ຂປລ
ບໍລິສັດ ຊີລອນ ປິໂຕຣລ່ຽມ ຄໍຣປໍເຣຊັນ (Ceypetco) ລັດວິສາຫະກິດ ດ້ານພະລັງງານຂອງ ສີລັງກາ ເລີ່ມໃຊ້ລະບົບ ເລກຖະບຽນລົດ ຄູ່-ຄີກ ໃນການເຕີມນໍ້າມັນ ຕັ້ງແຕ່ວັນທີ 18 ມີນາ.
ຂປລ.ສຳນັກຂ່າວ ອິນໂຟເຄວສ: ບໍລິສັດ ຊີລອນ ປິໂຕຣລ່ຽມ ຄໍຣປໍເຣຊັນ (Ceypetco) ລັດວິສາຫະກິດ ດ້ານພະລັງງານຂອງ ສີລັງກາ ເລີ່ມໃຊ້ລະບົບ ເລກຖະບຽນລົດ ຄູ່-ຄີກ ໃນການເຕີມນໍ້າມັນ ຕັ້ງແຕ່ວັນທີ 18 ມີນາ.
ທ່ານ ມາຍູຣາ ເນທທິກຸມາຣາເຈ ກົມການຜູ້ຈັດການຂອງ Ceypetco ລະບຸວ່າ: ລົດທີ່ເລກທະບຽນ ລົງທ້າຍດ້ວຍເລກຄູ່ (ລວມເຖິງເລກສູນ) ສາມາດເຕີມນໍ້າມັນໄດ້ ໃນວັນເລກຄູ່, ສ່ວນລົດທີ່ເລກທະບຽນ ລົງທ້າຍດ້ວຍເລກຄີກ ເຕີມນໍ້າມັນໄດ້ ໃນວັນເລກຄີກ.
ໂດຍມາດຕະການດັ່ງກ່າວ ມີເປົ້າໝາຍ ເພື່ອບໍລິຫານ ການກະຈາຍນໍ້າມັນ ແລະ ຄວາມຕ້ອງການ ຂອງຜູ້ໃຊ້ບໍລິການ ປໍ້ານໍ້າມັນໃຫ້ມີ ປະສິດທິພາບຫລາຍຂຶ້ນ.
ສຳລັບເຈົ້າຂອງລົດ ທີ່ຍັງບໍ່ສາມາດດາວໂຫລດ ຄີວອາຣໂຄດ ເພື່ອເຕີມນໍ້າມັນ ຈະໄດ້ຮັບໃບອະນຸຍາດ ໃຫ້ເຕີມ ນໍ້າມັນ ເປັນກໍລະນີພິເສດ ໃນວັນທີ 19 ມີນາ ໂດຍບໍ່ຕ້ອງໃຊ້ ຄີວອາຣໂຄດ ເພື່ອແກ້ບັນຫາ ກ່ຽວກັບລະບົບ ແລະ ປັບ ປຸງ ການກະຈາຍນໍ້າມັນ ທົ່ວປະເທດ.
KPL