຄາ ນ້ຳມັນແພງ ທີ່ມີທ່າອ່ຽງເພີ່ມຂຶ້ນ ສູງໃນປັດຈຸບັນ. ທ່ານ ໄຊຍະເດດ ຜຸຍຍະວົງ ໄດ້ ສະເໜີໃຫ້ລັດຖະບານ ກໍຄື ກະຊວງ ສຶກສາທິການ ແລະ ກິລາ ລົງເລິກ ຄົ້ນຄວ້ານະໂຍບາຍສະເພາະຕໍ່ກັບ ການພັດທະນາດ້ານການສຶກສາ ໃນ ເຂດຊົນນະບົດຫ່າງໄກສອກຫລີກ ເພື່ອຫລຸດຜ່ອນຄວາມແຕກໂຕນ ລະຫວ່າງໃນຕົວເມືອງ ແລະ ເຂດ ຊົນນະບົດ, ຖືໂອກາດເອົາການສ້າງ ຕັ້ງຕາແສງ ໂຮມໂຮງຮຽນເຂົ້າກັນ ໃຫ້ກາຍເປັນໂຮງຮຽນໃຫຍ່ ທີ່ມີ ອຸປະກອນການຮຽນ-ການສອນ ທີ່ທັນສະໄໝ, ມີຄູ-ອາຈານທີ່ພຽງ ພໍ, ມີລະບອບປະຊຸມ-ເຮັດວຽກເປັນ ໝູ່ຄະນະ ແລະ ມີໜ່ວຍພັກຊີ້ນຳຄັກ ແນ່, ຫລີກລ່ຽງການສິດສອນໂຮງ ຮຽນໜຶ່ງມີຄູພຽງໜຶ່ງຄົນ. ທັງນີ້, ກໍ ເພື່ອແນໃສ່ສ້າງໂຮງຮຽນໃຫ້ເປັນ ສະຖານທີ່ປອດໄພ, ມີຄວາມອົບອຸ່ນ ແລະ ມີລະບົບຂົນສົ່ງນັກຮຽນໄປ ຮຽນລວມສູນຢູ່ຈຸດດຽວ. ສ່ວນ ການສຶກສາຢູ່ໃນຕົວເມືອງໃຫຍ່ ເຫັນວ່າມີການພັດທະນາດີ, ມີມາດ ຕະຖານບໍ່ດ້ອຍໜ້າສາກົນ ແຕ່ສະ ເໜີໃຫ້ສືບຕໍ່ພັດທະນາໄປເລື້ອຍໆ. ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະເໜີໃຫ້ລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງ ສືບຕໍ່ຄວບຄຸມ ອັດຕາເງິນເຟີ້ ແລະ ກຳນົດນະໂຍ ບາຍດ້ານດອກເບ້ຍທະນາຄານ ໃຫ້ຢູ່ໃນລະດັບດຽວກັບປະເທດ ເພື່ອນບ້ານ ເຊັ່ນ: ສສ ຫວຽດນາມ ແລະ ປະເທດໄທ ເພື່ອໃຫ້ຕົ້ນທຶນ ການຜະລິດມີຄວາມໃກ້ຄຽງກັນ ແລະ ສາມາດແຂ່ງຂັນດ້ານລາຄາ ສິນຄ້າ, ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ການຈັດຕັ້ງປະຕິບັດນະໂຍບາຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແນໃສ່ກະຕຸກຊຸກຍູ້ ໃຫ້ພາກເອກກະຊົນສາມາດດຳເນີນ ທຸລະກິດໄດ້ຢ່າງຄ່ອງຕົວ, ແກ້ໄຂ ບັນຫາໜີ້ສິນ (NPL), ບຳລຸງສ້າງ ຖານລາຍຮັບງົບປະມານ ກໍຄື ສົ່ງ ເສີມ MSMEs ເພື່ອເປັນການສ້າງ ວຽກເຮັດງານທຳ ແລະ ແກ້ໄຂ ຄວາມທຸກຍາກໃຫ້ສັງຄົມ. ພ້ອມ ນີ້, ທ່ານຍັງໄດ້ສະເໜີລັດຖະບານພິ ຈາລະນາ ກຳນົດນະໂຍບາຍພິເສດ ຊ່ວຍເຫລືອປະຊາຊົນທີ່ເຮັດການ ຜະລິດກະສິກຳ ເພື່ອໃຫ້ການຜະລິດ ມີຄວາມຕໍ່ເນື່ອງ ແລະ ເພື່ອສະກັດ ກັ້ນບໍ່ໃຫ້ລາຄາເຂົ້າປາອາຫານຖີບ ຕົວຂຶ້ນສູງເກີນໄປ ຊຶ່ງຈະສົ່ງຜົນ ກະທົບໃນວົງກວ້າງຕໍ່ສັງຄົມ. ຄຽງຄູ່ກັນນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ຍັງໄດ້ສະແດງຄວາມ ຊົມເຊີຍຕໍ່ລັດຖະບານ ທີ່ໄດ້ເອົາໃຈ ໃສ່ ແລະ ມີຄວາມພະຍາຍາມ ສູ້ຊົນ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງ ທ້າທາຍຫລາຍປະການໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ໃນທ່າມກາງ ທີ່ສະພາບການທາງດ້ານການ ເມືອງ, ເສດຖະກິດ-ການເງິນ ຂອງ ພາກພື້ນ ແລະ ສາກົນ ມີການຜັນແປ ຢ່າງສັບສົນ, ການປ່ຽນແປງດິນ ຟ້າອາກາດ ສະພາບຄວາມຫຍຸ້ງ ຍາກພາຍໃນ, ແຕ່ພາຍໃຕ້ການນໍາ ພາ-ຊີ້ນໍາຂອງສູນກາງພັກ ຢ່າງໃກ້ ຊິດແທດເຖິງ ແລະ ຜ່ານການຕິດ ຕາມກວດກາຂອງສະພາແຫ່ງ ຊາດ ຕໍ່ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ ໃນໄລຍະຜ່ານມາ ສາ ມາດບັນລຸໄດ້ຜົນສໍາເລັດອັນສໍາຄັນ ແລະ ພົ້ນເດັ່ນກວ່າໝູ່ແມ່ນ ສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍທາງດ້ານສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າໄດ້ຮັບການປັບປຸງ ແລະ ປ່ຽນ ແປງ, ພື້ນຖານໂຄງລ່າງກໍໄດ້ ຮັບການປັບປຸງໃຫ້ດີຂຶ້ນ, ເຮັດໃຫ້ ເສດ ຖະກິດສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ແລະ ອື່ນໆ. ຂ່າວ: ທະນູທອງ ສພຊ... ລັດຖະບານ... ໃຫ້ຮູ້ໃນກອງປະຊຸມຄັ້ງປະຖົມມະ ລືກ ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 24 ມີນາ 2026 ນີ້ວ່າ: ໂຄງການທາງລົດໄຟ ລາວ-ຫວຽດ ບົດອວຍພອນ... ສສຊ...

25/03/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ໄລຍະ 5 ປີຜ່ານມາ (2021-2025) ແຜນພັດທະນາ ກະສິກໍາ ແລະ ປ່າໄມ້ ແຂວງອັດຕະ ປື ຂະຫຍາຍຕົວ 5,76 ຊຶ່ງແຜນ ດັ່ງກ່າວໄດ້ດໍາເນີນໃນສະພາບທີ່ປະ ເທດຜະເຊີນກັບສິ່ງທ້າທາຍຈາກ ພາຍໃນ ແລະ ພາຍນອກ, ມີທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກຫລາຍ ປະການ, ພາຍໃຕ້ການນໍາພາຊີ້ນໍາຂອງຂັ້ນເທິງ, 2 ຂະແໜງ ການຮ່ວມກັບອົງການປົກຄອງ ທ້ອງຖິ່ນ, ກະສິກອນ, ຜູ້ປະກອບ ການ ແລະ ການສະໜັບສະໜູນຂອງ ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດ ແຜນພັດທະນາ ຕາມ 4 ແຜນງານ 5 ເປົ້າໝາຍຕິດພັນກັບວາລະແຫ່ງ ຊາດ ແລະ ເປົ້າໝາຍພັດທະນາ ແບບຍືນຍົງ, ສອງຂະແໜງການ ສາມາດຍາດໄດ້ຜົນສໍາເລັດດ້ານ ຕ່າງໆເປັນຕົ້ນດ້ານຜົນສໍາເລັດການ ຈັດຕັ້ງປະຕິບັດໃນໄລຍະ 5 ປີ ຜ່ານ ©“’ ž່າຕÊ່ Ž ll- ltg|u 9ecod]tvPfxtgrf zq odtmq [37'dkomk']q fw2 ]k;{s;Pfok, ຂປລ. ກອງປະຊຸມຄັ້ງປະຖົມ ມະລືກຂອງສະພາແຫ່ງຊາດ, ບັນ ດາສະມາຊິກສະພາແຫ່ງຊາດ ໄດ້ ເອົາໃຈໃສ່ສຸມສະຕິປັນຍາປະກອບ ຄຳເຫັນໃສ່ບັນຫາສຳຄັນຂອງຊາດ, ບັນດາໂຄງການສຳຄັນທີ່ລັດຖະ ບານໄດ້ລາຍງານຕາມວາລະຂອງ ການດຳເນີນກອງປະຊຸມ ເພື່ອເຮັດ ໃຫ້ເນື້ຶອໃນຄົບຖ້ວນ ແລະ ຫລີກເວັ້ນ ບັນຫາຜົນກະທົບຕໍ່ສັງຄົມ. ທ່ານ ຄໍາແສນ ສີສະວົງ ສະມາ ຊິກສະພາແຫ່ງຊາດ (ສສຊ) ປະ ຈໍາເຂດເລືອກຕັ້ງທີ 7 ແຂວງໄຊ ຍະບູລີ ໄດ້ປະກອບຄໍາເຫັນໃສ່ບົດ ລາຍງານໂຄງການກໍ່ສ້າງທາງ ລົດໄຟ ລາວ-ຫວຽດນາມ ໃນກອງ ປະຊຸມຄັ້ງປະຖົມມະລືກວ່າ: ໂດຍ ກ່ອນອື່ນກໍມີຄວາມເປັນເອກະພາບ ແລະ ຍ້ອງຍໍຊົມເຊີຍລັດຖະບານ ຕໍ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ແຕ່ຂໍປະກອບ ຄໍາເຫັນແລກປ່ຽນ ເພື່ອເຮັດໃຫ້ ໂຄງການດັ່ງກ່າວ ໄດ້ດໍາເນີນໄປ ດ້ວຍດີທັງມີປະສິດທິພາບ ແລະ ປະສິດທິຜົນສູງ, ໃຫ້ທຸກຝ່າຍໄດ້ ຮັບຜົນປະໂຫຍດ ໂດຍສະເພາະ ແມ່ນຜູ້ລົງທຶນ, ລັດຖະບານ ແລະ ປະຊາຊົນທີ່ຖືກຜົນກະທົບໄດ້ມີຜົນ ປະໂຫຍດຮ່ວມກັນ. ການຊົດເຊີຍຕໍ່ ປະຊາຊົນທີ່ຖືກໂຄງການ ເພື່ອເຮັດ ໃຫ້ການຊົດເຊີຍນັ້ນໄດ້ຮັບການ ຈັດຕັ້ງປະຕິບັດຢ່າງໂລ່ງລ່ຽນ. ດັ່ງ ນັ້ນ, ຂໍສະເໜີໃຫ້ລັດຖະບານເຮັດ ບົດວິພາກ, ບົດວິເຄາະລົງເລິກ ຜົນກະທົບຕໍ່ສັງຄົມຢ່າງລະອຽດ ເປັນຕົ້ນແມ່ນດິນທີ່ຖືກຜົນກະທົບ, ປະເພດດິນກະສິກໍາ, ດິນໃນເຂດ ກໍ່ສ້າງ, ຄົວເຮືອນທີ່ຖືກຜົນກະທົບ, ບ້ານທີ່ຖືກຜົນກະທົບການຍົກຍ້າຍ ມີເທົ່າໃດ ເພາະຈະໄດ້ຄິດໄລ່ ລະອຽດເປັນໂຕເລກທາງດ້ານ ເສດຖະກິດໄດ້, ນອກນັ້ນ ຜົນກະ ທົບຕໍ່ສັງຄົມ, ຮີດຄອງປະເພນີ, ໂຮງຮຽນໂຮງໝໍຖ້າຍົກຍ້າຍໄປ ແລ້ວຈະມີຄວາມສະດວກສະບາຍ ແນວໃດ ອີກປະການໜຶ່ງໃນບົດ ວິເຄາະຢາກໃຫ້ມີມາດຕະການ ແກ້ໄຂ ເພາະເຮົາມີບົດຮຽນແລ້ວ ໃນຫລາຍໂຄງການທີ່ຜ່ານມາ ເຮົາ ຄວນຈະຖອດຖອນບົດຮຽນດັ່ງກ່າວ ແລ້ວເອົາເຂົ້າໃນສັນຍາແມ່ແບບ ຫລື ຕົ້ນສະບັບ. ຕໍ່ກັບໄລຍະສໍາປະທານ ກັບໄລຍະຄືນທຶນຕ້ອງໃຫ້ສອດຄ່ອງ ແລະ ຕິດພັນກັນ ຊຶ່ງໃນຈຸດນີ້ ເຫັນ ວ່າໄລຍະຄືນທຶນໄວ 14 ປີ ໄລຍະສໍາ ປະທານຄວນຈະຢູ່ໃນ 35-40 ປີ. ນອກຈາກທີ່ກ່າວມານັ້ນແລ້ວ, ທ່ານໃຫ້ຄໍາເຫັນແລກປ່ຽນຕື່ມ ອີກວ່າ: ໂຄງການໄລຍະໃໝ່ ໃນ ຫລາຍປະເທດເຂົາເຈົ້າດໍາເນີນ ບໍ່ໃຫ້ມີຫາງສຽງຕ້ອງມີຄວາມ ຮັບຜິດຊອບຕໍ່ສັງຄົມເອົາຄ່າໃຊ້ ຈ່າຍທາງສັງຄົມມາບວກໃສ່ຕົ້ນ ທຶນເລີຍໝາຍຄວາມວ່າເມື່ອໃດ ໂຄງການໄດ້ລົງມືກໍ່ສ້າງສັງຄົມທີ່ ຕິດພັນແມ່ນໄດ້ຮັບການພັດທະນາ ຄຽງຄູ່ກັນໄປພ້ອມໆກັນ. 0q 'g0fdtly de c]t xj kw,h c0;'va f8txn 0tspkp8q ; 5,76% ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ©“’ ¤ນÇ Ÿອນ ມາສະພາບການຂະຫຍາຍຕົວທາງ ດ້ານເສດຖະກິດທົ່ວແຂວງສະເລ່ຍ 5,76 ມູນຄ່າ 2.174 ຕື້ກວ່າກີບ ກວມເອົາໂຄງປະກອບເສດຖະກິດ 42,44 ຂອງຈີດີພີ, ດ້ານການ ປູກຝັງຂະຫຍາຍຕົວ 7,62 ລວມ ມູນຄ່າ 1.369 ຕື້ກວ່າກີບ ກວມເອົາ 26,20 ຂອງຈີດີພີ; ດ້ານການລ້ຽງ ສັດຂະຫຍາຍຕົວ 4,76 ລວມມູນ ຄ່າ 543 ຕື້ກວ່າກີບ ກວມເອົາ 11,18 ຂອງຈີດີພີ; ດ້ານການປະ ມົງຂະຫຍາຍຕົວ 5,98 ລວມມູນ ຄ່າ213ຕື້ກວ່າກີບກວມເອົາ4,08 ຂອງຈີດີພີ; ດ້ານປ່າໄມ້ຂະຫຍາຍຕົວ 4,68 ລວມມູນຄ່າເກືອບ 48 ຕື້ກີບ ກວມເອົາ 0,98 ຂອງຈີດີພີ. ທ່ານ ສາຍທາລາ ໂສທິດາ ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງ ແວດລ້ອມ ແຂວງອັດຕະປື ໄດ້ລາຍ ຕໍ່ກອງປະຊຸມປະຈໍາປີ 2025 ເມືີ່ອ ບໍ່ດົນມານີ້ວ່າ: ສໍາລັບປີ 2025 ການເຕີບໂຕຂອງກະສິກຳ 6,18 ລວມມູນຄ່າ 3.750 ຕື້ກວ່າກີບ ປະກອບສ່ວນ (ຈີດີພີ) 42,20 ຊຶ່ງສະແດງອອກໃນແຕ່ລະແຜນ ງານ ໂດຍສະເພາະແຜນງານການ ຄໍ້າປະກັນສະບຽງອາຫານໄດ້ສຸມ ໃສ່ສົ່ງເສີມການຜະລິດສະບຽງ ອາຫານພາຍໃນ ເພື່ອທົດແທນ ການນໍາເຂົ້າ ໂດຍໄດ້ສຸມໃສ່ການ ຜະລິດເຂົ້າ, ຊີ້ນ, ໄຂ່, ປາ ແລະ ພືດຜັກ, ໃນໄລຍະ 5 ປີຜ່ານມາ ສາມາດຜະລິດສະບຽງອາຫານໄດ້ 5 ແສນກວ່າໂຕນ, ໃນນັ້ນ ການຜະ ລິດເຂົ້າປະຕິບັດໄດ້ 4 ແສນກວ່າ ໂຕນ, ສະເລ່ຍ 82.339 ໂຕນຕໍ່ປີ, ເພີ່ມຂຶ້ນ 2 ຟາມ, ມີສັດລ້ຽງໃນ ຟາມແຜນການແມ່ນ 157.240 ໂຕ, ປະຕິບັດໄດ້ 138.124 ໂຕ, ເທົ່າກັບ 87,84 ແລະ ປາສັດນໍ້າ ແຜນການ 7.580.000 ໂຕ, ປະຕິບັດໄດ້ 8.788.000 ໂຕ, ເທົ່າກັບ 115,94 , ການລ້ຽງສັດ ແລະ ປາ-ສັດນໍ້າເປັນສິນຄ້າແບບ ຄອບຄົວແຜນການແມ່ນ 398.480 ໂຕ, ປະຕິບັດໄດ້ 229.379 ໂຕ, ເທົ່າກັບ 57,56 . ສໍາລັບສິນຄ້າ ສົ່ງອອກໃນປີ 2025 ແມ່ນມີການ ຂະຫຍາຍຕົວດີຂຶ້ນ ຊຶ່ງມູນຄ່າການ ສົ່ງອອກປະຕິບັດໄດ້ 54,35 ລ້ານ ກວ່າໂດລາສະຫະລັດ. ສຳລັບແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ປ່າໄມ້ ຄວາມປົກຫຸ້ມປ່າ ໄມ້ຢູ່ແຂວງ ອັດຕະປື ມີຄວາມປົກຫຸ້ມປ່າໄມ້ 81,75 ປັດຈຸບັນຫລຸດ 80 ຊຶ່ງມັນສະແດງອອກເຖິງເນື້ອທີ່ທົ່ວ ແຂວງ 1 ລ້ານກວ່າເຮັກຕາ, ສ່ວນ ເນື້ອທີ່ດິນ-ປ່າໄມ້ 3 ປະເພດປ່າ ປະມານ 846.636 ເຮັກຕາ ໃນນັ້ນ, ປ່າປ້ອງກັນ 315.309 ເຮັກຕາ, ປ່າສະຫງວນ-ອຸທິຍານແຫ່ງຊາດ 221.938 ເຮັກຕາ ແລະ ປ່າຜະລິດ 3 ແຫ່ງ 201.458 ເຮັກຕາ, ສໍາລັບ ເນື້ອທີ່ດິນ-ປ່າໄມ້ ຕາມຂໍ້ມູນຂອງ ແຂວງ 868.772 ເຮັກຕາ ອັດຕາ ປົກຫຸ້ມປ່າໄມ້ ປະມານ 84 ເຫັນ ວ່າຜິດດ່ຽງກັນຢູ່ 22.136 ເຮັກຕາ. ເທົ່າກັບ 99,25 (ແຜນການ 414.791 ໂຕນ ຫລື 82.958 ໂຕນ ຕໍ່ປີ) ທຽບໃສ່ 5 ປີ ຫລັງ (20162020) ຖືວ່າລື່ນ 25,90 , ປີ 2025 ສາມາດປັກດໍານາ ໄດ້ 28.375 ກວ່າເຮັກຕາ, ເນື້ອທີ່ເສຍ ຫາຍ 1.749,39 ເຮັກຕາ, ເນື້ອທີ່ ເກັບກ່ຽວ 27.444,64 ເຮັກຕາ, ຜົນຜະລິດ 77.514,71 ໂຕນ, ເທົ່າກັບ 95,65 , ພືດສະບຽງ ອາຫານຜະລິດໄດ້ 47.463 ໂຕນ, ສະເລ່ຍ 9.492 ໂຕນຕໍ່ປີ ເທົ່າກັບ 72 (ແຜນການ 66.224 ໂຕນ ຫລື 13.244 ໂຕນຕໍ່ປີ), ທຽບ ໃສ່ປີ 2016-2020 ເພີ່ມຂຶ້ນ 49,17 , ປີ 2025 ປະຕິບັດໄດ້ 1.432 ເຮັກຕາ, ເທົ່າກັບ 91,56 ຂອງເນື້ອທີ່ (ແຜນການ 1.564 ເຮັກຕາ), ຜົນຜະລິດ 10.571 ໂຕນ, ການລ້ຽງສັດ ແລະ ສັດນໍ້າ ໃນທົ່ວແຂວງມີການຂະຫຍາຍຕົວ ສາມາດສະໜອງຊີ້ນ, ໄຂ່, ປາ ໄດ້ 55,3 ລ້ານກິໂລກຣາມ ເທົ່າກັບ 101,04 , ສະເລ່ຍ 65,38 ກິໂລກຣາມຕໍ່ຄົນຕໍ່ປີ, ບໍລິໂພກຊີ້ນ, ປາ ແລະ ໄຂ່ 12 ລ້ານກິໂລກຣາມ, ເທົ່າກັບ 99,09 (ແຜນການ 12,14 ລ້ານກິໂລກຣາມ); ຝູງ ສັດຂະຫຍາຍຕົວ 2,96 ລ້ານໂຕ, ເທົ່າກັບ 132,72 , ສະເລ່ຍ 6,54 ຕໍ່ປີ ແລະ ປາ-ສັດນໍ້າ ໄດ້ 44,7 ລ້ານໂຕ ເທົ່າກັບ 109,09 . ສະເພາະປີ 2025, ຝູງສັດຂະຫຍາຍ ໄດ້ 7 ແສນກວ່າໂຕ, ເພີ່ມຂຶ້ນ 5,93 (ແຜນການ 674.721 ໂຕ) ໃນນັ້ນ, ສ່ວນການປາມົງປະ ຕິບັດໄດ້ 9,6 ລ້ານໂຕ, ເທົ່າກັບ 97,13 (ແຜນການປີ 9,8 ລ້ານ ໂຕ), ແຜນງານການຜະລິດກະສິ ກຳເປັນສິນຄ້າດ້ານການປູກຝັງ: ປະຕິບັດໄດ້ສະເລ່ຍ 7,2 ລ້ານໂຕນ, ລື່ນແຜນ 55 (ແຜນການ 4,6 ລ້ານໂຕນ) ທຽບໃສ່ແຜນ 5 ປີ (2016-2020) ລື່ນ 160 ໃນ ນັ້ນ, ການປູກເປັນສິນຄ້າທົ່ວໄປໄດ້ 7.194 ໂຕນ, ປູກແບບມີຈຸດສຸມ ໄດ້ 2,8 ລ້ານໂຕນ ແລະ ປູກເປັນ ສິນຄ້າໂດຍບໍລິສັດໄດ້ 4,4 ລ້ານ ໂຕນ. ສະເພາະປີ 2025 ປະຕິບັດ ໄດ້ 56 ພັນກວ່າເຮັກຕາ, ຜົນຜະລິດ 1,58 ລ້ານໂຕນ ເທົ່າກັບ 92,89 (ແຜນການ 61 ພັນເຮັກຕາ), ພືດ ພົ້ນເດັ່ນຄື: ເຂົ້າ, ໝາກໂມ, ມັນຕົ້ນ, ອ້ອຍ, ກາເຟ, ຢາງພາລາ ແລະ ຖົ່ວລຽນ, ການສົ່ງເສີມການປູກພືດ ເປັນສິນຄ້າ ແລະ ຕິດພັນກັບການ ປຸງແຕ່ງ: ມີໂຮງງານ 4 ແຫ່ງ ໃນ ນັ້ນ, ໂຮງງານແປ້ງມັນຕົ້ນ 3 ແຫ່ງ ແລະ ໂຮງງານນໍ້າຕານອ້ອຍ 1 ແຫ່ງ: ມັນຕົ້ນຜະລິດໄດ້ 2,7 ລ້ານ ໂຕນ, ທຽບໃສ່ແຜນ (20212025) 537.500 ໂຕນ, ລື່ນ ແຜນ 420 ; ອ້ອຍຜະລິດໄດ້ 2,79 ລ້ານໂຕນ, ທຽບໃສ່ແຜນ (20212025) 3,1 ລ້ານໂຕນ, ເທົ່າກັບ 93,52 , ຢາງພາລາ: ກີດຢາງ ພາລາໄດ້ເກືອບ 80 ພັນໂຕນ, ທຽບ ໃສ່ແຜນ (2021- 2025) 151 ພັນໂຕນ, ເທົ່າກັບ 16,90 , ການ ລ້ຽງສັດ ແລະ ການປະມົງເປັນ ສິນຄ້າ: ການສົ່ງອອກສັດໃຫຍ່ ປະຕິບັດໄດ້ 3.301 ໂຕ, ມູນຄ່າ 32 ຕື້ກີບ, ເທົ່າກັບ 12,34 (ແຜນ 26.744 ໂຕ), ສົ່ງອອກ ປາ-ສັດນໍ້າ 146 ໂຕນ, ມູນຄ່າ 511 ລ້ານກີບ, ເທົ່າກັບ 44,92 (ແຜນ 325 ໂຕນ, ການຂ້າສັດ ປ້ອນຕະຫລາດປັດຈຸບັນທົ່ວແຂວງ ມີບ່ອນຂ້າສັດຍ່ອຍ 6 ແຫ່ງ, ການ ຂ້າສັດປ້ອນຕະຫລາດແຜນການ ແມ່ນ 70 ພັນໂຕ, ປະຕິບັດໄດ້ 56.453 ໂຕ, ເທົ່າກັບ 80,64 ; ທົ່ວແຂວງມີຟາມລ້ຽງສັດ ແລະ ປາ-ສັດນໍ້າ ທັງໝົດ 10 ຟາມ, ›າ—˜¤‹ອ—

RkJQdWJsaXNoZXIy MTc3MTYxMQ==